ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມເຈົ້າຫນ້າທີ່ອາວຸໂສອາຊຽນ

 

ASEANSOM52-1 ASEANSOM52-2

 

ໃນວັນທີ 29-30 ກໍລະກົດ 2019 ທີ່ ບາງກອກ, ປະ​ເທດໄທ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສອາຊຽນ (ASEAN Senior Officials’ Meeting) ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນກັບຄູ່ຮ່ວມເຈລະຈາ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ຈັດຂຶ້ນໃນວັນທີ 29 ກໍລະກົດ 2019, ເຊິ່ງໄດ້ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດບັນດາບູລິມາສິດໃນການສ້າງປະຊາຄົມອາຊຽນ ໂດຍສະເພາະການພັດທະນາແບບຍືນຍົງ ແລະ ການເຊື່ອມສານລະຫວ່າງ ວິໄສທັດອາຊຽນ 2025 ແລະ ເປົ້າໝາຍພັດທະນາແບບຍືນຍົງ ສປຊ 2030. ພ້ອມນີ້, ກອງປະຊຸມ ຍັງໄດ້ສຳເລັດການກະກຽມດ້ານເນື້ອໃນ ແລະ ພິທີການໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 52, ກອງປະຊຸມລັດຖະມົນຕີອາຊຽນກັບຄູ່ເຈລະຈາ (PMC), ກອງປະຊຸມລັດຖະມົນຕີອາຊຽນບວກສາມ ຄັ້ງ​ທີ 20 (APT), ກອງ​ປະຊຸມລັດຖະມົນຕີ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ ຄັ້ງ​ທີ 9 (EAS), ​ແລະ ກອງ​ປະຊຸມ​ລັດຖະມົນຕີເວທີ​ພາກ​ພື້ນອາຊຽນ ຄັ້ງ​ທີ 26 (ARF), ທີ່ຈະຈັດມີຂຶ້ນ​ແຕ່ວັນທີ ​31 ກໍລະກົດ - 02 ສິງຫາ 2019.ນອກ​ນີ້, ກອງ​ປະຊຸມ ສຳເລັດໂດຍພື້ນຖານການ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ອາຊຽນ ທີ່ຈະຈັດຂຶ້ນ​​ໃນ​ໄລຍະ​ກອງປະຊຸມສະມັດຊາ​ໃຫຍ່ ອົງການສະຫະ​ປະຊາ​ຊາດ ຄັ້ງ​ທີ 74 ເປັນຕົ້ນ: ກອງ​ປະຊຸມ​ລັດຖະມົນຕີອາຊຽນບໍ່ເປັນທາງການ (IAMM), ກອງປະຊຸມລັດຖະມົນຕີ ອາຊຽນ-ສປຊ ແລະ ກອງປະຊຸມກ່ຽວຂ້ອງອື່ນ ລວມທັງການສຳເລັດການກະກຽມໃຫ້ແກ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ໃນເດືອນ ກັນຍາ ແລະ ພະຈິກ 2019 ຕາມລຳດັບ.

ໃນ​ຕອນ​​ແລງຂອງວັນ​ດຽວກັນ, ທ່ານ ຮອງ​ລັດຖະມົນຕີ ທອງ​ຜ່ານ ສະຫວັນ​ເພັດ, ພ້ອມ​​ຄະນະ ​ໄດ້​ສືບ​ຕໍ່ເຂົ້າ​ຮ່ວມກອງ​ປະຊຸມຄະ​ນະ​ກຳມະການ​ບໍລິຫານ​ງານ ວ່າດ້ວຍ ເຂດປອດອາວຸດນິວເຄລຍ​ໃນອາຊີຕາເວັນອອກສ່ຽງໃຕ້ (Executive Committee of the Southeast Asia Nuclear Weapon-Free Zone Commission ຫຼື SEANWFZ), ເຊິ່ງໄດ້​ຮັບ​ຊາບຄວາມ​ຄືບໜ້າ​ການຈັດ​ຕັ້ງ​ປະຕິບັດ​ແຜນ​​ປະຕິບັດງານຂອງ​ສົນທິ​ສັນຍາ ວ່າດ້ວຍ ເຂດປອດອາວຸດນິວເຄລຍ​ໃນ ອາຊີຕາເວັນອອກສ່ຽງໃຕ້ ປີ 2018-2022; ໄດ້ຮັບ​ຊາບຜົນ​ກອງ​ປະຊຸມ​ເຄືອ​ຂ່າຍ​ອົງ​ກອນ​ປະ​ລໍາ​ມະນູ​ນອາຊຽນ ຄັ້ງ​ທີ 6 (6th ASEANTOM) ​ທີ່ ຈັດຂຶ້ນໃນວັນທີ 1-4 ກໍລະກົດ 2019 ຜ່ານມາ ແລະ ເຫັນດີມອບໃຫ້​ເລຂາ​ທິການ​ໃຫຍ່​ອາຊຽນຕາງໜ້າອາຊຽນລົງນາມສັນຍາຮ່ວມມືດ້ານເຕັກນິກວິຊາການ ກັບ ອົງການ​ປະ​ລຳ​ມະນູນ​ສາກົນ (IAEA) ​ໃນ​ໂອກາດ​ກອງ​ປະຊຸມ​ໃຫຍ່​ຂອງ​ອົງການ​ປະ​ລຳ​ມະນູນ​ສາກົນ ຄັ້ງ​ທີ 63, ເຊິ່ງຈະຈັດຂຶ້ນໃນ​ເດືອນ ກັນຍາ 2019. ພິເສດ, ກອງປະຊຸມຄັ້ງນີ້, ຍັງໄດ້ສຳເລັດການກະກຽມທັງທາງດ້ານເນື້ອໃນ ແລະ ພິທີການ ໃຫ້ແກ່ກອງປະຊຸມລະດັບລັດຖະມົນຕີຄະນະກຳມະທິການ ວ່າດ້ວຍ ເຂດປອດອາວຸດນິວເຄລຍ​ໃນອາຊີຕາເວັນອອກສ່ຽງໃຕ້ (SEANWFZCommission) ​ທີ່ຈະ​ຈັດ​ຂຶ້ນໃນ​ວັນທີ 30 ກໍລະກົດ 2019.

ໃນຕອນເຊົ້າຂອງວັນທີ 30 ກໍລະກົດ 2019, ທ່ານ ຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ (APT SOM) ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊີຕາເວັນອອກ (EAS SOM).ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່ອາ​ວຸ​ໂສອາ​ຊຽນບວກ​ສາມໄດ້ສະແດງຄວາມເພິ່ງພໍໃຈຕໍ່ຜົນການຈັດຕັ້ງປະຕິບັດ ແຜນປະຕິບັດງານການຮ່ວມມືອາຊຽນບວກສາມ2018-2022; ພິເສດ, ໄດ້ສຳເລັດການກະກຽມທາງດ້ານເນື້ອໃນ ແລະ ພິທີການໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງທີ 20 ຊຶ່ງຈະຈັດຂຶ້ນໃນວັນທີ 2 ສິງຫາ 2019 ແລະ ກອງປະຊຸມສຸດຍອດອາຊຽນບວກສາມຄັ້ງທີ 22 ໃນເດືອນ ພະຈິກ 2019. ນອກຈາກນີ້, ຍັງໄດ້ສຳເລັດໂດຍພື້ນຖານການຮ່າງເອກະສານຜົນໄດ້ຮັບກອງປະຊຸມສຸດຍອດອາຊຽນບວກສາມ ຄື: ຖະແຫລງການຜູ້ນໍາອາຊຽນບວກສາມ ວ່າດ້ວຍການເຊື່ອມສານບັນດາຂໍ້ລິເລີ່ມການເຊື່ອມຈອດໃນພາກພື້ນ ແລະ ໂຄງການສ້າງເວັບໄຊອາຊຽນບວກສາມ.

ກອງປະຊຸມ​ເຈົ້າ​ໜ້າ​ທີ່ອາ​ວຸ​ໂສກອງປະຊຸມສຸດຍອດອາຊີຕາເວັນອອກ (EAS), ເຊິ່ງໄດ້ຮັບຊາບຄວາມຄືບໜ້າໃນການ ຈັດຕັ້ງປະຕິບັດແຜນປະຕິບັດງານ ອີເອເອັດສ ໄລຍະ2018-2022; ພິເສດ, ໄດ້ສຳເລັດການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ອີເອເອັດສ ຄັ້ງທີ9ຊຶ່ງຈະຈັດຂຶ້ນໃນວັນທີ 2 ສິງຫາ 2019 ແລະກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 14 ໃນທ້າຍປີນີ້. ພ້ອມນີ້, ໄດ້ສະແດງຄວາມເພິ່ງພໍໃຈຕໍ່ຄວາມຄືບໜ້າໃນການຮ່າງເອກະສານຜົນໄດ້ຮັບຂອງກອງປະຊຸມສຸດຍອດອາຊີຕາເວັນອອກດັ່ງກ່າວ ຄື: 1) ຖະແຫລງການຜູ້ນໍາ ອີເອເອັດສ ວ່າດ້ວຍການຮ່ວມມືເພື່ອການຕ້ານອາຊະຍາກໍາຂ້າມຊາດ; 2)ຖະແຫລງການຜູ້ນໍາ ອີເອເອັດສ ວ່າດ້ວຍການຕ້ານການແຜ່ຂະຫຍາຍຂອງຢາເສບຕິດ;ແລະ3)ຖະແຫລງການຜູ້ນໍາ ອີເອເອັດສ ວ່າດ້ວຍການເປັນຄູ່ຮ່ວມເພື່ອຄວາມຍືນຍົງ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484635
ມື້ນີ້151
ມື້ວານ188
ອາທິດນີ້1073
ເດືອນນີ້3940