ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ກ່ຽວກັບ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ວຽກງານກ່ຽວຂ້ອງຕ່າງໆ ໃຫ້ບັນດາເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງແຂວງພາກກາງ

 

20200806-SDGs-1

20200806-SDGs-2

 

ໃນວັນທີ 6 ສິງຫາ 2020, ທີ່ ນະຄອນໄກສອນພົມວິຫານ, ແຂວງ ສະຫວັນນະເຂດ, ກະຊວງການຕ່າງປະເທດ ຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ, ໃນນາມກອງເລຂາແຫ່ງຊາດ ເພື່ອຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ/SDGs) ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບ ຄວາມຄືບໜ້າການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ ແລະ ວຽກງານກ່ຽວຂ້ອງຕ່າງໆ ໃຫ້ບັນດາເຈົ້າໜ້າທີ່ໆກ່ຽວຂ້ອງຈາກແຂວງພາກກາງ ຊຶ່ງລວມມີ: ແຂວງ ວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ. ກອງປະຊຸມດັ່ງກ່າວ ແມ່ນໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍການໃຫ້ກຽດກ່າວເປີດຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ, ຮອງເຈົ້າແຂວງໆ ສະຫວັນນະເຂດ, ຊຶ່ງມີຜູ້​ຕາງ​ໜ້າ​ຈາກບັນດາພະແນກການ ແລະ ເມືອງພາຍໃນແຂວງ ສະຫວັນນະເຂດ ພ້ອມດ້ວຍຂະແໜງການກ່ຽວຂ້ອງອ້ອມຂ້າງ​ ຈາກ​ບັນ​ດາ 4 ແຂວງພາກກາງ ເຂົ້າຮ່ວມທັງໝົດ ປະມານ 120 ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ຂະແໜງການກ່ຽວຂ້ອງຂອງພາກລັດ ກ່ຽວກັບຄວາມສຳຄັນໃນການຈັດຕັ້ງປະຕິບັດ ປພຍ ຂອງ ສປປ ລາວ ເພື່ອຮັບປະກັນການປະກອບສ່ວນ ແລະ ມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ. ໃນກອງປະຊຸມຄັ້ງນີ້ ຄະນະຜູ້ແທນຈາກບັນດາແຂວງພາກກາງ ໄດ້ຮັບຟັງການເຜີຍແຜ່ ແລະ ແລກປ່ຽນບົດຮຽນວຽກ​ງານການຈັດຕັ້ງປະຕິບັດ ປພຍ ໂດຍໄດ້ເຊື່ອມສານເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຊຶ່ງຖືເອົາວຽກງານລຶບ​ລ້າງ​ຄວາມ​ທຸກ​ຍາກເປັນບູລິມະສິດຕົ້ນຕໍ ໂດຍສຸມໃສ່ການພັດທະນາແບບມີສ່ວນຮ່ວມຂອງຫຼາຍພາກສ່ວນ ເວົ້າລວມ, ເວົ້າສະເພາະ ແມ່ນໄດ້ຮັບຟັງການເຜີຍແຜ່ເອກະສານສໍາຄັນຂອງ ປພຍ ເຊັ່ນ: ແຜນປະຕິບັດງານແຫ່ງຊາດ ເພື່ອການຈັດຕັ້ງປະຕິບັດ ປພຍ ແລະ ແຜນດໍາເນີນງານການສື່ສານ, ໂຄສະນາ ແລະ ເຜີຍແຜ່ ປພຍ ທົ່ວປະເທດ ແລະ ທິດທາງການເຊື່ອມສານ ປພຍ ຮອດປີ 2030 ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ໃນໂອກາດດຽວກັນ, ກອງປະຊຸມຍັງໄດ້​ຮັບ​ຟັງ​ການນຳສະເໜີກ່ຽວກັບ ການກະກຽມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021 - 2025), ຄວາມສຳຄັນຂອງວຽກງານສະຖິຕິ ເພື່ອຕອບສະໜອງຕໍ່ການສ້າງນະໂຍບາຍດ້ານການພັດທະນາ ທີ່ສອດຄ່ອງ ແລະ ແທດເໝາະກັບສະພາບການພັດທະນາຕົວຈິງຂອງ ສປປ ລາວ ແລະ ບັນດາເນື້ອໃນເອກະສານກ່ຽວກັບ ການຈັດຕັ້ງປະຕິບັດຫຼັກການຂອງ ຖະ​ແຫຼງ​ການ​ວຽງ​ຈັນ​ ວ່າ​ດ້ວຍ ການ​ເປັນ​ຄູ່​ຮ່ວມງານ​ ເພື່ອ​ການ​ພັດ​ທະ​ນາ​ທີ່ມີ​ປະ​ສິ​ດ​ທິ​ພາບ (2016 - 2025). ນອກຈາກນັ້ນ, ກອງປະຊຸມຍັງໄດ້ມີການຈັດພາກປຶກສາຫາລື (Panel Discussion) ເພື່ອຮັບຟັງກ່ຽວກັບ ຄວາມພະຍາຍາມຂອງທ້ອງຖິ່ນ ໃນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ວາລະດ້ານການພັດທະນາແຫ່ງຊາດ. ກອງປະຊຸມດັ່ງກ່າວ ຍັງເປັນເວທີ ແລະ ກາລະໂອກາດໃຫ້ທ້ອງຖິ່ນ ໄດ້ແລກປ່ຽນວຽກງານຕົວຈິງຢູ່ທ້ອງຖິ່ນ, ບັນດາຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ທີ່ຈະຕ້ອງໄດ້ສຸມໃສ່ແກ້ໄຂໃນຕໍ່ໜ້າ ເພື່ອໃຫ້ບັນລຸເປົ້າໝາຍດ້ານການພັດທະນາ.

ກອງປະຊຸມສຳມະນາຄັ້ງນີ້ ແມ່ນມີຄວາມສຳຄັນ ຊື່ງປະກອບສ່ວນໃນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ບັນດາພະນັກງານທີ່ວາງແຜນພັດທະນາ ໃນລະດັບທ້ອງຖິ່ນຢູ່ແຂວງພາກກາງ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ທີ່ຕິດພັນໂດຍກົງກັບວາລະ 2030 ເພື່ອການພັດທະນາແບບຍືນຍົງ ຂອງ ອົງການສະຫະປະຊາຊາດ, ພ້ອມທັງເປັນການສ້າງຄວາມເປັນເອກະພາບກັນ, ຮັບປະກັນການປະກອບສ່ວນ ແລະ ມີສ່ວນຮ່ວມຂອງປະຊາຊົນລາວບັນດາເຜົ່າ ໃນການຈັດຕັ້ງປະຕິບັດ ປພຍ ໃຫ້ມີປະສິດທິຜົນສູ່ງກວ່າເກົ່າ ໂດຍອີງຕາມສະພາບຈຸດພິເສດດ້ານການພັດທະນາ ນັບຕັ້ງແຕ່ຂັ້ນສູນກາງຮອດທ້ອງຖິ່ນ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480421
ມື້ນີ້79
ມື້ວານ172
ອາທິດນີ້819
ເດືອນນີ້6652