ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ສືບຕໍ່ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ ແລະ ກອງປະຊຸມເຈົ້າຫນ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ

 

APT1 EAS2

 

ໃນຕອນເຊົ້າວັນທີ 19 ​ກັນຍາ 2019, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ສືບຕໍ່ເຂົ້າຮ່ວມກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່ອາ​ວຸ​ໂສອາ​ຊຽນບວກ​ສາມ ແລະ ກອງປະຊຸມເຈົ້າຫນ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (EAS).

ກອງປະຊຸມເຈົ້າ​ໜ້າ​ທີ່ອາ​ວຸ​ໂສອາ​ຊຽນບວກ​ສາມ ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນງານກິດຈະກຳຮ່ວມມືອາຊຽນບວກສາມ ໂດຍສະເພາະບັນ​ດາ​ຂໍ້​ສະ​ເໜີ​ແນະ​ຂອງ​ໜ່ວຍ​ງານ​ວິ​ໄສ​ທັດ​ອາ​ຊີ​ຕາ​ເວັນ​ອອກ ຄັ້ງທີ II (EAVG II). ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລືການກະກຽມທາງດ້ານພາລາທິການ ແລະ ເນື້ອໃນໃຫ້ແກ່ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 22, ເຊິ່ງຈະຈັດຂື້ນໃນເດືອນພະຈິກ 2019 ທີ່ ບາງກອກ, ປະເທດໄທ ລວມທັງສະແດງຄວາມພໍໃຈຕໍ່ຄວາມຄືບໜ້າໃນການຮ່າງບັນດາເອກະສານ ທີ່ຈະນຳສະເໜີຕໍ່ກອງປະຊຸມສຸດຍອດດັ່ງກ່າວ ຮັບຮອງເອົາ ເປັນຕົ້ນ: ຖະແຫຼງການຜູ້ນໍາອາຊຽນບວກສາມວ່າດ້ວຍການເຊື່ອມສານບັນດາຂໍ້ລິເລີ່ມການເຊື່ອມຈອດ; ການສ້າງເວັບໄຊ ອາຊຽນບວກສາມ ແລະ ບັນດາຂໍ້ສະເໜີແນະຂອງ ເຄືອຂ່າຍຄັງປັນຍາອາຊີຕາເວັນອອກ (Network of East Asian Think-Tanks - NEAT).

ກອງປະຊຸມເຈົ້າຫນ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ໄດ້ສະແດງຄວາມພໍເພີ່ງພໍໃຈຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດຂອບການຮ່ວມມືກອງປະຊຸມສຸດຍອດອາຊີຕາເວັນອອກ ຜ່ານມາ ແລະ ໄດ້ພ້ອມກັນປຶກສາຫາລືການກະກຽມທັງທາງດ້ານພີທີການ ແລະ ເນື້ອໃນໃນດ້ານຕ່າງໆໃຫ້ແກ່ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 14 ໃນເດືອນພະຈິກ 2019 ທີ່ ບາງກອກ, ປະເທດໄທ ໂດຍສະເພາະໄດ້ກວດຄືນຄວາມຄືບໜ້າການຮ່າງບັນດາເອກະສານຜົນຂອງກອງປະຊຸມທີ່ຈະນຳສະເໜີໃຫ້ຜູ້ນຳ EAS ຮັບຮອງເອົາ, ເປັນຕົ້ນ : ຖະແຫຼ່ງການຕ້ານອາຊະຍາກໍາຂ້າມຊາດ; ຖະແຫຼ່ງການຕ້ານການແຜ່ຂະຫຍາຍຂອງຢາເສບຕິດ; ແລະ ຖະແຫຼ່ງການເປັນຄູ່ຮ່ວມເພື່ອຄວາມຍືນຍົງ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484538
ມື້ນີ້54
ມື້ວານ188
ອາທິດນີ້976
ເດືອນນີ້3843