ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມໜ່ວຍງານວິຊາການສະພາປະສານງານອາຊຽນ ວ່າດ້ວຍການຊ່ວຍເຫຼືອສຸກເສີນດ້ານສາທາລະນະສຸກ ຄັ້ງທີ 3 ແບບທາງໄກ

 

20200901ASEAN1

20200901ASEAN2

 

ໃນຕອນເຊົ້າຂອງວັນທີ 1 ກັນຍາ 2020, ທ່ານ ທອງຜ່ານ ສະຫວັນເພັດ ພ້ອມດ້ວຍຄະນະຜູ້ແທນ ຈາກ ສປປ ລາວໄດ້ເຂົ້າຮ່ວມກອງປະຊຸມໜ່ວຍງານວິຊາການສະພາປະສານງານອາຊຽນ ວ່າດ້ວຍການຊ່ວຍເຫຼືອສຸກເສີນດ້ານສາທາລະນະສຸກ ຄັ້ງທີ 3 ແບບທາງໄກ (3rd Meeting of ASEAN Coordinating Council Working Group on Public Health Emergencies) ພາຍໃຕ້ການເປັນປະທານຂອງເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ຫວຽດນາມ ໂດຍມີການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ອາວຸໂສອາຊຽນ, ເຈົ້າໜ້າທີ່ອາວຸໂສວັດທະນະທໍາ-ສັງຄົມອາຊຽນ, ເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ, ເຈົ້າໜ້າທີ່ອາວຸໂສສາທາລະນະສຸກອາຊຽນ, ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ແລະ ສະພາທີ່ປຶກສາທຸລະກິດອາຊຽນ.

 

ກອງປະຊຸມ ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນການແກ້ໄຂ ແລະ ຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ໃນແຕ່ລະປະເທດສະມາຊິກອາຊຽນ ກໍຄື ໃນພາກພື້ນອາຊຽນໂດຍລວມ. ພ້ອມນີ້, ກອງປະຊຸມຍັງໄດ້ຮັບຊາບການສະເໜີແຜນການໃນການຈະຟື້ນຟູເສດຖະກິດຮອບດ້ານ ພາຍຫຼັງໂຄວິດ-19 ຈາກສະພາທີ່ປຶກສາທຸລະກິດອາຊຽນ.

 

ສໍາລັບທິດທາງໃນຕໍ່ໜ້າ, ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ໃນ 3 ບັນຫາທີ່ຈະສືບຕໍ່ຮ່ວມມືກັນຄື:1). ການປະສານງານຢ່າງມີປະສິດທິຜົນ ເພື່ອຄວບຄຸມ ແລະ ຈໍາກັດພະຍາດໂຄວິດ-19; 2). ການສະແດງເຈດຈໍານົງຂອງ ອັງກິດ ທີ່ຈະປະກອບສ່ວນດ້ານງົບປະມານເຂົ້າກອງທຶນອາຊຽນເພື່ອຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ຂໍ້ສະເໜີຂອງອິນໂດເນເຊຍ ກ່ຽວກັບ ການສ້າງແລວການເດີນທາງພິເສດພາຍໃນອາຊຽນ; ແລະ 3). ການແກ້ໄຂຜົນກະທົບຂອງພະຍາດ ໂຄວິດ-19 ຕໍ່ເສດຖະກິດ-ສັງຄົມ ແລະ ແຜນຟື້ນຟູຮອບດ້ານຂອງອາຊຽນ. ຜົນຂອງການປຶກສາຫາລືຄັ້ງນີ້ ຈະນໍາສະເໜີຕໍ່ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 27 (27th ASEAN Coordinating Council Meeting), ຊຶ່ງຈະຈັດຂຶ້ນໃນວັນທີ 9 ກັນຍາ 2020 ພິຈາລະນາມີທິດຊີ້ນໍາ ແລະ ຜັນຂະຫຍາຍຕໍ່ໄປ.

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480293
ມື້ນີ້123
ມື້ວານ157
ອາທິດນີ້691
ເດືອນນີ້6524