ໃນວັນທີ 8 ທັນວາ 2019, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ປາຣີ ຮ່ວມກັບ ສຳພັນຄົນເຊື້ອຊາດລາວ ທີ່ ປະເທດຝຣັ່ງ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 44 ປີ ຂຶ້ນ ທີ່ ສຳນັກງານຂອງສຳພັນຄົນລາວ, ນະຄອນຫຼວງປາຣີ, ໂດຍການເຂົ້າຮ່ວມຂອງ ທ່ານ ບຸນທົງ ຈັນທະປະເສີດ, ອຸປະທູດຊົ່ວຄາວ ປະຈຳ ສະຖານທູດລາວ ທີ່ ປາຣີ, ທ່ານ ຈູມຄຳ ຫຼວງວັນ, ປະທານສຳພັນຄົນເຊື້ອຊາດລາວທີ່ປະເທດຝຣັ່ງ, ມີບັນດາທ່ານກຳມະການສູນກາງແນວລາວສ້າງຊາດທີ່ປະເທດຝຣັ່ງ, ພີ່ນ້ອງຄົນເຊື້ອຊາດລາວທີ່ເປັນຫົວຈັກຫຼັກແຫຼ່ງ ແລະ ພະນັກງານສະຖານທູດ ເຂົ້າຮ່ວມ 50 ກວ່າທ່ານ.
ໃນໂອກາດດັ່ງກ່າວ, ທ່ານ ຈູມຄຳ ຫຼວງວັນ, ປະທານສຳພັນຄົນເຊື້ອຊາດລາວທີ່ປະເທດຝຣັ່ງ ໄດ້ກ່າວຈຸດປະສົງ, ຄວາມໝາຍຄວາມສຳຄັນຂອງການສະເຫຼີມສະຫຼອງວັນຊາດໃນຄັ້ງນີ້. ໃນໂອກາດດຽວກັນ, ທ່ານ ບຸນທົງ ຈັນທະປະເສີດ, ອຸປະທູດຊົ່ວຄາວ ກໍ່ໄດ້ ປາຖະກະຖາ ກ່ຽວກັບ ມູນເຊື້ອວັນຊາດທີ 2 ທັນວາ ຄົບຮອບ 44 ປີ, ໂດຍໄດ້ຍົກໃຫ້ເຫັນເນື້ອໃນຄວາມເປັນມາຂອງມູນເຊື້ອ ວັນຊາດ ທີ 2 ທັນວາ ວັນແຫ່ງໄຊ ຊະນະອັນຍິ່ງໃຫຍ່ຂອງປະຊາຊົນລາວໃນການຕໍ່ສູ້ອັນຍືດເຍື້ອຍາວນານ, ໂດຍພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ເພື່ອປົດປ່ອຍຊາດອອກຈາກແອກຄອບຄອງຂອງພວກລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ ຈົນກ້າວໄປເຖິງການສະຖາປະນາ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ 1975. ພ້ອມດຽວກັນນັ້ນ, ກໍ່ໄດ້ຍົກໃຫ້ເຫັນເຖິງຜົນສຳເລັດອັນສຳຄັນຂອງປະຊາຊົນລາວບັນດາເຜົ່າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕະຫຼອດໄລຍະ 44 ປີ ຜ່ານມາ ເພື່ອເປັນການປຸກລະດົມຂົນຂວາຍ ແລະ ຢັ້ງຢືນຕື່ມອີກເທື່ອໜຶ່ງ ຕໍ່ກັບພີ່ນ້ອງຄົນເຊື້ອຊາດລາວຢູ່ປະເທດຝຣັ່ງໃຫ້ມີຄວາມເຂົ້າໃຈຕໍ່ກັບວັນມົງຄຸນດັ່ງກ່າວ.
ພິທີສະເຫຼີມສະຫຼອງວັນຊາດໃນປີນີ້ ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ, ມ່ວນຊື່ນ ແລະ ມີຄວາມໝາຍຄວາມສຳຄັນ ແລະ ໃນບັ້ນທ້າຍໄດ້ມີການກິນເຂົ້າສາມັກຄີ, ຟ້ອນລຳວົງ ແລະ ຮ້ອງເພງສັນລະເສີນພັກ ແລະ ການປະຕິວັດ ຮ່ວມກັນ ລະຫວ່າງ ພະນັກງານສະຖານທູດ ແລະ ພີ່ນ້ອງຄົນເຊື້ອຊາດລາວທີ່ປະເທດຝຣັ່ງ.