ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມທາບທາມຄຳເຫັນຂັ້ນສູນກາງ ຕໍ່ຮ່າງກົດໝາຍ ວ່າດ້ວຍ ຊາຍແດນແຫ່ງຊາດ

2020629-tharp-tharm1

2020629-tharp-tharm2

ໃນວັນທີ 29 - 30 ມິຖຸນາ 2020 ທີ່ ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ ICTC,ກະຊວງການຕ່າງປະເທດ    ໄດ້ຈັດຕັ້ງກອງປະຊຸມທາບທາມຄຳເຫັນຂັ້ນສູນກາງ ຕໍ່ຮ່າງກົດໝາຍວ່າດ້ວຍ ຊາຍແດນແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຮັບຜິດຊອບສ້າງຮ່າງກົດໝາຍ ໂດຍມີບັນດາທ່ານຮອງລັດຖະມົນຕີ ແລະ ຮອງຫົວໜ້າອົງການຂັ້ນສູນກາງ​​, ທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງຂັ້ນສູນກາງ ເຂົ້າຮ່ວມ.

ການຈັດຕັ້ງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອນຳເອົາຮ່າງກົດໝາຍ ວ່າດ້ວຍ ຊາຍແດນແຫ່ງຊາດ ມາທາບທາມຄຳເຫັນນຳບັນດາກະຊວງ, ອົງການຈັດຕັ້ງລັດທຽບເທົ່າກະຊວງ ແລະ ອົງການຈັດຕັ້ງຕ່າງໆ ອ້ອມຂ້າງສູນກາງ. ພາຍຫຼັງກອງປະຊຸມໃນຄັ້ງນີ້ ກະຊວງການຕ່າງປະເທດ ກໍຈະສືບຕໍ່ທາບທາມຄຳເຫັນ ຢູ່ພາກໜືອ, ພາກກາງ ແລະ ພາກໃຕ້ ໃຫ້ສໍາເລັດພາຍໃນເດືອນກໍລະກົດ 2020 ນີ້. ຈາກນັ້ນ ກໍຈະປັບປຸງ ຕາມການປະກອບຄໍາເຫັນ ເພື່ອເຮັດໃຫ້ເນື້ອ​​ໃນຂອງຮ່າງກົດໝາຍ ມີຄວາມຮັດກຸມ, ຈະແຈ້ງ ແລະ ຄົບຖ້ວນ ຂຶ້ນກວ່າເກົ່າ ກ່ອນນຳສະເໜີຮ່າງກົດໝາຍ ເຂົ້າພິຈາລະນາຢູ່ ກອງປະຊຸມລັດຖະບານ ປະຈຳ ເດືອນ ສິງຫາ 2020 ແລະ ນໍາເຂົ້າພິຈາລະນາຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນທ້າຍປີ 2020 ຕາມລຳດັບ.

ການສ້າງກົດໝາຍວ່າດ້ວຍ ຊາຍແດນແຫ່ງຊາດ ເພື່ອກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ຊາຍແດນແຫ່ງຊາດ ແລະ ວຽກງານຊາຍແດນ ແນ່ໃສ່ເພີ່ມທະວີການຄຸ້ມຄອງວຽກງານຊາຍແດນແຫ່ງຊາດ ໃຫ້ລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ທັງເປັນພື້ນຖານໃຫ້ແກ່ບົດບັນຍັດຂອງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍອື່ນທີ່ກ່ຽວຂ້ອງ ແມ່ນມີຄວາມສໍາຄັນທີ່ສຸດ ແລະ ມີຄວາມຈຳເປັນພາວະວິໄສອັນຮີບດ່ວນ. ນອກຈາກນັ້ນ, ກົດໝາຍສະບັບນີ້ ກໍຍັງເຮັດໃຫ້ພົນລະເມືອງລາວທຸກຄົນ ແລະ ທຸກອົງການຈັດຕັ້ງໃນລະບົບການເມືອງຂອງ ສປປ ລາວ ມີຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບ ຄວາມໝາຍຄວາມສໍາຄັນຂອງຊາຍແດນແຫ່ງຊາດ; ຄວາມຮັບຜິດຊອບ ແລະ ພັນທະຂອງຕົນ ໃນການເຄົາລົບຊາຍແດນແຫ່ງຊາດ; ພາລະກິດໃນການສ້າງ, ຄຸ້ມຄອງ ແລະ ປ້ອງກັນຊາຍແດນແຫ່ງຊາດ ກໍຄືການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢູ່ບໍລິເວນຊາຍແດນ.

ການສ້າງກົດໝາຍສະບັບນີ້ ກໍແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຄັ້ງທີX ຂອງພັກ, ມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍ ການຍົກສູງປະສິດຕິພາບໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ, ມະຕິຂອງກອງປະຊຸມອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ III ກໍຄື ກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ14ເພື່ອຫັນຂະແໜງການຕ່າງປະເທດ ໄປສູ່ການຄຸ້ມຄອງຂະແໜງການຂອງຕົນ ດ້ວຍກົດໝາຍ ແລະ ລະບຽບການ ຢ່າງເປັນລະບົບຄົບຊຸດ ແລະ ໜັກແໜ້ນເທື່ອລະກ້າວ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480270
ມື້ນີ້100
ມື້ວານ157
ອາທິດນີ້668
ເດືອນນີ້6501