ໃນຕອນເຊົ້າຂອງວັນທີ 04 ສິງຫາ 2020 ທີ່ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນຈົດໝາຍແຕ່ງຕັ້ງ ຂອງ ທ່ານ ນາງ ດຣ. ເພຍ ຣີແບນໂລ ບຣິດໂຕ (Dr Pia Rebello Britto), ເພື່ອມາດຳລົງຕຳແໜ່ງເປັນ ຜູ້ຕາງໜ້າຂອງອົງການອຸຍນິເຊຟ (UNICEF) ຄົນໃໝ່ ປະຈຳ ສປປ ລາວ.
ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງ ທ່ານຜູ້ຕາງໜ້າຂອງອົງການ UNICEF ຄົນໃໝ່ ປະຈຳ ສປປ ລາວ, ພ້ອມທັງສະແດງຄວາມຂອບໃຈຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອຂອງອົງການ UNICEF ຕໍ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດບັນດາໂຄງການ ແລະ ກິດຈະກຳຕ່າງໆ ພາຍໃຕ້ແຜນງານຂອງອົງການ UNICEF ທີ່ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ລັດຖະບານລາວ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະຫວັດ ເພື່ອການພັດທະນາ ຂອງ ອົງການ ສປຊ (2000-2015), ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຫຼຶ ປພຍ (2015 – 2030), ບັນດາໜ້າວຽກບູລິມະສິດ ຕິດພັນກັບການສົ່ງເສີມ ແລະ ປົກປ້ອງເດັກນ້ອຍ ກໍຄື ການຮັບປະກັນໃຫ້ເດັກນ້ອຍລາວທຸກຄົນໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ດີ.
ສຳລັບທິດທາງການຮ່ວມມືໃນຕໍ່ໜ້າ, ທັງສອງຝ່າຍຈະໄດ້ສືບຕໍ່ສຸມໃສ່ການຈັດຕັ້ງປະຕິບັດແຜນການຮ່ວມມືລະຫວ່າງ ອົງການ UNICEF ແລະ ລັດຖະບານ ສປປ ລາວ ສົກປີ 2017 – 2021 ຊຶ່ງກວມເອົາ 5 ຂົງເຂດເປົ້າ ໝາຍຄື: ວຽກງານສາທາລະນະສຸກ ແລະ ໂພຊະນາການ; ນ້ຳສະອາດ ແລະ ວຽກງານສຸຂະອະນາໄມ ແລະ ການປ່ຽນແປງຂອງດິນຟ້າອາກາດ; ການສຶກສາ; ການປົກປ້ອງເດັກ; ແລະ ວຽກງານອື່ນໆທີ່ປິ່ນອ້ອມ ໂດຍຖືສຳຄັນການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ. ແຜນການຮ່ວມມືດັ່ງກ່າວແມ່ນມີຄວາມສຳຄັນໃນການປະກອບສ່ວນຊ່ວຍສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8, ເວົ້າລວມ ກໍແມ່ນການປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍເປົ້າໝາຍການພັດທະນາແບບຍືນຍົງ ຫຼື ປພຍ (SDGs) ແຕ່ນີ້ຮອດປີ 2030.
ໃນໂອກາດດຽວກັນນີ້, ທ່ານ ນາງ ດຣ. ເພຍ ຣີແບນໂລ ບຣິດໂຕ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຢືນຢັນວ່າ ອົງການ UNICEF ຈະສືບຕໍ່ໃຫ້ການຮ່ວມມືຢ່າງເຕັມສ່ວນ ກັບ ລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ອົງການ ແລະ ລັດຖະບານລາວ ໃຫ້ໄດ້ຮັບໝາກຜົນສູງສຸດ.