ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ສໍາພາດຂ່າວ ກ່ຽວກັບ ການກະກຽມຄວາມພ້ອມ ໃນການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ

 

ThongPhanhPress

  

ໃນວັນທີ 18 ກຸມພາ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຮອງຫົວໜ້າຄະນະກໍາມະການຮັບຜິດຊອບຊີ້ນໍາລວມ ເພື່ອກະກຽມ ແລະ ເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານ ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ ກ່ຽວກັບ ການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ໄດ້ໃຫ້ສໍາພາດຂ່າວ ຕໍ່ສື່ມວນຊົນລາວ ກ່ຽວກັບ ການກະກຽມຄວາມພ້ອມໃນການເປັນເຈົ້າພາບຈັດສອງກອງປະຊຸມດັ່ງກ່າວ, ລາຍລະອຽດດັ່ງນີ້:

 

ການກະກຽມຄວາມພ້ອມຂອງອະນຸກໍາມະການຕ່າງໆ ໃນການເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ ໃນວັນທີ 20 ກຸມພາ 2020

 

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ ຈະຈັດຂຶ້ນໃນວັນທີ 20 ກຸມພາ 2020, ທີ່ ໂຮງແຮມດອນຈັນພາເລດ, ຕາມລາຍລະອຽດດັ່ງນີ:

 

  1. ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ ຈະຈັດໃສ່ພາກເຊົ້າ ຫຼັງຈາກສໍາເລັດກອງປະຊຸມ ຈະມີພິທີຖະແຫຼງຂ່າວຮ່ວມ.ພ້ອມດຽວກັນນັ້ນ ກ່ອນກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ກໍຈະມີກອງປະຊຸມພາຍໃນອາຊຽນກ່ອນ ຊຶ່ງແມ່ນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມສະພາປະສານງານອາຊຽນສະໄໝພິເສດ.
  2. ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ຈະຈັດໃສ່ພາກບ່າຍ ຫຼັງຈາກສໍາເລັດກອງປະຊຸມ ຈະມີພິທີຖະແຫຼງຂ່າວຮ່ວມ.

 

ປັດຈຸບັນ ການກະກຽມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດແມ່ນມີຄວາມຄືບໜ້າດີທັງທາງດ້ານເນື້ອໃນ, ພາລາທິການ ແລະ ບຸກຄະລາກອນ, ລວມເຖິງການກຽມຄວາມພ້ອມຂອງມາດຕະການປ້ອງກັນການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກໂຄໂຣນາສາຍພັນໃໝ່ (COVID 19), ໂດຍໄດ້ຮັບການຮ່ວມມື ແລະ ຊ່ວຍເຫລືອເປັນຢ່າງດີ ຈາກພາຍໃນແລະ ຕ່າງປະເທດ, ກໍຄືໄດ້ສ້າງຕັ້ງຄະນະກຳມະການຮັບຜິດຊອບຊີ້ນຳລວມໂດຍແມ່ນ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ເປັນຫົວໜ້າຄະນະແລະໄດ້ແຕ່ງຕັ້ງ8ຄະນະອະນຸກຳມະການຮັບຜິດຊອບແຕ່ລະໜ້າວຽກແຕກຕ່າງກັນ ຄື: ອະນຸກໍາມະການກະກຽມເນື້ອໃນ, ອະນຸກໍາມະການກອງເລຂາ, ອະນຸກໍາມະການພິທີການ, ສະຖານທີ່ພັກເຊົາ ແລະ ຕ້ອນຮັບ, ອະນຸກໍາມະການປ້ອງກັນຄວາມສະຫງົບ, ອະນຸກໍາມະການໂຄສະນາ ແລະ ຂ່າວສານ, ອະນຸກໍາມະການພາຫະນະຂົນສົ່ງ, ອະນຸກໍາມະການການແພດ ແລະ ສາທາລະນະສຸກ ແລະ ອະນຸກໍາມະການສັງລວມລາຍຈ່າຍ ແລະ ງົບປະມານ.

 

ບັນດາເນື້ອໃນ ແລະ ເອກະສານທີ່ຈະຮັບຮອງເອົາໃນກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ

 

# ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5

 

ກອງປະຊຸມຄັ້ງນີ້ ຈັດຂຶ້ນໂດຍການເປັນປະທານຮ່ວມຂອງ ທ່ານລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ທີ່ປຶກສາແຫ່ງລັດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປ ຈີນ.

 

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອທົບທວນຄືນການຈັດຕັ້ງຜັນຂະຫຍາຍຜົນ ກອງປະຊຸມຜູ້ນຳແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2, ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4 ແລະ ແຜນປະຕິບັດງານ5 ປີ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (2018-2022) ແລະ ຈະໄດ້ຮ່ວມກັນປຶກສາຫາລື ໃນການວາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍແນໃສ່ການຮ່ວມກັນພັດທະນາເສດຖະກິດ-ສັງຄົມ ໃນຂົງເຂດພາກພື້ນແມ່ນໍ້າຂອງ ບົນພື້ນຖານ 3 ເສົ້້າຄໍ້າ (ການເມືອງ-ຄວາມໝັ້ນຄົງ; ການພັດທະນາເສດຖະກິດ; ສັງຄົມ-ວັດທະນະທໍາ ແລະ ການໄປມາຫາສູ່ຂອງປະຊາຊົນ ໃນພາກພື້ນແມ່ນໍ້າຂອງ) ແລະ 5 ຂົງເຂດບູລິມະສິດ (ການບໍລິຫານຊັບພະຍາກອນນໍ້າ; ການພັດທະນາກະສິກໍາ ແລະ ລືບລ້າງຄວາມທຸກຍາກ; ການເຊື່ອມໂຍງ ແລະ ເຊື່ອມຈອດ; ສ້າງຂີດຄວາມສາມາດໃນການຜະລິດ; ແລະ ເສດຖະກິດຂ້າມຊາຍແດນ).

 

ນອກຈາກນີ້, ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ນີ້ຍັງເປັນການກະກຽມໃຫ້ແກ່ກອງປະຊຸມຜູ້ນຳ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ທີ່ ສປປ ລາວ ຈະເປັນເຈົ້າພາບຈັດຂຶ້ນໃນເດືອນ ມີນາ 2020 ທີ່ ນະຄອນຫລວງວຽງຈັນ.

 

ເອກະສານສໍາຄັນທີ່ຈະພິຈາລະນາຮັບຮອງເອົາໃນກອງປະຊຸມຄັ້ງນີ້ມີ 1 ສະບັບຄື: ບົດຖະແຫຼງຂ່າວຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 5 (Joint Press Communique of the 5th Mekong-Lancang Cooperation Foreign Ministers’ Meeting).ພ້ອມທັງຮັບຊາບເອກະສານຄັດຕິດຈໍານວນ 3 ສະບັບຄື: 1). ບົດລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດແຜນປະຕິບັດງານ 5 ປີ, 2). ຕາຕະລາງຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການຮ່ວມມືແລະ 3). ບົດແນະນໍາຂອງສູນຄົ້ນຄວ້າແມ່ນໍ້າຂອງສາກົນກ່ຽວກັບການສ້າງແລວພັດທະນາເສດຖະກິດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.

 

ພາຍຫຼັງກອງປະຊຸມ, ກໍຈະມີກອງປະຊຸມຖະແຫຼງຂ່າວຂອງປະທານຮ່ວມຄື ທ່ານລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ທີ່ປຶກສາແຫ່ງລັດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປ ຈີນ.

 

# ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດກ່ຽວກັບ ການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່(COVID-19)

 

ກອງປະຊຸມຄັ້ງນີ້ ສປ ຈີນ ແລະ ສ. ຟີລິບປິນ (ໃນນາມປະເທດປະສານງານການຮ່ວມມື ອາຊຽນ-ຈີນ) ຈະຮ່ວມກັນເປັນປະທານ.

 

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລືແລະແລກປ່ຽນຄຳຄິດຄຳເຫັນຮ່ວມກັນລະຫວ່າງອາຊຽນແລະຈີນໃນການຊອກຫາຊ່ອງທາງ, ລວມທັງແລກປ່ຽນບົດຮຽນທີ່ດີແລະກຳນົດມາດຕະການໃນການຕ້ານແລະຮັບມືການລະບາດຂອງ ພະຍາດອັກເສບປອດຈາກເຊື້ອຈຸລະໂລກໂຄໂຣນາສາຍພັນໃໝ່ (COVID-19).

 

ກອງປະຊຸມຈະພິຈາລະນາຮັບຮອງເອົາ ຖະແຫຼງການຮ່ວມຂອງປະທານ ກ່ຽວກັບ ການຕ້ານແລະຮັບມືກັບການລະບາດ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກໂຄໂຣນາສາຍພັນໃໝ່(COVID-19)ເພື່ອເປັນທິດທາງ ໃຫ້ແກ່ຂະແໜງການກ່ຽວຂ້ອງໄປຜັນຂະຫຍາຍຕໍ່ໄປ.

 

ພາຍຫຼັງກອງປະຊຸມ ຈະມີກອງປະຊຸມຖະແຫຼງຂ່າວຂອງປະທານຮ່ວມ ກ່ຽວກັບຜົນຂອງກອງປະຊຸມ.

 

ມາດຕະການເຝົ້າລະວັງ ແລະ ກະກຽມຄວາມພ້ອມ ໃນການປ້ອງກັນການແຜ່ລະບາດຂອງ (COVID-19)ໃນຊ່ວງໄລຍະກອງປະຊຸມ

 

ອີງຕາມບົດລາຍງານຂອງກະຊວງສາທາລະນະສຸກ, ປັດຈຸບັນ ສປປ ລາວ ຍັງບໍ່ມີກໍລະນີຕິດເຊື້ອພະຍາດດັ່ງກ່າວ, ເຊິ່ງກະຊວງສາທາລະນະສຸກ, ອົງການອະນາໄມໂລກ ແລະ ພາກສ່ວນກ່ຽວຂ້ອງ ກໍໄດ້ເອົາໃຈໃສ່ຕິດຕາມສະພາບການຢ່າງໃກ້ຊິດ.

 

ເພື່ອຮັບປະກັນໃຫ້ແກ່ສຸຂະພາບຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ລວມທັງເລຂາທິການໃຫຍ່ ອາຊຽນ ແລະ ຜູ້ເຂົ້າຮ່ວມກອງປະຊຸມທັງໝົດ, ລາວແມ່ນໄດ້ໃຫ້ຄວາມເປັນຫວ່ງແລະຖືເປັນບັນຫາສຳຄັນແລະໄດ້ມີມາດຕະການຕ່າງໆທີ່ຈຳເປັນມາຕັ້ງແຕ່ຕົ້ເດືອນມັງກອນ, 2020. ພິເສດ, ທ່ານນາຍົກລັດຖະມົນຕີໄດ້ແຕ່ງຕັ້ງຄະນະສະເພາະກິດເພື່ອຮັບຜິດຊອບໂດຍກົງໃນການເຝົ້າລະວັງ, ປ້ອງກັນ, ຄວບຄຸມແລະຕອບໂຕ້ ຕໍ່ການລະບາດຂອງພະຍາດ COVID-19.

 

ນອກຈາກນັ້ນ, ກະຊວງກ່ຽວຂ້ອງໂດຍສະເພາະກະຊວງສາທາລະນະສຸກໄດ້ວາງມາດຕະການສຳຄັນຫຼາຍຢ່າງໃນການປ້ອງກັນ, ​ຄວບຄຸມການລະບາດຂອງພະຍາດດັ່ງກ່າວ. ພວກເຮົາໄດ້ປະຕິບັດກົນລະບຽບສາກົນດ້ານສາທາລະນະສຸກ (International Health Regulation) ຢ່າງເຂັ່ງຂັດ.

 

ສະນັ້, ຈຶ່ງເວົ້າໄດ້ວ່າລາວແມ່ນມີຄວາມພ້ອມສູງໃນການປ້ອງກັນແລະຄວບຄຸມໃນການລະບາດຂອງພະຍາດ​ COVID-19. ຖິງຢ່າງໃດກໍ່ດີ, ເພື່ອປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວໃຫ້ໄດ້​​ດີ​​ທີ່ສຸດໂດຍສະເພາະໃນໄລຍະປະເທດເຮົາເປັນເຈົ້າພາບກອງປະຊຸມທີ່ຈະມີແຂກຮັບເຊີນຂັ້ນສູງ​​ມາຈາກຫຼາຍປະເທດ. ພວກເຮົາໄດ້ວາງມາດຕະການເພີ່ມຕື່ມໂດຍອີງໃສ່ກົດລະບຽບສາກົນດ້ານສາທາລະນະສຸກດັ່ງຕໍ່ໄປນີ້:

- ໄດ້ຕິດຕັ້ງ ເຄື່ອງວັດແທກອຸນຫະ​​ພຸມຂອງຮ່າງກາຍ (Thermo Scan) ຢູ່ສະໜາມບິນສາກົນວັດໄຕ, ສະໜາມບິນສາກົນນະຄອນຫຼວງພະບາງ ເພື່ອກວດວັດແທກອຸນຫະພຸມຮ່າງກາຍຂອງ​​ບັນດານັກທ່ອງທ່ຽວ ແລະແຂກທຸກທ່ານທີ່ຈະດີນທາງມາ ປະເທດເຮົາ;

- ໄດ້ມີການກະກຽມຫ້ອງແຍກດ່ຽວຢູ່ສະໜາມບິນສາກົນ ເພື່ອຕິດຕາມ ແລະ ກຽສົ່ງຕໍ່​​ຄົນເຈັບທີ່ມີອາການສົ່ງໃສ່ໄປໂຮງໝໍມິດຕະພາບ ແລະ ໂຮງໝໍ 103 ​ບ່ອນທີ່ໄດ້ມີການກະກຽມຄວາມພ້ອມດ້ານຕ່າງໆ ເພື່ອຕິດຕາມ ແລະ ປິ່ນປົວຖ້າມີຄົນເຈັບທີ່ມີອາການສົງໃສ່ ຫຼື ເປັນພະຍາດ ຍ້ອນເຊື້ອ COVID-19 ໄວ້ແລ້ວ;

- ໄດ້ມີ​​ລົດນຳສົ່ງຄົນເຈັບສະເພາະ ທີ່ສາມາດຮຽກໃຊ້ໄດ້ຕະຫຼອດ 24 ຊົ່ວໂມງ ແລະ ມີເບີໂທສາຍດ່ວນ ເລກເບີ 166 ແລະ ເບີໂທ IHR 02054066777 ຕະຫຼອດ 24 ຊົ່ວໂມງ

- ໄດ້ມີການຕິດຕັ້ງ Thermo Scan ຢູ່ໂຮງແຮມບ່ອນທີ່ຈະຈັດກອງປະຊຸມ, ​ເພື່ອວັດແທກອຸນຫະພຸມຮ່າງກາຍອງແຂກທີ່ເຂົ້າຮ່ວມກອງປະຊຸມ ຖ້າພົບກໍລະນີສົ່ງໃສ່ກໍ່ຈະໄດ້ອະນຸຍາດເພື່ອດຳເນີນຕາມມາດຕະການຕ່າງໆທີ່ໄດ້ວາງໄວ້;

- ພະນັກງານທັງໝົດຂອງ​​ໂຮງແຮມຕ້ອງໄດ້ໃສ່ໜ້າກາກອະນາໄມໃນເວລາຮັບໃຊ້ແຂກທີ່ເຂົ້າມາ​​ໃຊ້ບໍລິການໂຮງແຮມ.

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484477
ມື້ນີ້181
ມື້ວານ273
ອາທິດນີ້915
ເດືອນນີ້3782