ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຈີນ-ລາວ ປຶກສາຫາລືມາດຕະການຜ່ອນຜັນ ສຳລັບການເດີນທາງທີ່ມີຄວາມຈຳເປັນ ແນໃສ່ອຳນວຍຄວາມສະດວກໃຫ້ການປະຕິບັດໂຄງການຮ່ວມມືສອງຝ່າຍ

 

20200618 DM Thongsavanh

 

ໃນວັນທີ 16 ມິຖຸນາ 2020 ຜ່ານມາທ່ານຈ່ຽງຈາຍຕົ່ງເອກອັກຄະລັດຖະທູດ ແຫ່ງ ສ​ປ ຈີນ ປະຈໍາ ສປປ ລາວ ໄດ້​ໂອ້ລົມ​ຜ່ານໂທລະສັບກັບທ່ານ ທອງສະຫວັນ ພົມວິຫານຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ​ປ​ປ ລາວເຊິ່ງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ບັນຫາໃນການພົວພັນຮ່ວມມື ລາວ-ຈີນ ເປັນຕົ້ນແມ່ນ ການໄປມາຫາສູ່ກັນຂອງການນຳຂັ້ນສູງ, ການຮ່ວມມືກ່ຽວກັບການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19, ມາດຕະການຜ່ອນຜັນສຳລັບການເດີນທາງທີ່ຈຳເປັນ, ການອຳນວຍຄວາມສະດວກໃຫ້ການປະຕິບັດບັນດາໂຄງການຮ່ວມມືທີ່ສໍາຄັນ ພາຍໃຕ້ເງື່ອນໄຂສືບຕໍ່ປ້ອງກັນພະຍາດໂຄວິດ-19 ຢ່າງເປັນປົກກະຕິ.

ສອງຝ່າຍໄດ້ຕີລາຄາວ່າ ນັບແຕ່ໄດ້ເກີດມີພະຍາດໂຄວິດເປັນຕົ້ນມາສະຖານທູດຈີນ ແລະ ອົງການທີ່ກ່ຽວຂ້ອງຂອງຝ່າຍລາວໄດ້ປະສານງານຢ່າງແໜ້ນແຟ້ນລົງເລິກການຮ່ວມມືປ້ອງກັນພະຍາດຢ່າງຕໍ່ເນື່ອງ ຕັ້ງໜ້າຊຸກຍູ້ໂຄງການຮ່ວມມືຕ່າງໆໂດຍສະເພາະແມ່ນໂຄງການໃຫຍ່ສໍາຄັນແລະ ໂຄງການກ່ຽວພັນເຖິງຊີວິດການເປັນຢູ່ຂອງປະຊາຊົນພະຍາຍາມອຳນວຍຄວາມສະດວກໃຫ້ແກ່ພະນັກງານ ແລະ ການຂົນສົ່ງເຄື່ອງມື, ອຸປະກອນທີ່ຈໍາເປັນນຳໃຊ້ເຂົ້າໃນໂຄງການສາມາດມາຮອດ ສ​ປ​ປ ລາວ ຢ່າງທັນການ, ເຊິ່ງຮັບປະກັນໃຫ້ໂຄງການສໍາຄັນຕ່າງໆເຊັ່ນ:ທາງລົດໄຟ ລາວ-ຈີນ, ທາງດ່ວນວຽງຈັນ-ວັງວຽງໂຮງໝໍມະໂຫສົດແລະ ໂຄງການອື່ນໆ ສາມາດບັນລຸຄວາມຄືບໜ້າຕາມຄາດໝາຍ.

ໃນໄລຍະຜ່ານມາ, ສອງປະເທດໄດ້ບັນລຸໝາກຜົນທີ່ສໍາຄັນຮ່ວມກັນໃນການປ້ອງກັນເຊື້ອພະຍາດໂຄວິດ-19 ແລະ ໃນຕໍ່ໜ້າ, ເພື່ອອຳນວຍຄວາມສະດວກໃຫ້ແກ່ການຟື້ນຟູການຜະລິດແລະ ການພັດທະນາເສດຖະກິດສັງຄົມຂອງສອງຝ່າຍການປະຕິບັດໂຄງການຮ່ວມມືທີ່ສໍາຄັນຕ່າງໆສອງຝ່າຍໄດ້ແລກປ່ຽນບາງບັນຫາດັ່ງລຸ່ມນີ້:

ຝ່າຍລາວຈະຮັບໄປພິຈາລະນາ ຂໍ້ສະເໜີຂອງຝ່າຍຈີນກ່ຽວກັບການເປີດ “ຊ່ອງທາງສີຂຽວ” ສຳລັບການເດີນທາງທີ່ມີຄວາມຈຳເປັນຮີບດ່ວນ ລະຫວ່າງ ລາວ-​ຈີນຈີນ-ລາວ”.

ສຳລັບບໍລິສັດຂອງ ຈີນ ທີ່ໄດ້ຮັບອະນຸຍາດໃຫ້ດໍາເນີນທຸລະກິດ ຫຼື ມີໂຄງການ ຢູ່ ສປປ ລາວ ທີ່ມີຈຸດປະສົງຈະນໍາເອົາພະນັກງານເຂົ້າມາເຮັດວຽກໃນໂຄງການຂອງຕົນ ແມ່ນໃຫ້ດໍາເນີນການຕາມຂັ້ນຕອນປົກກະຕິ ໂດຍສະເໜີຜ່ານຂະແຫນງການທີ່ກ່ຽວຂ້ອງ ແລະ ໄດ້ຮັບການອະນຸມັດ ວີຊາ ຈາກກະຊວງການຕ່າງປະເທດແລ້ວ ຈຶ່ງສາມາດໄປຂໍ ວີຊາ ຢູ່ ສະຖານທູດ ແລະ ສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ອາດຈະຂໍເປັນລາຍບຸກຄົນ ຫລື ເປັນກຸ່ມກໍ່ໄດ້.

ຝ່າຍຈີນ ເຫັນດີຈະຕັ້ງໜ້າຄົ້ນຄວ້າມາດຕະການອໍານວຍຄວາມສະດວກໃຫ້ແກ່ຄະນະຜູ້ແທນທາງການ ແລະ ບຸກຄົນຂອງລາວທີ່ມີຄວາມຈຳເປັນເດີນທາງໄປຈີນອີກດ້ວຍ.

- ສປ ຈີນ ຈະສືບຕໍ່ຮ່ວມມືກັບ ສປປ ລາວ ຢ່າງໃກ້ຊິດ ແລະ ກຳລັງພິຈາລະນາໃຫ້ການຊ່ວຍເຫຼືອຕື່ມສຳລັບວຽກງານປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ເພື່ອບໍ່ໃຫ້ກັບມາລະບາດຮອບໃໝ່ຕາມ​ການ​ສະ​ເໜີຂອງກະຊວງສາທາລະນະສຸກລາວ.

ການໂອ້ລົມແລກປ່ຽນຜ່ານທາງໂທລະສັບ ໄດ້ຜ່ານໄປໃນບັນຍາກາດເຂົ້າອົກເຂົ້າໃຈກັນ.

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485369
ມື້ນີ້70
ມື້ວານ227
ອາທິດນີ້405
ເດືອນນີ້4674