ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມເຈົ້າຫນ້າທີ່ອາວຸໂສອາຊຽນ, ກອງປະຊຸມປຶກສາຫາລືຮ່ວມ ແລະ ກອງປະຊຸມອື່ນໆ ທີ່ກ່ຽວຂ້ອງ

 

ASEANSOM2020Hanoi

 

ໃນລະຫວ່າງ ວັນທີ 04-06 ມີນາ 2020 ທີ່ ດານັງ, ສສ. ຫວຽດນາມ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (ASEAN Senior Officials’ Meeting-SOM), ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນສະໄໝພິເສດ (Special ASEAN Senior Officials’ Meeting-Special SOM), ກອງ​ປະ​ຊຸມ​ໜ່ວຍ​ງານ​ປະ​ສານ​ງານ​ອາ​ຊຽນ ຄັ້ງ​ທີ 9 (9th Meeting of the ASEAN Coordinating Council Working Group-ACCWG) ​ເພື່ອ​ກະກຽມຕີມໍ​ເລ​ສ​ເຕ​ເຂົ້າ​ເປັນ​ສະມາຊິກ​ອາຊຽນ, ແລະ ກອງປະຊຸມປຶກສາຫາລືຮ່ວມ (Joint Consultative Meeting-JCM).

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 04 ມີນາ 2020, ເຊິ່ງໄດ້ຕີລາຄາສູງຄວາມຄືບໜ້າໃນການຈັດຕັ້ງປະຕິບັດກິດຈະກຳບູລິມະສິດການເປັນປະທານອາຊຽນຂອງ ຫວຽດນາມ ໃນປີ 2020ເປັນຕົ້ນ ການຜັນຂະຫຍາຍບັນດາຂໍ້ຕົກລົງຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ວົງແຄບໃນເດືອນ ມັງກອນ ທີ່ ເມືອງ ຍ່າຈ່າງ ຜ່ານມາ.ໃນນີ້, ໄດ້ເຫັນດີສືບຕໍ່ດຳເນີນການທົບທວນໄລຍະກາງ ແຜນແມ່ບົດປະຊາຄົມອາຊຽນ 2025 ທັງ 3 ເສົາຄໍ້າ ເພື່ອສາມາດໃຫ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ທີ່ຈະມາເຖິງພິຈາລະນາຮັບຮອງເອົາ; ໄດ້ມອບໃຫ້ກອງເລຂາອາຊຽນ ໄປຮ່າງເອກະສານກຳນົດໜ້າວຽກ (Scoping paper) ກ່ຽວກັບການທົບທວນຄືນກົດບັດອາ ຊຽນ ເພື່ອນຳສະເໜີຕໍ່ເຈົ້າໜ້າທີ່ອາວຸໂສອາຊຽນ ພິຈາລະນາ; ໄດ້ມອບໃຫ້ກອງເລຂາອາຊຽນ ໄປສັງລວມຄືນລະບຽບການຜ່ານມາ ລວມທັງກົດໝາຍພາຍໃນຂອງບັນດາປະເທດອາຊຽນ ກ່ຽວກັບ ການນຳໃຊ້ທຸງອາຊຽນ ແລະ ການເປີດຊ່ອງທາງອາຊຽນຄືນໃໝ່ (ASEAN Lanes) ຢູ່ຕາມສະໜາມບິນ ແລະ ດ່ານຊາຍແດນສາກົນຕ່າງໆ ເພື່ອເຈົ້າໜ້າທີ່ອາວຸໂສອາຊຽນ ພິຈາລະນາຕໍ່ໄປ. ພ້ອມນີ້, ກອງປະຊຸມ ຍັງໄດ້ມອບໝາຍໃຫ້ກອງເລຂາອາຊຽນໄປສັງລວມ-ຕີລາຄາການຂໍເຂົ້າເປັນພາຄີສົນ​​ທິ​ສັນ​ຍາໄມ​ຕີ​ຈິດ ແລະ ການ​ຮ່ວມ​ມື​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຫຼື TAC ຂອງ ກູບາ, ສະຫະອາຣັບ-ເອມີເຣດ, ເບຣາຣຸຊ, ໂກລົມເບຍ ແລະ ເວເນຊູເອລາ ເພື່ອນຳສະເໜີຜ່ານຄະນະກຳມະການຜູ້ຕາງໜ້າຖາວອນປະ ຈຳອາຊຽນ ຫຼື ຊີພີອາ ເພື່ອນຳສະເໜີຕໍ່ເຈົ້າໜ້າທີ່ອາວຸໂສ ແລະ ລັດຖະມົນຕີອາຊຽນ ພິຈາລະນາຕໍ່ໄປ. ນອກຈາກນີ້, ກອງປະຊຸມ ຍັງໄດ້ປຶກສາຫາລືການຮ່ວມມື ລະຫວ່າງ ອາຊຽນ ແລະ ຄູ່ເຈລະຈາ; ພິເສດ ກອງປະຊຸມໄດ້ຕີລາຄາສູງການເປັນເຈົ້າພາບ ກໍຄືຜົນສຳເລັດຂອງກອງປະຊຸມສະໄໝພິເສດລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ກ່ຽວກັບພະຍາດໂຄວິດ-19 ໃນວັນທີ 20 ກຸມພາ 2020 ຢູ່ນະຄອນຫຼວງວຽງຈັນ ຜ່ານມາ ແລະ ໄດ້ເຫັນດີມອບໃຫ້ ຫວຽດນາມ ໃນນາມປະທານອາຊຽນ ແລະ ຟີລິບປິນ ໃນນາມປະເທດປະສານງານອາຊຽນ-ຈີນ ເພື່ອປະສານຄືນກັບຝ່າຍຈີນ ກໍຄືປະ ເທດອາຊຽນອື່ນ ເຖິງຄວາມເປັນໄປໄດ້ໃນການຈັດກອງປະຊຸມສຸດຍອດອາຊຽນ-ຈີນ ສະໄໝພິເສດ ກ່ຽວກັບພະຍາດໂຄວິດ-19 ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ທີ່ຈະມາເຖິງ ໃນເດືອນ ເມສາ 2020 ຢູ່ ດານັງ, ສສ. ຫວຽດນາມ. ພິເສດ, ສປປ ລາວ ໄດ້ແຈ້ງຢ່າງເປັນທາງການ ການແຈ້ງເລື່ອນກອງປະຊຸມສະໄໝພິເສດອາຊຽນ-ອາເມ ລິກາ ທີ່ມີແຜນຈະຈັດຂື້ນໃນວັນທີ 14 ມີນາ 2020 ຢູ່ ລັດເວກັສ, ລັດ ເນວາດາ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19.

ໃນຕອນບ່າຍຂອງວັນດຽວກັນ, ຄະນະຜູ້ແທນລາວ ກໍໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ສະໄໝພິເສດ, ເຊິ່ງໄດ້ລະດົມແນວຄວາມຄິດເບື້ອງຕົ້ນ ໃນການຮ່າງວິໄສທັດອາຊຽນ ຫຼັງປີ 2025, ໃນນີ້, ໄດ້ລົງເລິກວ່າ ວິໄສທັດນີ້ ຈະມີໄລຍະຈັກປີ?; ອົງປະກອບຫຼັກມີຫຍັງແດ່?; ແລະ ກໍານົດຕາຕະລາງເວລາຮ່າງວິໄສທັດດັ່ງກ່າວມີຄືແນວໃດ ເພື່ອໃຫ້ສຳເລັດຕາມແຜນທີ່ກໍານົດໄວ້ ແລະ ສຸດທ້າຍ, ໄດ້ມອບໃຫ້ກອງເລຂາອາຊຽນ ໄປສັງລວມຄືນຄຳຄິດເຫັນຂອງກອງປະຊຸມ ເພື່ອນຳໄປປຶກສາຫາລືກັນໃນກອງປະຊຸມຄັ້ງຕໍ່ໄປ.

ໃນວັນທີ 05 ມີນາ 2020, ທ່ານ ທອງຜ່ານ ສະຫວັນເພັດ ພ້ອມດ້ວຍຄະນະ ກໍໄດ້ສືບຕໍ່ເຂົ້າຮ່ວມກອງປະ ຊຸມໜ່ວຍງານສະພາປະສານງານອາຊຽນ ​ເພື່ອ​ກະກຽມຕີມໍ​ເລ​ສ​ເຕ​ເຂົ້າ​ເປັນ​ສະມາຊິກ​ອາຊຽນ ຄັ້ງທີ 9, ເຊິ່ງໄດ້ປຶກສາຫາລືຮ່າງບົດລາຍງານຜົນການໄປຢູ່ຢ້ຽມຢາມ ແລະ ພົບປະ-ເຮັດວຽກຢູ່ຕີມໍເລສເຕ ຂອງຄະນະໜ່ວຍງານສັງລວມຂໍ້ມູນເສົາ​ຄໍ້າ​ປະຊາ​ຄົມການ​ເມືອງ-ຄວາມໝັ້ນຄົງ ໃນເດືອນ ກັນຍາ 2019 ຜ່ານມາ ລວມທັງໄດ້ເຫັນດີຕໍ່ຮ່າງບັນດາກິດຈະ ກຳສ້າງຂີດຄວາມສາມາດ ພາຍໃຕ້ເສົາຄໍ້າການເມືອງ-ຄວາມໝັ້ນຄົງ ເພື່ອໃຫ້ພະນັກງານກ່ຽວຂ້ອງຂອງ ຕີມໍເລສເຕ ເຂົ້າຮ່ວມ. ພ້ອມນີ້, ກອງປະຊຸມ ຍັງໄດ້ຮັບຊາບຄວາມຄືບໜ້າໃນການກະກຽມໄປຢູ່ຢ້ຽມຢາມ ແລະ ພົບປະ-ເຮັດວຽກ ກັບຂະແໜງການກ່ຽວຂ້ອງຂອງ ຕີມໍເລສເຕ ສຳລັບຄະນະໜ່ວຍງານສັງລວມຂໍ້ມູນຂອງເສົາຄໍ້າປະຊາຄົມເສດຖະກິດອາຊຽນ ແລະ ເສົາຄໍ້າປະຊາຄົມວັດທະນະທຳ-ສັງຄົມອາຊຽນ ໃນເດືອນ ພຶດສະພາ 2020 ທີ່ຈະມາເຖິງ ແລະ ຫຼັງຈາກ ຄະນະໜ່ວຍງານສັງລວມຂອງທັງ 3 ເສົາຄໍ້າປະຊາຄົມອາຊຽນ ສໍາເລັດບົດລາຍງານການໄປຢູ່ຢ້ຽມຢາມ ແລະ ພົບປະ-ເຮັດວຽກ ກັບຂະແໜງການກ່ຽວຂ້ອງຂອງຕີມໍເລສເຕ ແລ້ວ, ເຈົ້າໜ້າທີ່ອາວຸໂສຈະປຶກສາຫາລືກັນ ແລະ ຈະພ້ອມກັນຮ່າງແຜນທິດນໍາ (Roadmap) ໃນການຈະຮັບເອົາຕີມໍເລສະເຕ ເຂົ້າເປັນສະມາຊິກອາຊຽນຕໍ່ໄປ.

ໃນວັນທີ 06 ມີນາ 2020, ກໍໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມປຶກສາຫາລືຮ່ວມ, ເຊິ່ງ​ໄດ້​ພ​້ອມກັນກະກຽມທັງທາງ​ດ້ານ​ເນື້ອ​ໃນ, ພາລະທິການ ແລະ ພິທີການ ໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງທີ່ຈະມີຂຶ້ນໃນໄລຍະວັນທີ 08-09 ເມສາ 2020 ຢູ່ ດານັງ, ສສ. ຫວຽດນາມ. ພ້ອມນີ້, ກອງປະຊຸມ ຍັງ​ໄດ້​ຮັບຊາບຄວາມຄືບໜ້າໃນການຈະດຳເນີນການທົບທວນຄືນກາງສະໄໝ ທັງ 3 ເສົາຄໍ້າປະຊາຄົມອາຊຽນ ຮອດປີ 2025 ແລະ ການຈະເລີ່ມຕົ້ນຂະບວນການຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025.

 

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480403
ມື້ນີ້61
ມື້ວານ172
ອາທິດນີ້801
ເດືອນນີ້6634