ໃນຕອນເຊົ້າວັນທີ 21 ກໍລະກົດ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ ASEAN Regional Forum Senior Officials’ Meeting (ARF SOM) ແບບທາງໄກ, ພາຍໃຕ້ການເປັນປະທານຂອງ ສສ. ຫວຽດນາມ ໃນຖານະປະທານໝູນວຽນອາຊຽນປີ 2020.
ກອງປະຊຸມຄັ້ງນີ້ ໄດ້ຮັບຊາບຜົນການຈັດຕັ້ງປະຕິບັດການພົວພັນຮ່ວມມືຂອບເວທີພາກພື້ນໃນໄລຍະຜ່ານມາ ໂດຍສະເພາະ ການຈັດບັນດາກອງປະຊຸມ ແລະ ກິດຈະກໍາທີ່ຮັບຮອງເອົານໍາກັນ ສໍາລັບໄລຍະກາງສະໄໝ 2019-2020, ເຊິ່ງໂດຍລວມກິດຈະກໍາສ່ວນໃຫຍ່ແມ່ນໄດ້ຖືກເລື່ອນ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19. ສໍາລັບທິດທາງໃນຕໍ່ໜ້າ, ກອງປະຊຸມເຫັນດີຈະສືບຕໍ່ຈັດຕັ້ງປະຕິບັດບາງໜ້າວຽກບູລິມະສິດຄື: ການທູດປ້ອງກັນເຫດ, ການຕ້ານການກໍ່ການຮ້າຍ ແລະ ອາດຊະຍາກໍາຂ້າມຊາດ, ຄວາມໝັ້ນຄົງ ແລະ ການນໍາໃຊ້ຂໍ້ມູນ-ຂ່າວສານ ແລະ ເທັກໂນໂລຊີ, ການບັນເທົາທຸກໄພພິບັດ, ຄວາມໝັ້ນຄົງທາງທະເລ ແລະ ການບໍ່ແຜ່ຜາຍ ແລະ ຫຼຸດຜ່ອນອາວຸດ. ພິເສດ, ກອງປະຊຸມໄດ້ເຫັນດີຕໍ່ຮ່າງແຜນປະຕິບັດງານເວທີພາກພື້ນອາຊຽນສະບັບໃໝ່ (ແຜນປະຕິບັດງານຮ່າໂນ້ຍ II) ໄລຍະ 2020-2025 ລວມທັງຮ່າງລະບຽບຂັ້ນຕອນ ເລັ່ງໃສ່ສືບຕໍ່ຈັດຕັ້ງປະຕິບັດຂອບການຮ່ວມມືເວທີພາກພື້ນອາຊຽນ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ແທດເໝາະກັບສະພາບຕົວຈິງໃນປັດຈຸບັນ. ຂັ້ນຕອນຕໍ່ໄປ, ຮ່າງແຜນປະຕິບັດງານເວທີພາກພື້ນອາຊຽນ ສະບັບໃໝ່ ໄລຍະ 2020-2025 ແລະ ລະບຽບຂັ້ນຕອນນີ້ຈະໄດ້ນໍາສະເໜີຕໍ່ກອງປະຊຸມລັດຖະມົນຕີຕ່າງປະເທດເວທີພາກພື້ນອາຊຽນ ທີ່ຈະມີຂຶ້ນໃນເດືອນ ກັນຍາ 2020 ພິຈາລະນາຮັບຮອງເອົາ. ພ້ອມນີ້, ກອງປະຊຸມຍັງໄດ້ແລກປ່ຽນຄວາມຄິດຄວາມເຫັນຕໍ່ກັບບັນຫາພາກພື້ນ ແລະສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
ນອກຈາກນີ້, ກອງປະຊຸມ ຍັງໄດ້ປຶກສາຫາລືການກະກຽມທັງທາງດ້ານເນື້ອໃນ ແລະ ພາລະທິການ ໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດເວທີພາກພື້ນອາຊຽນ ຄັ້ງທີ 27, ທີ່ຈະມີຂຶ້ນໃນເດືອນ ກັນຍາ 2020.