ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປະຈໍາໄຕມາດຂອງຄະນະຈຸດປະສານງານເພື່ອຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ

20200612SDG

20200612SDG1

 

      ກະຊວງການຕ່າງປະເທດ ແລະ ກະຊວງແຜນການ ແລະ ການລົງທຶນ ໃນນາມເປັນ ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງ ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໄດ້ຈັດກອງປະຊຸມປະຈໍາໄຕມາດຂອງຄະນະຈຸດປະສານງານເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະ ນາ ແບບຍືນຍົງ (ປພຍ) ຢູ່ ສປປ ລາວ, ໃນວັນທີ 12 ມິຖຸນາ 2020 ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ.

     ກອງປະຊຸມໃນຄັ້ງນີ້ແມ່ນໄດ້ຮັບກຽດກ່າວເປີດໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ມີຜູ້ເຂົ້າຮ່ວມ ຂອງຈຸດປະສານງານ ປພຍ ແຫ່ງຊາດ ຈາກບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ຂະແໜງການອ້ອມຂ້າງສູນກາງ ທີ່ກ່ຽວຂ້ອງຈໍານວນ 60 ທ່ານ. ກອງປະຊຸມຄັ້ງນີ້ເປັນກອງປະຊຸມປະຈໍາໄຕມາດທີ່ຈັດຂື້ນທຸກປີຂອງຄະນະຈຸດປະສານງານ ຊຶ່ງມີຈຸດປະສົງເພື່ອປຶກສາຫາລື ທົບທວນ ການຈັດຕັ້ງ ປະຕິບັດວຽກງານໃນໄລຍະຕົ້ນປີທີ່ຜ່ານມາ ແລະ ວາງແຜນກະກຽມການຈັດຕັ້ງປະຕິບັດວຽກງານ ໃນຕໍ່ໜ້າ ໂດຍສະເພາະ ການກະກຽມ ໃຫ້ແກ່ການຈັດກອງປະຊຸມຂັ້ນສູງຂອງຄະນະຊີ້ນໍາລະດັບຊາດ ຄົບຮອບວຽນ 3 ປີ ທີ່ມີແຜນຈະຈັດຂື້ນໃນປີນີ້ ແລະ ແຜນງານໃນ ຊຸມປີຕໍ່ໜ້າ ເຊັ່ນ: ແຜນການເຊື່ອມສານ ປພຍ ເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ການກະກຽມການຮ່າງບົດລາຍງານ ແບບສະໝັກໃຈ ສະບັບທີ 2 ຂອງ ສປປ ລາວ.
       ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ, ໄດ້ເນັ້ນໜັກເຖິງຄວາມຄືບໜ້າ ແລະ ຜົນງານອັນພົ້ນເດັ່ນການຈັດຕັ້ງປະຕິບັດວຽກງານ ປພຍ ທີ່ຜ່ານມາ ຢູ່ ສປປ ລາວ, ເພື່ອສຸມໃສ່ແກ້ໄຂສິ່ງທ້າທາຍຕ່າງໆທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ ຂອງພະຍາດ ໂຄວິດ-19  ເພື່ອຫັນ ວິກິດໃຫ້ກາຍເປັນກາລະໂອກາດ, ສ້າງເງື່ອນໄຂທີ່ສາມາດຮັບປະກັນ ແລະ ເອື້ອອໍານວຍໃຫ້ແກ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາ ແບບ ຄວາມຍືນຍົງໃຫ້ມີຄວາມຕໍ່ເນື່ອງ ແລະ ການສ້າງຄວາມເຂັ້ມແຂງ ແລະ ຂີດຄວາມສາມາດຂອງຂະແໜງການໃຫ້ສາມາດແກ້ໄຂ ແລະ ປັບຕົວ ກັບສະພາບການປ່ຽນແປງດັ່ງກ່າວ ໂດຍໝູນໃຊ້ເຕັກໂນໂລຊີ ແລະ ຫັນສູ່ຍຸກດິຈິຕັນ ຫຼື Digitalization ໃຫ້ຫຼາຍຂື້ນ. ນອກນັ້ນ, ກອງປະຊຸມຍັງໄດ້ມີການສົນທະນາ ແລະ ປະກອບຄໍາເຫັນກ່ຽວກັບຂະບວນການຮ່າງບົດລາຍງານແຫ່ງຊາດແບບສະມັກໃຈສະບັບທີ 2 ຂອງ ສປປ ລາວ ທີ່ຄາດວ່າຈະນໍາສະເໜີຢູ່ ໃນກອງປະຊຸມຂັ້ນສູງເພື່ອການພັດທະນາແບບຍືນຍົງໃນປີ 2021 ທີ່ ນີວຢອກ. ພ້ອມກັນນັ້ນ, ກໍ່ໄດ້ຮັບຟັງການນໍາສະເໜີກ່ຽວກັບ SDG Mobile Application ຊຶ່ງ ກອງເລຂາ ປພຍ ແຫ່ງຊາດ ໄດ້ພັດທະນາຂື້ນແນ່ໃສ່ການເພິ່ມຊ່ອງທາງໂຄສະນາ, ເຜີຍແຜ່ ແລະ ການເຂົ້າເຖິງຂໍ້ມູນ ແລະ ຂ່າວສານຂອງທຸກພາກສ່ວນໃນສັງຄົມກ່ຽວກັບການຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ ອີກດ້ວຍ.
    ການຈັດກອງປະຊຸມໃນຄັ້ງນີ້ແມ່ນສ່ວນໜຶ່ງຂອງກົນໄກການຈັດຕັ້ງປະຕິບັດ ປພຍ ພາຍຫຼັງທີ່ ສປປ ລາວ ໄດ້ຮັບຮອງເອົງວາລະ 2030 ເພື່ອການພັດທະນາແບບຍືນຍົງ​ຂອງ ອົງການ ສປຊ ໃນປີ 2015, ລັດຖະບານກໍ່​ໄດ້ສືບຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍວາລະດັ່ງກ່າວ, ໂດຍຄຽງຄູ່ກັບ 17 ເປົ້າໝາຍຂອງອົງການ ສປຊ ລັດຖະບານ ໄດ້ຕົກລົງຮັບຮອງເອົາເປົ້າໝາຍ ປພຍ ແຫ່ງຊາດ, ເປົ້າໝາຍທີ 18: ຊີວິດປອດໄພຈາກລະເບີດ ບໍ່ທັນແຕກ ໃນປີ 2016. ພ້ອມກັນນັ້ນ, ສປປ ລາວ ໄດ້ສ້າງຕັ້ງກົນໄກການຈັດຕັ້ງປະຕິບັດວຽກງານ ປພຍ ເພື່ອຮັບປະກັນຜົນສໍາເລັດຕາມເປົ້າໝາຍ ແລະ ຄາດໝາຍທີ່ວາງໄວ້, ຊຶ່ງປະກອບມີ: 1) ຄະນະຊີ້ນໍາລະດັບຊາດ, ໂດຍມີ​ທ່ານນາຍົກລັດຖະມົນຕີ ​ເປັນປະທານ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເປັນຮອງປະທານ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ຂອງບັນດາກະຊວງທີ່ກ່ຽວຂ້ອງ ແລະ ການນໍາຂອງອົງການຈັດຕັ້ງມະຫາຊົນປະກອບເປັນຄະນະ;  2) ຄະນະຈຸດປະສານງານ ໂດຍມີຜູ້ຕ່າງໜ້າຈາກບັນດາກະຊວງ ແລະ ຂະແໜງການຕ່າງໆ ຂອງລັດປະກອບເປັນສະມາຊິກ ແລະ 3) ກອງເລຂາ ປພຍ ແຫ່ງຊາດ (ຊຶ່ງມີຫ້ອງການຕັ້ງຢູ່ ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ)

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485750
ມື້ນີ້49
ມື້ວານ206
ອາທິດນີ້786
ເດືອນນີ້5055