ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອລ້າ ຈາກ ລັດຖະບານຍີ່ປຸ່ນ ເພື່ອນໍາໃຊ້ໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດ Covid-19 ຢູ່ ສປປ ລາວ

 

JapanAid2020-1

 

JapanAid2020-2

 

ໃນວັນທີ 05 ມິຖຸນາ 2020, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມໃນເອກະສານແລກປ່ຽນ ໂຄງການຊ່ວຍເຫຼືອລ້າ ຈາກ ລັດຖະບານຍີ່ປຸ່ນ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດ COVID-19 ຢູ່ ສປປ ລາວ, ຊຶ່ງຕາງໜ້າຝ່າຍລາວ ຮ່ວມລົງນາມໃນເອກະສານ ແລະ ກ່າວຮັບໂຄງການ ໂດຍ ທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າຝ່າຍຍີ່ປຸ່ນ ຮ່ວມລົງນາມໃນເອກະສານ ແລະ ກ່າວມອບໂດຍ ທ່ານ ທາເກວາກະເຄໂຊ (TAKEWAKA Keizo), ເອກອັກຄະຣາຊະທູດ ຍີ່ປຸ່ນປະຈໍາ ສປປ ລາວ, ໂດຍການເຂົ້າຮ່ວມເປັນສັກຂີພະຍານ ຂອງບັນດາພະນັກງານກ່ຽວຂ້ອງທັງສອງຝ່າຍ ລາວ ແລະ ຍີ່ປຸ່ນ.

ໂຄງການຊ່ວຍເຫຼືອຄັ້ງນີ້ ເປັນໂຄງການຊ່ວຍເຫຼືອລ້ານອກໂຄງການ (Non-Project), ມີມູນຄ່າ 1,5 ຕື້ເຢນ (13,7 ລ້ານ ໂດລາສະຫະລັດ) ເພື່ອສະໜອງອຸປະກອນການແພດ, ພາຫະນະ ແລະ ລົດຜະລິດນໍ້າສະອາດ ເພື່ອນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານສາທາລະນະສຸກ ກໍ່ຄື ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດ Covid-19 ຢູ່ ສປປ ລາວ. ຍີ່ປຸ່ນໄດ້ເປັນປະເທດອັນດັບຕົ້ນທີ່ໃຫ້ການຊ່ວຍເຫຼືອ ສປປ ລາວ ເພື່ອຕ້ານການແຜ່ລະບາດຂອງເຊື້ອພະຍາດ COVID-19 ຢ່າງທັນການ, ໂດຍສະເພາະການຊ່ວຍເຫຼືອຊຸດປ້ອງກັນການຕິດເຊື້ອ (Personal Protective Equipments – PPEs). ມາຮອດປະຈຸບັນ, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ, ມູນຄ່າຫຼາຍກວ່າ 18 ລ້ານ ໂດລາສະຫະລັດ.

ລັດຖະບານສປປລາວຕີລາຄາສູງຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງລັດຖະບານແລະ ປະຊາຊົນຍີ່ປຸ່ນຕະຫຼອດໄລຍະທີ່ຜ່ານມາ, ໂດຍສະເພາະ ການຊ່ວຍເຫຼືອທາງການ ເພື່ອການພັດທະນາ (ODA) ແກ່ ສປປ ລາວ, ສະເລ່ຍ ປະມານ 90-100 ລ້ານ ໂດລາສະຫະລັດ ຕໍ່ປີ, ຈັດເປັນອັນດັບ 1 ຂອງຕ່າງປະເທດ ທີ່ໃຫ້ການຊ່ວຍເຫຼືອ ສປປ ລາວ, ຊຶ່ງໄດ້ປະກອບສ່ວນອັນສໍາຄັນໃນການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ໂຄງລ່າງພື້ນຖານ, ກະສິກໍາ ແລະ ປ່າໄມ້ ແລະ ອື່ນໆ.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ຍາມໃດກໍ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ເປັນຢ່າງດີຕະຫຼອດມາ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະນໍາໃຊ້ໂຄງການຊ່ວຍເຫຼືອຄັ້ງນີ້ ໃຫ້ເກີດປະໂຫຍດສູງສຸດ ເພື່ອພັດທະນາຂະແໜງສາທາລະນະສຸກ ຂອງ ສປປ ລາວ ກໍ່ຄືປະເທດລາວ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ, ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປ ລາວ ແລະ ຍີ່ປຸ່ນ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480339
ມື້ນີ້169
ມື້ວານ157
ອາທິດນີ້737
ເດືອນນີ້6570