ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລືທາງໄກ ເຈົ້າໜ້າທີ່ອາວຸໂສຂະແໜງການກ່ຽວຂ້ອງຂອງອາຊຽນ ກ່ຽວກັບວິໄສທັດປະຊາຄົມອາຊຽນ ຫຼັງປີ 2025, ກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ ແລະ ກອງປະຊຸມທາງໄກເຈົ້າຫນ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (East Asia Summit)

 

ASEANSom200720205

ASEANSom200720204

ASEANSom200720207

ASEANSom200720206

 

ໃນວັນທີ 20 ກໍລະກົດ 2020 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະ ສືບຕໍ່ເຂົ້າຮ່ວມກອງປະຊຸມປຶກສາຫາລືທາງໄກ ກ່ຽວກັບວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ພາຍໃຕ້ການເປັນປະທານຂອງ ສ.ສ. ຫວຽດນາມ ໃນຖານະປະທານໝູນວຽນອາຊຽນປີ 2020. ເຂົ້າຮ່ວມກອງປະຊຸມຄັ້ງນີ້, ຍັງມີຫົວໜ້າເຈົ້າໜ້າທີ່ອາວຸໂສເສົາຄໍ້າເສດຖະກິດ ແລະ ເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນຂອງ ສປປ ລາວ ຕື່ມ.

ກອງປະຊຸມ ໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນຕໍ່ວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ໂດຍສະ ເພາະສືບຕໍ່ຄວາມໝາຍໝັ້ນຂອງອາຊຽນ ໃນການສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງຮອບດ້ານ, ສົ່ງເສີມການຮ່ວມມືໃນວຽກງານເຊື່ອມໂຍງເສດຖະກິດ ແລະ ເຊື່ອມຈອດອາຊຽນໃຫ້ເປັນຮູບປະທຳຫຼາຍຂຶ້ນ, ການຮັບມືໃນຍຸກປະຕິວັດອຸດ ສາຫະກຳ 4.0 ກໍຄືເສດຖະກິດດີຈີຕອລ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ເສີມຂະຫຍາຍການຮ່ວມມືກັບພາຍນອກໃນພາກພື້ນ ແລະ ສາກົນ. ກອງປະຊຸມ ຍັງໄດ້ແລກປ່ຽນຄຳເຫັນເບື້ອງຕົ້ນ ກ່ຽວກັບຈຸດປະສົງ, ລະດັບຄາດໝາຍ, ວິທີການ, ຮູບແບບ, ແຜນການ ແລະ ກໍານົດເວລາໃນການຮ່າງວິໄສທັດອາຊຽນ ຫຼັງປີ 2025 ດັ່ງກ່າວ.

ໃນກອງປະຊຸມຄັ້ງນີ້, ທ່ານ ຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ກໍໄດ້ປະກອບຄໍາເຫັນເບື້ອງຕົ້ນໄດ້ເນັ້ນວ່າ: ວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ນີ້ຕ້ອງສຸມໃສ່ສືບຕໍ່ສ້າງປະຊາຄົມອາຊຽນທີ່ມີຄວາມຕໍ່ເນື່ອງ ແລະ ເຂັ້ມແຂງ, ສົ່ງເສີມບັນດາຫລັກການພື້ນຖານທີ່ສຳຄັນ ແລະ ວິຖີທາງຂອງອາຊຽນ, ເສີມຂະຫຍາຍຄວາມເປັນແກນກາງຂອງອາຊຽນ, ຮັດແໜ້ນການຮ່ວມມືກັບພາຍນອກ, ຮັດແໜ້ນການເຊື່ອມໂຍງ ແລະ ເຊື່ອມຈອດອາຊຽນ, ຫຼຸດຜ່ອນຄວາມທຸກຍາກ, ຮັດແຄບຄວາມແຕກໂຕນຂອງບັນດາປະເທດສະມາຊິກ, ຫັນໄປສູ່ການນໍາໃຊ້ລະບົບດີຈີຕອນ ເປັນຕົ້ນແມ່ນການຄ້າຜ່ານທາງເອເລັກໂຕຣນິກ, ການສຶກສາຜ່ານທາງອອນລາຍ ແລະ ອື່ນໆ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະສືບຕໍ່ເຂົ້າຮ່ວມ ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່ອາ​ວຸ​ໂສ ອາ​ຊຽນບວກ​ສາມ ແລະ ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່ອາ​ວຸ​ໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ, ເຊີ່ງຈຸດປະສົງລະດັບຄາດໝາຍຂອງທັງສອງກອງປະຊຸມນີ້ ແມ່ນເພື່ອທົບທວນຄືນ ການຈັດຕັ້ງປະຕິບັດ ການພົວພັນຮ່ວມມື ຂອບອາຊຽນບວກສາມ ແລະ ຂອບກອງປະຊຸມສຸດຍອດອາຊີຕາເວັນອອກ ໃນໄລຍະຜ່ານມາ ແລະ ກະກຽມທັງທາງດ້ານເນື້ອໃນ ແລະ ພະລາທິການໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນບວກສາມ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດຂອບກອງປະຊຸມສຸດຍອດອາຊີຕາເວັນອອກ, ແລະ ກອງປະຊຸມສຸດຍອດອາຊຽນບວກສາມ ແລະ ກອງປະຊຸມສຸດຍອດຂອບກອງປະຊຸມສຸດຍອດອາຊີຕາເວັນອອກ ທີ່ຈະມີຂຶ້ນໃນເດືອນສິງຫາ 2020 ແລະ ເດືອນພະຈິກ 2020 ຕາມລຳດັບ.

ກອງປະຊຸມຕີລາຄາສູງຕໍ່ ຜົນການຈັດຕັ້ງປະຕິບັດ ການພົວພັນຮ່ວມມື ອາຊຽນບວກສາມ ໃນໄລຍະຜ່ານມາ, ເຊິ່ງກວມເອົາສາມເສົາຄ້ຳຂອງການສ້າງປະຊາຄົມອາຊຽນ ຮອດປີ 2025 (ການເມືອງຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳສັງຄົມ); ພິເສດ, ຍັງໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ບັນດາແຜນງານ/ໂຄງການ ທີ່ຮັບຮອງເອົາ ພາຍໃຕ້ບົດລາຍງານ ສະບັບທີ 2 ຂອງໜ່ວຍງານວິໄສທັດອາຊີຕາເວັນອອກ ແລະ ການແລກປ່ຽນຂໍ້ມູນ-ຂ່າວສານ, ບົດຮຽນທີ່ດີ ກໍ່ຄືມາດຕະການ ໃນການແກ້ໄຂ ແລະ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19. ສຳລັບທິດທາງໃນຕໍ່ໜ້າ, ກອງປະຊຸມໄດ້ເປັນເອກະພາບ ຈະສືບຕໍ່ຮ່ວມມືກັນ ໂດຍສະເພາະ ການແກ້ໄຂ ແລະ ຮັບມືກັບ ໂຄວິດ-19 (ການຄົ້ນຄວ້າ ແລະ ພັດທະນາ (R&D) ຮ່ວມກັນ ດ້ານຢາປົວພະຍາດ ແລະ ຢາວັກແຊັງຕ້ານ ໂຄວິດ-19 ແລະ ການຟື້ນຟູເສດຖະກິດຮອບດ້ານຫຼັງໂຄວິດ-19); ການເຊື່ອມຈອດອາຊຽນ; ການຮັດແໜ້ນຄວາມແຕກໂຕນດ້ານດານພັດທະນາ; ເສດຖະກິດດິຈິຕອນ; ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ; ການຄ້ຳປະກັນສະບຽງອາຫານ; ການຮ່ວມມືດ້ານການເງິນ; ແລະ ອື່ນໆ. ກອງປະຊຸມຄັ້ງນີ້, ຍັງໄດ້ປຶກສາຫາລືບາງບັນຫາພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນຕື່ມ.

ຕໍ່ການຮ່ວມມືຂອບ ກອງປະຊຸມສຸດຍອດອາຊີຕາເວັນອອກ, ກອງປະຊຸມໄດ້ຕີລາຄາສູງ ຕໍ່ຜົນການພົວພັນຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງແຜນປະຕິບັດງານມະນີລາ ໄລຍະ 2018-2022 ແລະ ເຫັນດີສືບຕໍ່. ພິເສດ, ກອງປະຊຸມຄັ້ງນີ້, ໄດ້ເຫັນດີເປັນເອກະພາບກັນ ຕໍ່ເອກະສານ ຜົນໄດ້ຮັບສຳລັບກອງປະຊຸມສຸດຍອດອາຊີຕາເວັນອອກທີ່ຈະມາເຖິງ ໃນເດືອນພະຈິກ 2020 ເພື່ອນຳສະເໜີຕໍ່ກອງປະຊຸມສຸດຍອດດັ່ງກ່າວ ພິຈາລະນາຮັບຮອງເອົາ ລວມທັງຖະແຫຼງການຮ່າໂນ່ຍສະເຫຼີມສະຫຼອງຄົບຮອບ 15 ປີ ຂອບການຮ່ວມມືກອງປະຊຸມອາຊີຕາເວັນອອກ. ນອກຈາກນີ້, ກອງປະຊຸມຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ບາງບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484694
ມື້ນີ້5
ມື້ວານ205
ອາທິດນີ້1132
ເດືອນນີ້3999