ໃນລະຫວ່າງວັນທີ 05-08 ສິງຫາ 2019 ທີ່ຜ່ານມາ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນຳວຽກງານການສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ທ່ານ ພົນຕີ ຄຳສີ ວົງຄຳຊາວ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ພ້ອມດ້ວຍຄະນະຈາກກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ ໄດ້ເດີນທາງໄປຢ້ຽມຢາມການປະຕິບັດງານຮ່ວມລາວ-ອາເມຣິກາ ໃນການສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA), ຄັ້ງທີ 05 ປະຈຳສົກປີ 2018-2019, ຢູ່ເຂດບ້ານນາແທ່ນ, ເມືອງວຽງໄຊ, ແຂວງຫົວພັນ.
ການເດີນທາງໄປຢ້ຽມຢາມຂອງຄະນະດັ່ງກ່າວໃນຄັ້ງນີ້, ແມ່ນເພື່ອເປັນການຕິດຕາມ ແລະ ກວດກາການປະຕິບັດງານຂອງຄະນະວິຊາການຮ່ວມລາວ-ອາເມຣິກາ ໃນການປະຕິບັດວຽກງານດ້ານມະນຸດສະທຳຮ່ວມກັນ ແລະ ທັງເປັນການ ສະແດງເຖິງຄວາມເອົາໃຈໃສ່ຊີ້ນຳນຳພາຈາກເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ ແຫ່ງ ສປປ ລາວ ໃນການແກ້ໄຂບັນຫາຜູ້ຫາຍສາບສູນໃນປາງສົງຄາມຢູ່ລາວ ຕາມການຮ້ອງຂໍຈາກລັດຖະບານອາເມຣິກາ.
ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນຳວຽກງານ MIA ໄດ້ໃຫ້ກຽດພົບປະ ແລະ ໂອ້ລົມກັບບັນດາພະນັກງານວິຊາການປະຈຳພາກສະໜາມຈາກ ກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະ ອຳນາດການປົກຄອງທ້ອງຖິ່ນທີ່ຄ້າຍພັກເມືອງຊຳເໜືອ, ແຂວງຫົວພັນ, ນອກນີ້, ຄະນະຍັງໄດ້ເຄື່ອນໄຫວຢ້ຽມຢາມການປະຕິບັດງານຕົວຈິງຢູ່ຈຸດຂຸດຄົ້ນ ແລະ ຮັບຟັງການລາຍງານສະພາບການການຈັດຕັ້ງປະຕິບັດວຽກງານຢູ່ແຕ່ລະຈຸດຂຸດຄົ້ນຈາກຫົວໜ້າພາກສະໜາມຝ່າຍລາວ ແລະ ຝ່າຍອາເມຣິກາ, ຊຶ່ງເຫັນເປັນເອກະພາບກັນວ່າ ການຮ່ວມມືມີປະສິດທິຜົນ, ທັງນີ້, ກໍ່ຍ້ອນພະນັກງານວິຊາການທັງສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍພໍ່ແມ່ປະຊາຊົນລາວ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມເອົາໃຈໃສ່ຕໍ່ການປະຕິບັດໜ້າທີ່ວຽກງານຂອງຕົນເປັນຢ່າງດີ. ໃນການຂຸດຄົ້ນຄັ້ງນີ້ໄດ້ພົບສິ້ນສ່ວນສິ່ງເສດເຫຼືອຂອງທະ ຫານອາເມຣິກາ ຈຳນວນໜຶ່ງຢູ່ເຂດບ້ານນາແທ່ນ, ເມືອງວຽງໄຊ, ແຂວງຫົວພັນ, ຊຶ່ງຈະໄດ້ຈັດພິທີມອບ-ຮັບຢ່າງເປັນທາງການໃນວັນທີ 26 ສິງຫາ 2019 ທີ່ຈະມາເຖິງນີ້.
ລັດຖະບານກໍ່ຄືປະຊາຊົນລາວ ໄດ້ສືບຕໍ່ໃຫ້ການຮ່ວມມືເປັນຢ່າງດີໃນວຽກງານນີ້ກັບຝ່າຍສະຫະລັດຕະຫຼອດມາ ແນໃສ່ນຳເອົາສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ເສຍຊີວິດໃນສົງຄາມຢູ່ລາວ ສົ່ງຄືນໃຫ້ຄອບຄົວຂອງພວກກ່ຽວເທົ່າທີ່ສາມາດຊອກຄົ້ນໄດ້. ການຮ່ວມມືໃນດ້ານນີ້ ໄດ້ຮັບຜົນສຳເລັດເປັນຢ່າງດີກໍ່ຍ້ອນມີການຮ່ວມມືຂອງລັດຖະບານລາວ, ເຈົ້າໜ້າທີ່ກ່ຽວຂ້ອງຂອງລາວທຸກໆຂັ້ນແຕ່ສູນກາງຮອດທ້ອງຖິ່ນ ແລະ ການຮ່ວມມືອັນດີຂອງປະຊາຊົນບັນດາເຜົ່າ, ອັນເປັນການສະແດງໃຫ້ເຫັນເຖິງນະໂຍບາຍມະນຸດສະທຳອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ທີ່ມີຕໍ່ປະຊາຊົນອາເມຣິກາ, ໂດຍສະເພາະຕໍ່ຄອບຄົວຍາດພີ່ນ້ອງຂອງຜູ້ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ.