ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມປຶກສາຫາລືທາງໄກເຈົ້າຫນ້າທີ່ອາວຸໂສຂະແໜງການກ່ຽວຂ້ອງຂອງອາຊຽນ ກ່ຽວກັບ ແຜນຟື້ນຟູຮອບດ້ານຂອງອາຊຽນ ຫຼັງໂຄວິດ-19

 

20200714 ASEAN-2

20200714 ASEAN--4

 

ໃນຕອນບ່າຍຂອງວັນທີ 14 ກໍລະກົດ 2020 ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະ ເຂົ້າຮ່ວມກອງປະຊຸມປຶກສາຫາລືທາງໄກເຈົ້າໜ້າທີ່ອາວຸໂສຂະແໜງການກ່ຽວຂ້ອງຂອງອາຊຽນ ກ່ຽວກັບ ຮ່າງແຜນຟື້ນຟູຮອບດ້ານອາຊຽນ ຫຼັງໂຄວິດ-19 ພາຍໃຕ້ການເປັນປະທານຂອງຫວຽດນາມ ໃນຖານະປະທານໝູນວຽນອາຊຽນ ປີ 2020.

ກອງປະຊຸມ ໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນເບື້ອງຕົ້ນ ຕໍ່ຮ່າງແຜນຟື້ນຟູຮອບດ້ານຂອງອາຊຽນ ຫຼັງໂຄວິດ-19 ທີ່ຮ່າງຂື້ນໂດຍກອງເລຂາອາຊຽນ ໂດຍໄດ້ລົງເລິກປຶກສາຫາລືຈຸດປະສົງ, ລະດັບຄາດ ໝາຍ, ວິທີິການ, ຮູບແບບ, ແຜນການ ແລະ ກຳນົດເວລາໃນການຈັດຕັ້ງປະຕິບັດ. ພ້ອມນີ້, ຍັງໄດ້ມີຄຳເຫັນຕໍ່ບັນດາຂະແໜງຍຸດທະສາດທີ່ຈະບັນຈຸເຂົ້າໃນຮ່າງແຜນຟື້ນຟູດັ່ງກ່າວ ເຊັ່ນ: ສາທາລະນະສຸກ, ສົ່ງເສີມການຄ້າພາຍໃນອາຊຽນ, ການຫັນໄປສູ່ດີຈິຕອນ; ການສະໜອງແບບຕ່ອງໂສ້ດ້ານການເຊື່ອມຈອດ ແລະ ສົ່ງເສີມເສດຖະກິດດິຈີຕອນ, ການຮັດແໜ້ນຄວາມໝັ້ນຄົງມະນຸດ ແລະ ສ້າງອາຊຽນໃຫ້ມີຄວາມຍືນຍົງ ແລະ ເຂັ້ມແຂງ. ກອງປະຊຸມຄັ້ງນີ້, ໄດ້ເຫັນດີມອບໃຫ້ບັນດາຂະແໜງການກ່ຽວຂ້ອງ ຂອງສາມເສົາຄໍ້າປະຊາຄົມອາຊຽນ ສືບຕໍ່ເຮັດວຽກຮ່ວມກັນ ແລະ ມີຄຳເຫັນເພີ່ມເຕີມໃສ່ຮ່າງແຜນຟື້ນຟູຮອບດ້ານອາຊຽນ ຫຼັງໂຄວິດ-19 ເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ຮອບດ້ານ ແລ້ວນຳສະເໜີຕໍ່ກອງປະຊຸມສະພາປະສານງານອາຊຽນ ພິຈາລະນາກ່ອນນຳສະເໜີໃຫ້ຜູ້ນຳອາຊຽນ ຮັບຮອງໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ໃນເດືອນ ພະຈິກ 2020 ທີ່ຈະມາເຖິງ ຢູ່ ສສ. ຫວຽດນາມ.

ໃນກອງປະຊຸມດ່ັງກ່າວ, ທ່ານ ຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ກໍໄດ້ປະກອບຄຳເຫັນເບື້ອງຕົ້ນຕໍ່ຮ່າງແຜນຟື້ນຟູຮອບດ້ານອາຊຽນ ໂດຍໄດ້ເນັ້ນວ່າ: ໃນສະພາບຊີວິດແບບໃໝ່ນີ້ ອາຊຽນ ມີຄວາມຈຳເປັນຕ້ອງໄດ້ຫັນໄປສູ່ການນຳໃຊ້ລະບົບດິຈີຕອນ ເປັນຕົ້ນແມ່ນ ການຄ້າຜ່ານທາງເອເລັກໂຕຣນິກ, ການສຶກສາຜ່ານທາງອອນລາຍ ແລະ ອື່ນໆ. ສະນັ້ນ, ຕ້ອງໄດ້ສຸມໃສ່ການລົງທຶນດ້ານພື້ນຖານໂຄງລ່າງດ້ານເອເລັກໂຕຣນິກ ພ້ອມທັງພັດທະນາຊັບພະຍາກອນມະນຸດໃນດ້ານດັ່ງກ່າວ. ນອກນັ້ນ, ແຜນຟື້ນຟູຮອບດ້ານດ່ັງກ່າວ ຄວນສອດຄ່ອງ ແລະ ເສື່ອມສານກັບແຜນແມ່ບົດຂອງສາມເສົາຄໍ້າປະຊາຄົມອາຊຽນ ທີກຳລັງຈະດຳເນີນການທົບທວນກາງສະໄໝ ລວມທັງ ແຜນວຽກຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ໄລຍະສາມ ແລະ ໄລຍະສີ່ທີ່ກຳລັງຮ່າງ, ແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025 ແລະ ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ. ສ່ວນການຈັດຕັ້ງປະຕິບັດນັ້ນ ຈະຕ້ອງເພີ່ມທະວີການລະດົມທຶນຈາກຄູ່ຮ່ວມມືພາຍນອກຂອງອາຊຽນ ເຊັ່ນ: ອາຊຽນບວກໜື່ງ, ອາຊຽນບວກສາມ ລວມທັງຈາກພາກເອກະຊົນ ແລະ ຮູບແບບຄູ່ຮ່ວມລັດ-ເອກະຊົນ (PPP).

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484701
ມື້ນີ້12
ມື້ວານ205
ອາທິດນີ້1139
ເດືອນນີ້4006