ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ-ຈີນ ຄັ້ງທີ 26 (ແບບທາງໄກ)

 

20200701Asean-China3

20200701Asean-China4

 

ໃນວັນທີ 1 ກໍລະກົດ 2020, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ-ຈີນ ຄັ້ງທີ 26 ແບບທາງໄກ ທີ່ ກະຊວງການຕ່າງປະເທດ ພາຍໃຕ້ການເປັນປະທານຮ່ວມ ຂອງ ຟີລິບປິນ ແລະ ຈີນ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ຍັງມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ ແລະ ວິຊາການກ່ຽວຂ້ອງຈຳນວນໜຶ່ງ.

ກອງປະຊຸມຄັ້ງນີ້ໄດ້ຕີລາຄາສູງ ຕໍ່ຜົນສຳເລັດການຈັດຕັ້ງປະຕິບັດການຮ່ວມມື ອາຊຽນ-ຈີນ ໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດ ແຜນປະຕິບັດງານ ອາຊຽນ-ຈີນ 2016-2020 ແລະ ການຜັນຂະຫຍາຍຜົນກອງປະຊຸມສຸດຍອດຜູ້ນຳ ອາຊຽນ-ຈີນ ຄັ້ງທີິ 22 ໃນປີ 2019 ທີ່ ບາງກອກ, ປະເທດໄທ, ເຊິ່ງກວມເອົາທັງສາມເສົາຄໍ້າການສ້າງປະຊາຄົມອາຊຽນ (ການເມືອງຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳສັງຄົມ) ເປັນຕົ້ນ: ໄດ້ສຳເລັດພິທີເປີດປີ 2020 ເປັນປີແຫ່ງການຮ່ວມມືດ້ານເສດຖະກິດດີຈີຕອນ ອາຊຽນ-ຈີນ, ການຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ 2025 ແລະ ແຜນຂໍ້ລິເລີ່ມໜຶ່ງແລວ, ໜຶ່ງເສັ້ນທາງ, ການຮ່ວມມືເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ, ການຮ່ວມມືດ້ານການສຶກສາ, ການກະກຽມງານວາງສະແດງສິນຄ້າ ອາຊຽນ-ຈີນ ປະຈຳປີ 2020 ແລະ ອື່ນໆ. ພິເສດ, ກອງປະຊຸມຍັງໄດ້ແຈ້ງໃຫ້ກັນ ແລະ ກັນ ຊາບ ກ່ຽວກັບ ສະພາບການ ກໍ່ຄື ມາດຕະການຂອງແຕ່ລະປະເທດ ສະມາຊິກອາຊຽນ ແລະ ສປ. ຈີນ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ກໍານົດທິດທາງແຜນການຮ່ວມມື ອາຊຽນ-ຈີນ ໃນຕໍ່ໜ້າ ໃນການສືບຕໍ່ຮັບມື ແລະ ແກ້ໄຂພະຍາດໂຄວິດ-19 ດັ່ງກ່າວ.

ພ້ອມນີ້, ກອງປະຊຸມສະແດງຄວາມເພິງພໍໃຈຕໍ່ຄວາມຄືບໜ້າໃນການຮ່າງແຜນປະຕິບັດງານ ອາຊຽນ-ຈີນ ສະບັບໃໝ່ 2021-2025 ເພື່ອໃຫ້ສາມາດນໍາສະເໜີ ຕໍ່ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ທີ່ຈະມີຂຶ້ນໃນເດືອນສິງຫາ 2020 ທີ່ ຫວຽດນາມ ພິຈາລະນາຮັບຮອງເອົາ ແລະ ນຳສະເໜີຕໍ່ກອງປະຊຸມສຸດຍອດອາຊຽນ-ຈີນ ໃນເດືອນພະຈິກ 2020 ທີ່ ຫວຽດນາມ ຮັບຊາບ. ນອກຈາກນີ້, ກອງປະຊຸມຍັງໄດ້ປຶກສາຫາລືການຈະຖືເອົາ ປີ 2021 ເປັນປິແຫ່ງການຮ່ວມມືພັດທະນາແບບຍືນຍົງ ອາຊຽນ-ຈີນ ແລະ ຄວາມຄືບໜ້າການຮ່ວມມືຂອບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຕື່ມ.

ນອກນັ້ນ, ກອງປະຊຸມຄັ້ງນີ້ ໄດ້ແລກປ່ຽນຄວາມຄິດເຫັນ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເພື່ອປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ກໍ່ຄື ໃນໂລກ ເປັນຕົ້ນແມ່ນ ການສືບຕໍ່ສົ່ງເສີມລະບົບການຄ້າຫຼາຍຝ່າຍ ແລະ ຮັດແໜ້ນກົນໄກການຮ່ວມມື ທີ່ອາຊຽນເປັນຜູ້ນຳພາ.

ກອງປະຊຸມຄັ້ງນີ້ຍັງໄດ້ປຶກສາຫາລື ການກະກຽມໃຫ້ແກ່ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ- ຈີນ ທີ່ຈະມີຂຶ້ນ ໃນເດືອນສິງຫາ 2020 ນີ້ ທີ່ ຫວຽດນາມ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480336
ມື້ນີ້166
ມື້ວານ157
ອາທິດນີ້734
ເດືອນນີ້6567