ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການຢ້ຽມຂ່ຳນັບຂອງ ຄະນະຜູ້ແທນ ຈາກກະຊວງການຕ່າງປະເທດ ແຫ່ງ ສປ ຈີນ

2020TP07A

 

2020TP07B

 

ໃນຕອນບ່າຍຂອງວັນທີ 7 ມັງກອນ 2020, ​ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕ້ອນຮັບການຢ້ຽມຂ່ຳນັບຂອງທ່ານ ນາງ ເໝົາ ໜິງ, ຮອງຫົວໜ້າກົມອາຊີ, ກະຊວງການຕ່າງປະເທດ ແຫ່ງ ຈີນ ພ້ອມດ້ວຍຄະນະ, ທີ່ ກະຊວງການຕ່າງເທດ. ຈຸດປະສົງຂອງການຢ້ຽມຂ່ຳນັບໃນຄັ້ງນີ້ ແມ່ນເພື່ອລາຍງານຜົນການປະຕິບັດວຽກງານ ໃນນາມປະທານຮ່ວມຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ກັບ ລາວ ໃນໄລຍະຜ່ານມາ (2018-2020). ພ້ອມດຽວກັນນັ້ນ, ​ຝ່າຍຈີນ ກໍໄດ້ລາຍງານຄວາມຄືບໜ້າຂອງການກະກຽມດ້ານພະລາທິການ ແລະ ດ້ານເນື້ອໃນຂອງການເປັນເຈົ້າພາບຈັດກອງປະຊຸມລັດຖະມົນ​​​ຕີຕ່າງປະເທແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 5, ຊຶ່ງຈະຈັດຂຶ້ນໃນໄລຍະວັນທີ 19-20 ກຸມພາ 2020,  ທີ່ ສົງຊິງ, ຈີນ.

 

ໃນນັ້ນ, ຝ່າຍລາວ ກໍໄດ້ແຈ້ງກ່ຽວກັບ ຄວາມຄືບໜ້າຂອງການກະກຽມເປັນເຈົ້າພາບຈັດກອງປະຊຸມ ຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 3 ໃນເດືອນມີນາ 2020 ໂດຍສະເພາະແຜນການເຄື່ອນໄຫວຂອງກອງປະຊຸມໃນເບື້ອງຕົ້ນ ໃຫ້ຝ່າຍຈີນຊາບ ເພື່ອເປັນປະທານຮ່ວມກອງປະຊຸມຜູ້ນຳໃນຄັ້ງນີ້ ໃຫ້ສຳເລັດຜົນຕາມຄາດໝາຍທີ່ວາງໄວ້.

 

ທັງສອງຝ່າຍ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ກັບການປະກອບສ່ວນໃນໄລຍະການເປັນປະທານຮ່ວມ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຢ່າງຫ້າວຫັນເຊິ່ງໄດ້ເຮັດໃຫ້ຫຼາຍໆກິດກຳຂອງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າໃນໄລຍະຜ່ານມາ ປະສົບຜົນສຳເລັດຕາມຄາດໝາຍ ຢ່າງຈົບງາມ.

 

ໃນຖານະປະທານຮ່ວມ (​ລາວ​-ຈີນ) ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ທັງສອງຝ່າຍ ກໍສະແດງຄວາມເຊື້ອໝັ້ນເຊິ່ງກັນ ແລະ ກັນ ໃນການຕັ້ງໜ້າປະກອບສ່ວນເຂົ້າໃນການ​​ວາງທິທາງເສີມຂະຫຍາຍແລະ ຮັດແໜ້ນການຮ່ວມມື ໃຫ້ມີປະສິດຕິພາບ ໃນພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480216
ມື້ນີ້46
ມື້ວານ157
ອາທິດນີ້614
ເດືອນນີ້6447