ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ອັງກິດ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

160919SPEngA

 

160919SPEngB

 

ໃນວັນທີ 16-17 ກັນຍາ 2019 ນີ້, ທ່ານ ນາງ ຮິດເທີ ວີນເລີ (Heather Wheeler), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ພ້ອດ້ວຍຄະນະ ໄດ້ດຳເນີນການຢ້ຽມຢາມເຮັດ​ວຽກ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

 

ການຢ້ຽມຢາມຂອງ ທ່ານ ນາງ ຮິດເທີ ວີນເລີ, ຮອງລັດຖະມົນຕີກະຊວງການຕ່າງປະເທດອັງກິດໃນຄັ້ງນີ້ ເປັນຂີດໝາຍອັນສຳຄັນ​​ໃນການເສີມຂະຫຍາຍ​ສາຍພົພັນ ແລະ ການຮ່ວມມື ຂອງສອງປະເທດ ໃຫ້ມີບາດກ້າວໃໝ່​. ​ໃນໂອກາດດັ່ງກ່າວ ຄະນະຜູ້ແທນອັງກິດ ໄດ້ພົບປະກັບ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ລາວ, ໃນການພົບປະ ທັງສອງຝ່າຍໄດ້ຮ່ວມກັນປຶກສາຫາລືກ່ຽວກັບ ວິ​ທີ​ທາງຊຸກ​ຍູ້​ສົ່ງ​ເສີມ​ການ​ພົວ​ພັນ​ຮ່ວມ​ມື​ທີ່​​ດີ​ໃນ​ປະ​ຈຸ​ບັນ ໃຫ້​ເຂັ້ມ​ແຂງ ແລະ ​ຂະ​ຫຍາຍ​ຕົວ​ຍິ່ງ​ໆຂຶ້ນໃນຕໍ່ໜ້າ​ ທັງ​ໃນ​ຂອບ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ.ຄຽງ​ຄູ່​ກັນ​ນັ້ນ ​ກໍໄດ້​ມີ​ການປ່ຽນທັດສະນະຕໍ່ສະພາບການພາກພື້ນ ແລະ ສາກົນທີ່​ພົ້ນ​ເດັ່ນ ເຊິ່ງສອງຝ່າຍມີຄວາມສົນ​ຈ ແລະ ຜົນ​ປະ​ໂຫຍດຮ່ວມກັນ. ໃນໂອກາດດຽວກັນນີ້, ຫົວໜ້າຄະນະຜູ້ແທນອັງກິດ ຍັງໄດ້ພົບປະກັບການນຳຂັ້ນສູງຂອງກະຊວງສາທາລະນະສຸກ ແລະ ຄະ​ນະກຳມາທິການ​ຕ່າງ​ປະ​ເທດສະພາແຫ່ງຊາດລາວ. ນອກຈາກນັ້ນ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດອັງກິດ ຍັງໄດ້ໄປຢ້ຽມຢາມ ໂຮງຮຽນສ.ວຽງຈັນ,  ປະຕູໄຊ ແລະ ສະຫະພັນລັກບີ້ລາວ ອີກ​ດ້ວຍ.

 

ພາຍຫຼັງທີ່ທັງສອງປະເທດ ລາວ ແລະ ອັງກິດ ໄດ້ສ້າງຕັ້ງສາຍພົວພັນການທູດມາຕັ້ງແຕ່ປີ 1955 ເປັນຕົ້ນມາ, ອັງກິດໄດ້ໃຫ້ການຊ່ວຍເຫຼືອ ລາວ ໂດຍ​ຜ່ານຂອບສອງຝ່າຍ ແລະ ຫຼາຍຝ່າຍ ສໍລັບຂະແໜງການສາທາລະນະສຸກ ຜ່ານອົງການ Wellcome Trust Oxford University ມູນຄ່າ 1,3 ລ້ານໂດລາສະຫະລັດ ແລະ ຊ່ວຍຕິດຕັ້ງອຸປະກອນ ແລະ ຄົ້ນຄວ້າພະຍາດ ໃຫ້ໂຮງໝໍມະໂຫສົດ 4 ລ້ານໂດລາສະຫະລັດ, ທຶນການສຶກສາຜ່ານໂຄງການ Chevening ໃນສົກປີ 2019-2020 ຈຳນວນ 8 ທຶນ, ການຊ່ວຍເຫຼືອໃນຂະແໜງການເກັບກູ້ລະເບີດບໍ່ທັນແຕກ ນັບແຕ່ປີ 1996 ຈົນເຖິງປັດຈຸບັນ, ລວມມູນຄ່າທັງໝົດ 12 ລ້ານໂດລາສະຫະລັດ, ເຊິ່ງສ່ວນໃຫຍ່ແມ່ນໃຫ້ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ເຊັ່ນ: ອົງການ MAG ແລະ Halo Trust ເປັນຜູ້ຈັດຕັ້ງປະຕິບັດໂຄງການຕົວຈິງ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483864
ມື້ນີ້171
ມື້ວານ215
ອາທິດນີ້302
ເດືອນນີ້3169