ໃນວັນທີ 16-17 ກັນຍາ 2019 ນີ້, ທ່ານ ນາງ ຮິດເທີ ວີນເລີ (Heather Wheeler), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ພ້ອມດ້ວຍຄະນະ ໄດ້ດຳເນີນການຢ້ຽມຢາມເຮັດວຽກ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ການຢ້ຽມຢາມຂອງ ທ່ານ ນາງ ຮິດເທີ ວີນເລີ, ຮອງລັດຖະມົນຕີກະຊວງການຕ່າງປະເທດອັງກິດ ໃນຄັ້ງນີ້ ເປັນຂີດໝາຍອັນສຳຄັນໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ຂອງສອງປະເທດ ໃຫ້ມີບາດກ້າວໃໝ່. ໃນໂອກາດດັ່ງກ່າວ ຄະນະຜູ້ແທນອັງກິດ ໄດ້ພົບປະກັບ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໃນການພົບປະ ທັງສອງຝ່າຍໄດ້ຮ່ວມກັນປຶກສາຫາລືກ່ຽວກັບ ວິທີທາງຊຸກຍູ້ສົ່ງເສີມການພົວພັນຮ່ວມມືທີ່ດີໃນປະຈຸບັນ ໃຫ້ເຂັ້ມແຂງ ແລະ ຂະຫຍາຍຕົວຍິ່ງໆຂຶ້ນໃນຕໍ່ໜ້າ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ.ຄຽງຄູ່ກັນນັ້ນ ກໍໄດ້ມີການປ່ຽນທັດສະນະຕໍ່ສະພາບການພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ ເຊິ່ງສອງຝ່າຍມີຄວາມສົນໃຈ ແລະ ຜົນປະໂຫຍດຮ່ວມກັນ. ໃນໂອກາດດຽວກັນນີ້, ຫົວໜ້າຄະນະຜູ້ແທນອັງກິດ ຍັງໄດ້ພົບປະກັບການນຳຂັ້ນສູງຂອງກະຊວງສາທາລະນະສຸກ ແລະ ຄະນະກຳມາທິການຕ່າງປະເທດສະພາແຫ່ງຊາດລາວ. ນອກຈາກນັ້ນ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດອັງກິດ ຍັງໄດ້ໄປຢ້ຽມຢາມ ໂຮງຮຽນ ມສ. ວຽງຈັນ, ປະຕູໄຊ ແລະ ສະຫະພັນລັກບີ້ລາວ ອີກດ້ວຍ.
ພາຍຫຼັງທີ່ທັງສອງປະເທດ ລາວ ແລະ ອັງກິດ ໄດ້ສ້າງຕັ້ງສາຍພົວພັນການທູດມາຕັ້ງແຕ່ປີ 1955 ເປັນຕົ້ນມາ, ອັງກິດ ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໂດຍຜ່ານຂອບສອງຝ່າຍ ແລະ ຫຼາຍຝ່າຍ ສໍາລັບຂະແໜງການສາທາລະນະສຸກ ຜ່ານອົງການ Wellcome Trust Oxford University ມູນຄ່າ 1,3 ລ້ານໂດລາສະຫະລັດ ແລະ ຊ່ວຍຕິດຕັ້ງອຸປະກອນ ແລະ ຄົ້ນຄວ້າພະຍາດ ໃຫ້ໂຮງໝໍມະໂຫສົດ 4 ລ້ານໂດລາ ສະຫະລັດ, ທຶນການສຶກສາຜ່ານໂຄງການ Chevening ໃນສົກປີ 2019-2020 ຈຳນວນ 8 ທຶນ, ການຊ່ວຍເຫຼືອໃນຂະແໜງການເກັບກູ້ລະເບີດບໍ່ທັນແຕກ ນັບແຕ່ປີ 1996 ຈົນເຖິງປັດຈຸບັນ, ລວມມູນຄ່າທັງໝົດ 12 ລ້ານໂດລາສະຫະລັດ, ເຊິ່ງສ່ວນໃຫຍ່ແມ່ນໃຫ້ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ເຊັ່ນ: ອົງການ MAG ແລະ Halo Trust ເປັນຜູ້ຈັດຕັ້ງປະຕິບັດໂຄງການຕົວຈິງ.