ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ (ແບບທາງໄກ)

 

ASEANarf01

ASEANSom200720203

ASEANarf11

 

 

ໃນຕອນເຊົ້າວັນທີ 21 ກໍລະກົດ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ ASEAN Regional Forum Senior Officials’ Meeting (ARF SOM) ແບບທາງໄກ, ພາຍໃຕ້ການເປັນປະທານຂອງ ສສ. ຫວຽດນາມ ໃນຖານະປະທານໝູນວຽນອາຊຽນປີ 2020.

ກອງປະຊຸມຄັ້ງນີ້ ໄດ້ຮັບຊາບຜົນການຈັດຕັ້ງປະຕິບັດການພົວພັນຮ່ວມມືຂອບ​ເວທີ​ພາກ​ພື້ນໃນໄລຍະຜ່ານມາ ໂດຍສະເພາະ ການຈັດບັນດາກອງປະຊຸມ ແລະ ກິດຈະກໍາທີ່​ຮັບຮອງ​ເອົາ​ນໍາ​ກັນ ສໍາລັບ​ໄລຍະກາງສະໄໝ 2019-2020, ເຊິ່ງໂດຍລວມກິດຈະກໍາສ່ວນໃຫຍ່ແມ່ນໄດ້ຖືກເລື່ອນ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19. ສໍາລັບທິດທາງໃນຕໍ່ໜ້າ, ກອງປະຊຸມເຫັນດີຈະສືບຕໍ່ຈັດຕັ້ງປະຕິບັດບາງໜ້າວຽກບູລິມະສິດຄື: ການທູດປ້ອງກັນເຫດ, ການຕ້ານການກໍ່ການຮ້າຍ ແລະ ອາດຊະຍາກໍາຂ້າມຊາດ, ຄວາມໝັ້ນຄົງ ແລະ ການນໍາໃຊ້ຂໍ້ມູນ-ຂ່າວສານ ​ແລະ ​ເທັກ​ໂນ​ໂລ​ຊີ, ການບັນເທົາທຸກໄພພິບັດ, ຄວາມໝັ້ນຄົງທາງທະເລ ແລະ ການບໍ່ແຜ່ຜາຍ ແລະ ຫຼຸດຜ່ອນອາວຸດ. ພິເສດ, ກອງປະຊຸມໄດ້ເຫັນດີຕໍ່ຮ່າງ​ແຜນ​ປະຕິ​ບັດ​ງານ​ເວທີ​ພາກ​ພື້ນ​ອາຊຽນສະບັບ​ໃໝ່ (ແຜນປະຕິບັດງານຮ່າໂນ້ຍ ​II) ​ໄລຍະ 2020-2025 ລວມທັງຮ່າງລະບຽບຂັ້ນຕອນ ເລັ່ງໃສ່ສືບຕໍ່ຈັດຕັ້ງປະຕິບັດຂອບການຮ່ວມມື​ເວທີພາກພື້ນອາຊຽນ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ແທດເໝາະກັບສະພາບຕົວຈິງໃນປັດຈຸບັນ. ຂັ້ນຕອນຕໍ່ໄປ, ຮ່າງແຜນປະຕິບັດງານເວທີພາກພື້ນອາຊຽນ ສະບັບ​ໃໝ່ ໄລຍະ 2020-2025 ແລະ ລະບຽບຂັ້ນຕອນນີ້ຈະໄດ້ນໍາສະເໜີຕໍ່ກອງປະຊຸມລັດຖະມົນຕີຕ່າງປະເທດເວທີພາກພື້ນອາຊຽນ ທີ່ຈະມີຂຶ້ນໃນເດືອນ ກັນຍາ 2020 ພິຈາລະນາຮັບຮອງເອົາ. ພ້ອມນີ້, ກອງປະຊຸມຍັງໄດ້ແລກປ່ຽນຄວາມຄິດຄວາມເຫັນຕໍ່ກັບບັນຫາພາກພື້ນ ແລະສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ນອກຈາກນີ້, ກອງປະຊຸມ ຍັງໄດ້ປຶກສາຫາລືການກະກຽມທັງທາງດ້ານເນື້ອໃນ ແລະ ພາລະທິການ ໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດເວທີພາກພື້ນອາຊຽນ ຄັ້ງທີ 27, ທີ່ຈະມີຂຶ້ນໃນເດືອນ ກັນຍາ 2020. 

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483933
ມື້ນີ້57
ມື້ວານ183
ອາທິດນີ້371
ເດືອນນີ້3238