ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (ແບບທາງໄກ)

 

20200716 ASEAN SOM -1

20200716 ASEAN SOM -2

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແບບທາງໄກ

 

ໃນຕອນເຊົ້າຂອງວັນທີ 16 ກໍລະກົດ 2020 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແບບທາງໄກ, ພາຍໃຕ້ການເປັນປະທານຂອງ ສ.ສ. ຫວຽດນາມ ໃນຖານະປະທານໝູນວຽນອາຊຽນປີ 2020.

ກອງປະຊຸມ ໄດ້ປຶກສາຫາລືການກະກຽມທາງດ້ານເນື້ອໃນ, ພາລະທິການ ແລະ ພິທີການ ໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 53, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກນຶ່ງ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງທີ 21, ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 10 ແລະ ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 27, ເຊິ່ງຈະຈັດຂຶ້ນໃນເດືອນ ກັນຍາ 2020.

ພ້ອມນີ້, ກອງປະຊຸມ ຍັງໄດ້ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດບັນດາບູລິມະສິດການເປັນປະທານອາຊຽນຂອງຫວຽດນາມ ສົກປີ 2020 ໂດຍສະເພາະຄວາມຄືບໜ້າໃນການປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະບາດພະຍາດ ໂຄວິດ-19, ການສ້າງຕັ້ງກອງທຶນອາຊຽນ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດດັ່ງກ່າວ, ການສ້າງຄັງແຮຢາປົວພະຍາດ ແລະ ອຸປະກອນການແພດ ສໍາລັບຮັບມື ແລະ ແກ້ໄຂພາວະສຸກເສີນດ້ານສາທາລະນະສຸກພາກພື້ນອາຊຽນ ແລະ ຮ່າງແຜນຟື້ນຟູຮອບດ້ານຂອງອາຊຽນ ຫຼັງໂຄວິດ-19. ນອກຈາກນີ້, ກໍໄດ້ປຶກສາຫາລືການສືບຕໍ່ຮ່ວມມືກັບແຕ່ລະຄູ່ເຈລະຈາອາຊຽນ ແລະ ການພິຈາລະນາຂໍ້ສະເໜີຂອງປະເທດຕ່າງໆ ເພື່ອເຂົ້າເປັນພາຄີສົນ​​ທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ ກໍຄືເຂົ້າເປັນຄູ່ຮ່ວມມືທາງການຂອງອາຊຽນ.

 

 

 

20200716 ASEAN SOM -3

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ອິນເດຍ ຄັ້ງທີ 22 ແບບທາງໄກ

 

ໃນຕອນບ່າຍຂອງວັນດຽວກັນ, ທ່ານຮອງລັດຖະມົນຕີ ຍັງໄດ້ສືບຕໍ່ນຳພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ອິນເດຍ ຄັ້ງທີ 22 ແບບທາງໄກ ພາຍໃຕ້ການເປັນປະທານຮ່ວມຂອງ ໄທ (ປະເທດປະສານງານ) ແລະ ອິນເດຍ.

ກອງປະຊຸມ ໄດ້ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດການຮ່ວມມື ອາຊຽນ-ອິນເດຍ ໃນໄລຍະຜ່ານມາ ໂດຍສະເພາະ ການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ອິນເດຍ ໄລຍະ 2016-2020 ແລະ ການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 16 ໃນເດືອນ ພະຈິກ 2019 ທີ່ ປະເທດໄທ, ເຊິ່ງກວມເອົາສາມເສົາຄ້ຳ ຂອງການສືບຕໍ່ສ້າງປະຊາຄົມອາຊຽນ (ການເມືອງຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ):ການຄ້າ ແລະ ການລົງທຶນ, ການເງິນ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ການສຶກສາ, ສາທາລະນະສຸກ, ການເຊື່ອມຈອດ ອາຊຽນ-ອິນເດຍ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການພັດທະນາແບບຍືນຍົງ, ແລະ ອື່ນໆ. ພິເສດ, ກອງປະຊຸມ ໄດ້ແລກປ່ຽນຂໍ້ມູນຂ່າວສານ, ມາດຕະການ ແລະ ບົດຮຽນທີ່ດີໃນການຮ່ວມມືກັນ ເພື່ອສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19. ນອກຈາກນີ້, ກອງປະຊຸມຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນການຊ່ວງຊີງຂອງປະເທດມະຫາອຳນາດ, ໂຄງສ້າງເສດຖະກິດພາກພື້ນ, ຂໍ້ລິເລີ່ມຂອງອິນເດຍ ກ່ຽວກັບ ອິນໂດປາຊີຟິກ ແລະ ອື່ນໆ.

ສຳລັບທິດທາງໃນຕໍ່ໜ້າ, ກອງປະຊຸມ ໄດ້ເຫັນດີເປັນເອກະພາບ ເພື່ອເລັ່ງລັດການຮ່າງ ແຜນປະຕິບັດງານການຮ່ວມມື ອາຊຽນ-ອິນເດຍ ສະບັບໃໝ່ 2021-2025 ໃຫ້ສຳເລັດ ເພື່ອນຳສະເໜີຕໍ່ກອງປະຊຸມສຸດຍອດ ອາຊຽນ-ອິນເດຍ   ທີ່ຈະມາເຖິງໃນເດືອນ ພະຈິກ 2020 ຮັບຮອງເອົາ. ກອງປະຊຸມຄັ້ງນີ້, ຍັງໄດ້ປຶກສາຫາລືການກະກຽມທາງດ້ານເນື້ອໃນ, ພະລາທິການ ແລະ ພິທີການ ໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ແລະ ກອງປະຊຸມສຸດຍອດ ອາຊຽນ-ອິນເດຍ      ທີ່ຈະມີຂຶ້ນໃນເດືອນ ກັນຍາ 2020 ແລະ ເດືອນ ພະຈິກ 2020 ຕາມລຳດັບ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485713
ມື້ນີ້12
ມື້ວານ206
ອາທິດນີ້749
ເດືອນນີ້5018