ໃນວັນທີ 26 ສິງຫາ 2020, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ-ສ.ເກົາຫລີ ຄັ້ງທີ 24 ແບບທາງໄກ ພາຍໃຕ້ການເປັນປະທານຮ່ວມ ຂອງ ບຣູໄນ ແລະ ສ.ເກົາຫລີ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ຍັງມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ ແລະ ວິຊາການກ່ຽວຂ້ອງຈຳນວນໜຶ່ງ.
ກອງປະຊຸມ ໄດ້ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດການຮ່ວມມື ອາຊຽນ-ສ.ເກົາຫລີ ໃນໄລຍະໜື່ງປີຜ່ານມາ ໂດຍສະເພາະການຜັນຂະຫຍາຍ ຜົນກອງປະຊຸມສຸດຍອດ ສະເຫຼີມສະຫຼອງ ສາຍພົວພັນຮ່ວມມື ອາຊຽນ-ສ.ເກົາຫລີ ຄົບຮອບ 30 ປີ ໃນທ້າຍປີ 2019 ທີ່ ເມືອງປູຊານ, ສ.ເກົາຫລີ ຜ່ານມາ ແລະ ການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ສ.ເກົາຫລີ ໄລຍະ 2016-2020, ເຊິ່ງມາຮອດປະຈຸບັນສາມາດຈັດຕັ້ງປະຕິບັດໄດ້ຫຼາຍກວ່າ 80% ຂອງແຜນທັງໝົດ.
ພ້ອມນີ້, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ແລກປ່ຽນຂໍ້ມູນ-ຂ່າວສານ, ມາດຕະການ ແລະ ບົດຮຽນທີ່ດີໃນການປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ລວມທັງການຈະສືບຕໍ່ຮ່ວມມືກັນໃນການຄົ້ນຄ້ວາ ແລະ ພັດທະນາ (R&D) ໃນການຜະລິດ ແລະ ເຂົ້າເຖິງຢາປົວພະຍາດ ກໍ່ຄື ຢາວັກແຊັງປ້ອງກັນພະຍາດໂຄວິດ-19 ແລະ ການຟື້ນຟູເສດຖະກິດພາຍຫຼັງສາມາດຄວບຄຸມພະຍາດດັ່ງກ່າວ. ພິເສດ, ກອງປະຊຸມ ໄດ້ສະແດງຄວາມຂອບໃຈມາຍັງ ສ.ເກົາຫລີ ທີ່ໄດ້ປະກອບສ່ວນ ງົບປະມານ ຈໍານວນ 1 ລ້ານ ໂດລາ ເຂົ້າໃນກອງທຶນສຸກເສີນອາຊຽນ ຕ້ານພະຍາດໂຄວິດ-19; ຈະພິຈາລະນາໃຫ້ການຊ່ວຍເຫຼືອຄັງແຮສຸກເສີນຢາປົວພະຍາດ ແລະ ອຸປະກອນການແພດອາຊຽນ; ແລະ ໃຫ້ການສະໜັບສະໜູນການຜັນຂະຫຍາຍແຜນຟື້ນຟູເສດຖະກິດ ຮອບດ້ານອາຊຽນ ຫຼັງໂຄວິດ-19 ຫຼັງຈາກແຜນດັ່ງກ່າວຖືກຮັບຮອງເອົາໃນເດືອນພະຈິກ 2020 ທີ່ຈະມາເຖິງ.
ສຳລັບທິດທາງໃນຕໍ່ໜ້າກອງປະຊຸມເຫັນດີຈະສືບຕໍ່ຮ່ວມມືກັນ ໃນບາງຂະແໜງການບູລິມະສິດເຊັ່ນ: ດ້ານສາທາລະນະສຸກ, ການພັດທະນາຕົວເມືອງອັດສະລິຍະ, ການຫັນໄປເປັນດິຈິຕອນ, ຄວາມໝັ້ນຄົງໄຊເບີ, ການເຊື່ອມຈອດອາຊຽນ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການສຶກສາ, ການປ່ຽນແປງສະພາບດິນຟ້າອາກາດ, ການພັດທະນາແບບຢືນຢົງ ແລະ ການໄປມາຫາສູ່ ລະຫວ່າງ ປະຊາຊົນ ກັບ ປະຊາຊົນ, ໂດຍສະເພາະ ການທ່ອງທ່ຽວ. ພ້ອມນີ້, ຍັງເຫັນດີເລັ່ງລັດ ໃຫ້ສຳເລັດ ການຮ່າງແຜນປະຕິບັດງານ ອາຊຽນ-ສ.ເກົາຫລີ ສະບັບໃໝ່ ໄລຍະ 2021-2025 ເພື່ອນຳສະເໜີກອງປະຊຸມ ລັດຖະມົນຕີຕ່າງປະເທດ ອາຊຽນ-ສ.ເກົາຫລີ ເດືອນກັນຍາ 2020 ຮັບຮອງເອົາ.
ນອກຈາກນີ້, ກອງປະຊຸມຄັ້ງນີ້ ໄດ້ແລກປ່ຽນຄວາມຄິດເຫັນ ຕໍ່ບາງບັນຫາເດັ່ນຢູ່ພາກພື້ນ ແລະ ສາກົນ ເຊັ່ນ: ບັນຫາແຫຼມເກົາຫລີ ແລະ ບັນຫາໂຄງສ້າງພາກພື້ນເປັນຕົ້ນ ການພົວພັນຮ່ວມມືພາຍໃນເອກະສານແນວຄວາມຄິດອິນໂດ-ປາຊີຟິກອາຊຽນ. ພິເສດ, ກອງປະຊຸມຄັ້ງນີ້, ຍັງໄດ້ກະກຽມທັງທາງດ້ານເນື້ອໃນ ແລະ ພະລາທິການໃຫ້ແກ່ກອງປະຊຸມ ລັດຖະມົນຕີຕ່າງປະເທດ ອາຊຽນ-ສ.ເກົາຫລີ ແລະ ກອງປະຊຸມສຸດຍອດ ອາຊຽນ-ສ.ເກົາຫລີ ທີ່ ຈະມີຂື້ນໃນກາງເດືອນກັນຍາ 2020 ແລະ ພະຈິກ 2020 ຕາມລຳດັບ.