ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ມົງໂກລີ ສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ

 

Mongolia5

Mongolia2

 

ໃນວັນທີ 26-27 ສິງຫາ2019, ທ່ານ ນາງ ບັດເຊເຊັກ (B. Battsetseg), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມົງໂກລີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ມົງໂກລີ    ຄັ້ງທີ 5, ທີ່ ນະຄອນຫຼວງວຽງຈັນ.

ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ມົງໂກລີ ໃນຄັ້ງນີ້ ເປັນກົນໄກການຮ່ວມມືລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ມົງໂກລີ ທີ່ເຄີຍໄດ້ປະຕິບັດ 2 ປີຕໍ່ຄັ້ງ, ໄດ້ຈັດຂຶ້ນໃນວັນທີ 27 ສິງຫາ 2019, ທີ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ທ່ານ ນາງ ບັດເຊເຊັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດມົງໂກລີ, ພ້ອມດ້ວຍຄະນະຜູ້ແທນສອງຝ່າຍ ເຂົ້າຮ່ວມ. ກອງປະຊຸມ ໄດ້ແລກປ່ຽນຄຳຄິດເຫັນ ແລະ ຖອດຖອນບົດຮຽນຮ່ວມກັນຢ່າງກົງໄປກົງມາ, ທົບທວນຄືນການຮ່ວມມືສອງຝ່າຍ ດ້ານການເມືອງ ກໍ່ຄືການຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ໃນໄລຍະຜ່ານມາ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງຕໍ່ເນື່ອງ ພາຍຫຼັງທີ່ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 12 ກັນຍາ 1962 ເປັນຕົ້ນມາ. ສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງຕົນ ຢ່າງເປັນປົກກະຕິ ແລະ ຈະສືບຕໍ່ໃຫ້ມີການແລກປ່ຽນຢ້ຽມຢາມ ຫຼາຍຂຶ້ນໃນອະນາຄົດ, ສອງຝ່າຍ ສະເໜີໃຫ້ພາກສ່ວນກ່ຽວຂ້ອງຂອງຕົນ ສືບຕໍ່ຊອກຫາຊ່ອງທາງໃນການຮ່ວມມືກັນໃຫ້ຫຼາຍຂຶ້ນ ດ້ານການຄ້າ-ການລົງທຶນ ເປັນຕົ້ນແມ່ນ ການຄ້າຂາຍຜະລິດຕະພັນ ກາເຟ, ເບຍ, ສິນຄ້າປະເພດຫັດຖະກຳ, ຜະລິດຕະພັນຂົນສັດ ແລະ ອື່ນໆ. ການຮ່ວມມືດ້ານກະສິກຳ ເປັນຂະແໜງການທີ່ພົ້ນເດັ່ນ ໃນໄລຍະຜ່ານມາ, ໂດຍລັດຖະບານ ມົງໂກລີ ໄດ້ມອບແກະ ຈຳນວນ 1,050 ໂຕ ໃຫ້ແກ່ ລັດຖະບານລາວ ໃນເດືອນພະຈິກ 2018 ແລະ ໄດ້ນຳໄປລ້ຽງຢູ່ສອງແຂວງພາກເໜືອຂອງລາວ ຄື: ແຂວງຊຽງແຂວງ ແລະ ຫຼວງພະບາງ, ຊຶ່ງປັດຈຸບັນ ຈຳນວນແກະດັ່ງກ່າວ ໄດ້ແຜ່ພັນເພີ່ມຂຶ້ນເປັນ 1,400 ໂຕ. ໃນຂະນະດຽວກັນ ລັດຖະບານລາວ ໄດ້ຕົກລົງເຫັນດີມອບຫຼຽນໄຊມິດຕະພາບ ໃຫ້ແກ່ລັດຖະບານມົງໂກລີ ເພື່ອສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອດັ່ງກ່າວ ໂດຍຈະຈັດພິທີມອບ-ຮັບ ໃນໄວໆນີ້. ການຮ່ວມມືສອງຝ່າຍ ດ້ານສາທາລະນະສຸກ ກໍ່ໄດ້ມີການສົ່ງຊ່ຽວຊານດ້ານການແພດຂອງມົງໂກລີ ມາປະຈຳຢູ່ໂຮງໝໍມິດຕະພາບ ລາວ-ມົງໂກລີ ຢູ່ແຂວງຊຽງແຂວງ ເພື່ອແນ່ໃສ່ສ້າງຂີດຄວາມສາມາດໃຫ້ແກ່ຊ່ຽວຊານຜ່າຕັດ ແລະ ສຸກເສີນ ໂດຍຜ່ານການແລກປ່ຽນວິຊາສະເພາະ ແລະ ຄວາມສຳນິສຳນານ ສຳລັບປີ 2018-2020, ສະໜອງທຶນການສຶກສາໃນລະດັບປະລິນຍາຕີ ແລະ ປະລິນຍາໂທ ໃນສາຂາຕ່າງໆ ເພື່ອຍົກລະດັບການພັດທະນາຊັບພະຍາກອນມະນຸດ ແກ່ ສປປ ລາວ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແຈ້ງ ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດໃຫ້ກັນຊາບ, ແລກປ່ຽນຄຳຄິດເຫັນຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນຕອນທ້າຍ, ກອງປະຊຸມໄດ້ສະຫຼຸບ ແລະ ຕີລາຄາສູງຕໍ່ການແລກປ່ຽນຄຳຄິດຄຳເຫັນ ແລະ ຖອດຖອນບົດຮຽນຮ່ວມກັນຢ່າງກົງໄປກົງມາ ໃນບັນຫາທີ່ປິ່ນອ້ອມການພົວພັນຮ່ວມມືລະຫວ່າງສອງປະເທດ ແລະ ຈົບລົງດ້ວຍຜົນສຳເລັດຢ່າງຈົບງາມ ແລະ ເຫັນໄດ້ວ່າ ກົນໄກການປຶກສາຫາລືດ້ານການເມືອງຄັ້ງນີ້ ຈະສືບຕໍ່ປະກອບສ່ວນສຳຄັນເຂົ້າໃນການສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ພ້ອມທັງຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍ ໂດຍສະເພາະສອງກະຊວງການຕ່າງປະເທດ ໃຫ້ມີປະສິດທິຜົນກວ່າເກົ່າໃນຊຸມປີຕໍ່ໆໄປ.

ໃນໂອກາດຢ້ຽມຢາມ ສປປ ລາວ ຄັ້ງນີ້, ທ່ານຮອງລັດຖະມົນຕີ ນາງ ບັດເຊເຊັກ ພ້ອມດ້ວຍຄະນະ ກໍ່ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483929
ມື້ນີ້53
ມື້ວານ183
ອາທິດນີ້367
ເດືອນນີ້3234