ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມເຈົ້າຫນ້າທີ່ອາວຸໂສອາຊຽນ, ກອງປະຊຸມປຶກສາຫາລືຮ່ວມ ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ

 

ThonephanhSom1

 

ThonephanhSom2

 

ໃນລະຫວ່າງວັນທີ 17-18 ກັນຍາ 2019 ທີ່ ບາງກອກ, ປະ​ເທດ ໄທ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ  ​ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (ASEAN Senior Officials’ Meeting - SOM), ກອງປະຊຸມປຶກສາຫາລືຮ່ວມ (Joint Consultative Meeting - JCM) ແລະ ກອງ​ປະ​ຊຸມ​ໜ່ວຍ​ງານ​ປະ​ສານ​ງານ​ອາ​ຊຽນ ຄັ້ງ​ທີ 8 (8th Meeting of the ASEAN Coordinating Council Working Group ACCWG) ​ເພື່ອ​ກະກຽມ ຕີມໍ​ເລ​ສ​ເຕ ​ເຂົ້າ​ເປັນ​ສະມາຊິກ​ອາຊຽນ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ, ເຊີ່ງ​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ກັນຍາ 2019 ໄດ້​ຮັບ​ຊາບຄວາມຄືບໜ້າການຈັດຕັ້ງປະຕິບັດກິດຈະກຳບູລິມະສິດຂອງ ໄທໃນນາມປະທານອາຊຽນ ປີ 2019, ໂດຍສະເພາະຄວາມຄືບໜ້າ​ຂອງ​ວຽກງານ​ການ​ເສີມສ້າງເຊິ່ງກັນແລະກັນ ລະຫວ່າງວິໄສທັດປະຊາຄົມອາຊຽນ 2025 ແລະ ວາລະການພັດທະນາແບບຍືນຍົງ 2030 ຂອງອົງການ ສະຫະ​ປະຊາ​ຊາດ ​ໂດຍ​ສະ​ເພາະ​ແມ່ນ​ການ​ສ້າງ​ແຜນ​ງານສໍາລັບ​ການ​ເສີມ​ສ້າງ​ເຊິ່ງກັນ​ແລະ​ກັນລະຫວ່າງ ສອງ​ວິ​ໄສ​ທັດ​ດັ່ງກ່າວ​​ໄລຍະ 2020-2025 (Complementarities Roadmap 2020-2025) ​ໂດຍຮ່າງເອກະສານດັ່ງກ່າວ ຈະນໍາສະເໜີກອງປະຊຸມສຸດຍອດ ອາຊຽນ-ສປຊ ໃນເດືອນ ພະຈິກ 2019 ທີ່ ບາງກອກ ຮັບຊາບ. ພ້ອມ​ນີ້, ກອງ​ປະຊຸມ ​ໄດ້​ແລກ​ປ່ຽນ​ຄຳ​ຄິ​ດ​ເຫັນ​ຕໍ່​ຂໍ້​ສະ​ເໜີ​ສະ​ໝັກ​ເຂົ້າ​ເປັນ​ພາ​ຄີ​ຂອງ​ສົນ​ທິ​ສັນ​ຍາ ໄມ​ຕີ​ຈິດ ແລະ ການ​ຮ່ວມ​ມື​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ (TAC) ຂອງ​ປະ​ເທດນອກ​ພາກ​ພື້ນ​ອາ​ຊຽນຈໍານວນໜຶ່ງ, ທົບທວນຄືນ​ການຈັດ​ຕັ້ງປະຕິບັດ​ຂອບ​ການ​ຮ່ວມ​ມື​ເວທີພາກພື້ນອາຊຽນ ຫຼື ​ເອອາ​ເຟບ ທີ່ຈະຄົບຮອບ 10 ປີໃນປີ 2020, ​ແລໄດ້ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດກິດຈະກໍາຂອງຄະນະກໍາມາທິການລະຫວ່າງຊາດອາຊຽນວ່າດ້ວຍສິດທິມະນຸດຫຼື ​ໄອ​ຈາ.

ນອກ​ນີ້, ກອງປະຊຸຍັງໄດ້ ປຶກສາຫາລື ການກະກຽມທັງ​ທາງ​ດ້ານ​ເນື້ອ​ໃນ ​ແລະ ພິທີການ​ໃຫ້​ແກ່​ບັນດາກອງປະຊຸມອາຊຽນທີ່ກ່ຽວຂ້ອງ ໃນໂອກາດກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 74, ທີ່​ຈະ​ມີຂຶ້ນໃນ​ໄລຍະວັນທີ 25-28 ກັນຍາ 2019 ທີ່ ນິວຢອກ, ສະຫະລັດອາເມລິກາ ​ແລະ ກະກຽມ​ໃຫ້​ແກ່​ກອງ​ປະຊຸມສຸດ​ຍອດ​ອາຊຽນຄັ້ງ​ທີ 35 ທີ່​ຈະ​ມາ​ເຖິງ​ໃນ​ເດືອນພະຈິກ2019 ທີ່ ບາງກອກ, ປະ​ເທດ​ໄທ.

ໃນຕອນເຊົ້າຂອງວັນທີ 18 ກັນຍາ 2019, ທ່ານທອງຜ່ານຫວັນເພັດ ພ້ອມ​ດ້ວຍ​ຄະນະໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມປຶກສາຫາລືຮ່ວມ, ຊຶ່ງ​ໄດ້​ພ​ອມກັນ​ປຶກສາ​ຫາລື​ທັງ​ດ້ານ​ເນື້ອ​ໃນ, ພິທີການ ​ແລະ ພະລາທິການໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35, ທີ່ຈະຈັດຂຶ້ນໃນໄລຍະວັນທີ 31 ຕຸລາ - 4 ພະຈິກ 2019 ທີ່ ບາງກອກ, ປະເທດໄທ.ພ້ອມ​ນີ້, ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່ຄວາມຄືບໜ້າການຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ 2025; ການ​ສືບ​ຕໍ່​ຮ່ວມ​ມື​ກັນເພື່ອຮັບມືກັບການ​ປະຕິວັດ​ອຸດ​ສາຫະກໍາ 4.0, ​ແລະ ການສ້າງເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ (ASEAAN Smart Cities Network).

ໃນຕອນບ່າຍຂອງວັນດຽວກັນ, ທ່ານທອງຜ່ານສະຫວັນເພັດ, ພ້ອມດ້ວຍຄະນະກໍ່ໄດ້​​ສືບຕໍ່ເຂົ້າຮ່ວມກອງປະຊຸມໜ່ວຍງານປະສານງານອາຊຽນ ຄັ້ງ​ທີ 8, ຊຶ່ງ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຜົນ​ການ​ໄປ​ຢ້ຽ​ມຢາມ ​ແລະ ​ເຮັດ​ວຽກ ຢູ່ ຕີ​ມໍ​ເລ​ສ​ເຕ ຂອງ​ຄະນະໜ່ວຍງານ ສັງລວມຂໍ້ມູນ​ເສົາ​ຄໍ້າ​ປະຊາ​ຄົມການ​ເມືອງ-ຄວາມໝັ້ນຄົງ (Fact-Finding Mission of ASEAN Political-Security Community) ໃນ​ໄລຍະວັນທີ 3-6 ກັນຍາ 2019, ຊຶ່ງ​ເຫັນ​ວ່າ: ລັດຖະບານ ກໍ​ຄື​ຂະ​ແໜງການ​ກ່ຽວຂ້ອງ​ຂອງ ຕີ​ມໍ​ເລ​ສ​ເຕ ​ແມ່ນ​ມີ​ຄວາມ​ກຽມພ້ອມ​ໃນ​ລະດັບ​ອັນ​ແນ່ນອນ​ໃນ​ການຈະ​ເຂົ້າ​ເປັນ​ສະມາຊິກ​ອາຊຽນ ​ແລະ ການ​ປະ​ເມີນ​ສຸດ​ທ້າຍ ການຈະ​ເຂົ້າ​​ເປັນ​ສະມາຊິກ​ອາຊຽນນີ້​ຈະ​ມີ​ການ​ປຶກສາ​ຫາລື​ຕື່ມຫຼັງຈາກ​ຄະນະໜ່ວຍງານ​ສັງ​ລວມຂໍ້​ມູນ​ເສົາ​ຄໍ້າ​ເສດຖະກິດ ​ແລະ ສັງຄົມ-ວັດທະນະ​ທໍາ ​ເດນ​ທາງ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ຕີມໍເລສເຕ ​ໃນ​ປີ 2020

 

 

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485626
ມື້ນີ້131
ມື້ວານ196
ອາທິດນີ້662
ເດືອນນີ້4931