ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜູ້ອຳນວຍການໃຫຍ່ ອົງການອາຫານ ແລະ ການກະເສດ (FAO) ຢ້ຽມຢາມ ສປປ ລາວ

20200219FAO

ໃນລະຫວ່າງວັນທີ 18-20 ກຸມພາ 2020, ທ່ານ Dr. Qu Dongyu, ຜູ້ອຳນວຍການໃຫຍ່ອົງການອາຫານ ແລະ ການກະເສດ (FAO) ຊຶ່ງມີສຳນັກງານໃຫຍ່ຕັ້ງຢູ່ທີ່ ນະຄອນຫຼວງໂຣມ, ປະເທດ ອິຕາລີ, ພ້ອມດ້ວຍຄະນະ ໄດ້ເດີນ​ທາງ​ມາຢ້ຽມຢາມ ສ​ປ​ປ ລາວ ຢ່າງເປັນທາງການ ຊຶ່ງເປັນຄັ້ງທຳອິດນັບຕັ້ງແຕ່ທ່ານໄດ້ຮັບຕຳແໜ່ງເປັນ ຜູ້ອຳນວຍການໃຫຍ່ຄົນໃໝ່ຂອງ ອົງການ FAO ແລະ ເປັນຄັ້ງທີ່ສອງໃນຮອບສອງປີຕິດຕໍ່ກັນ ທີ່ຜູ້ອຳນວຍການໃຫຍ່ ອົງການ FAO ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນປີ 2019 ຜ່ານມາ ຊຶ່ງເປັນຄັ້ງທຳອິດໃນຮອບ 30 ປີ.

ໃນໂອກາດດັ່ງກ່າວຄະນະຜູ້ແທນ​ຈາກ ອົງການ FAOໄດ້ເຂົ້າ​ຢ້ຽ​ມ​ຂໍ່າ​ນັບການ​ນຳ​ຂັ້ນ​ສູງ​ຂອງ ສ​ປ​ປ ລາວ​ ໂດຍໄດ້ເຂົ້າພົບ ພະນະທ່ານ ທອງລຸນ ສີສຸລິດ, ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສປປ ລາວ ໃນວັນທີ 19 ກຸມພາ 2020 ຊຶ່ງທ່ານນາຍົກລັດຖະມົນຕີ ກໍໍ່ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ເປັນການຮັດແໜ້ນສາຍພົວພັນການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ ແລະ ໄດ້ມີການແລກປ່ຽນປຶກສາຫາລື ກ່ຽວກັບບັນດາໂຄງການຮ່ວມມືໃນໄລຍະຜ່ານມາ ແລະ ແນວທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນຂໍ້ລິເລີ່ມຈາກມືສູ່ມື (Hand-in-Hand Initiative) ຂອງ ຜູ້ອຳນວຍການໃຫຍ່ຄົນໃໝ່ ຊຶ່ງຈຸດປະສົງແມ່ນເພື່ອນຳເອົາການຊ່ວຍເຫຼືອຈາກບັນດາຄູ່ຮ່ວມພັດທະນາ ມາສູ່ບັນດາປະເທດທີ່ມີຄວາມຈຳເປັນ. ໃນໂອກາດນີ້, ໃນນາມຕາງໜ້າໃຫ້ລັດຖະບານ ສປປ ລາວ ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈມາຍັງອົງການ ທີ່ໄດ້ປະກອບສ່ວນໃນການລະດົມຂົນຂວາຍທຶນເຂົ້າໃນການປັບປຸງແລະພັດທະນາວຽກງານໃນຂົງເຂດກ່ຽວຂ້ອງ ໂດຍຜ່ານບັນດາໂຄງການຕ່າງໆທີ່ໄດ້ຈັດຕັ້ງປະຕິບັດ ຮ່ວມກັບຂະແໜງການພາກລັດຂອງລາວ ລວມເຖິງບັນດາໂຄງການຊ່ວຍເຫຼືອທີ່ຈະເກີດມີໃນອະນາຄົດ. ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ໃຫ້ຂໍ້ມູນແກ່ ທ່ານຜູ້ອຳນວຍການໃຫຍ່ ອົງການ FAO ກ່ຽວກັບບັນດາວຽກງານບູລິມະສິດຕ່າງໆຂອງລັດຖະບານ ໂດຍສະເພາະການສຸມໃສ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ​(2016-2020)ກໍ່ຄື ການກະກຽມໃຫ້ແກ່ການສ້າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021 - 2025), ລວມທັງສຸມໃສ່ການຈັດຕັ້ງປະຕິບັດ ວາລະ 2030 ເພື່ອການພັດທະນາແບບຍືນຍົງ, ຄວາມພະຍາຍາມເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ໂດຍສະເພາະການລຶບລ້າງຄວາມທຸກຍາກ ແລະ ການລຶບລ້າງໄພອຶດຫິວ ກໍ່ຄືການປັບປຸງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂຶ້ນ ຊຶ່ງວຽກງານເຫຼົ້ານັ້ນລ້ວນແຕ່ເປັນວຽກທີ່ຕິດພັນໂດຍກົງກັບບູລິມະສິິດ ແລະ ເປົ້າໝາຍຂອງ ອົງການ FAO. ສະນັ້ນ, ການສືບຕໍ່ ແລະ ຮັດແໜ້ນການຮ່ວມມືກັບອົງການ ແມ່ນມີຄວາມສຳຄັນ. ໃນໂອກາດດັ່ງກ່າວ, ທ່ານຜູ້ອຳນວຍການໃຫຍ່ ອົງການ FAO ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການ​ເດີນ​ທາງ​ມາຢ້ຽມ​ຢາມໃນ​ຄັ້ງ​ນີ້ ຖື​ເປັນນິມິດໝາຍອັນໃໝ່ ແລະ ບາດກ້າວທີ່ສຳຄັນ ສະແດງໃຫ້ເຫັນເຖິງການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ອົງການ FAO ໃນໄລຍະຜ່ານມາ ແລະ ການເອົາໃຈໃສ່ເປັນພິເສດ ໃນການຮ່ວມມືວຽກງານ ດ້ານການຄ້ຳປະກັນສະບຽງອາຫານ ແລະ ປັບປຸງໂພຊະນາການ.

ນອກຈາກນີ້, ໃນໄລຍະການຢ້ຽມຢາມ ສປປ ລາວ, ທ່ານຜູ້ອຳນວຍການໃຫຍ່ ກໍ່ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ປອ. ລຽນ ທີແກ້ວ, ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້; ທ່ານ ສົມມາດ ພົລເສນາ, ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; ແລະ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ພ້ອມທັງຍັງໄດ້ເດີນທາງໄປຢ້ຽມຊົມບັນດາໂຄງການທີ່ຈັດຕັ້ງປະຕິບັດຮ່ວມກັນ ລະຫວ່າງ ອົງການ FAO ແລະ ຄູ່ຮ່ວມງານພາກລັດ ທີ່ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ການພັດທະນາຊົນນະບົດ ແຫ່ງຊາດ ກ່ອນທີ່ຈະເດີນທາງກັບດ້ວຍຄວາມສະຫວັດດີພາບ.

ອົງການ FAO ໄດ້ມີການຮ່ວມມືກັບ ສປປ ລາວ ຕັ້ງແຕ່ປີ 1975 ເປັນຕົ້ນມາ ແລະ ໄດ້ສ້າງຕັ້ງຫ້ອງການຜູ້ຕາງໜ້າຂອງຕົນ ປະຈຳ ສປປ ລາວ ໃນປີ 1980. ໃນປັດຈຸບັນ, ສປປ ລາວ ແລະ ອົງການFAO ກຳລັງຈັດຕັ້ງປະຕິບັດແຜນງານຊ່ວຍເຫຼືອ ສປປ ລາວ ຊຶ່ງມີມູນຄ່າ 37 ລ້ານໂດລາສະຫະລັດ ສຳລັບ 2016 - 2021.

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485322
ມື້ນີ້23
ມື້ວານ227
ອາທິດນີ້358
ເດືອນນີ້4627