ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມທາງໄກ ຮ່ວມກັບອົງການ ສປຊ ເພື່ອກຽມຄວາມພ້ອມໃຫ້ແກ່ ການປະເມີນ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ (LDCs) ໃນປີ 2021

20200925LDC2

20200925LDC1

ໃນຕອນຄ່ຳຂອງວັນທີ 08 ກັນຍາ 2020, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາງໄກຮ່ວມກັບ ຫ້ອງການຜູ້ຕາງໜ້າຂັ້ນສູງຂອງອົງການ ສປຊ (OHRLLS) ທີ່ຮັບຜິດຊອບກຸ່ມບັນດາປະເທດດ້ອຍພັດທະນາ (LDCs) ທີ່ ນິວຢອກ, ສ. ອາເມລິກາ ເພື່ອກຽມຄວາມພ້ອມໃຫ້ແກ່ການປະເມີນ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີຜູ້​ຕາງ​ໜ້າ​ຈາກກະຊວງແຜນການ ແລະ ການລົງທຶນ; ກະຊວງອຸດສາຫະກໍາ ແລະ ການຄ້າ; ກະຊວງສາທາລະນະສຸກ; ກະຊວງສຶກສາທິການທິການ ແລະ ກິລາ;ກະຊວງກະສິກຳ ແລະ ປ່າໄມ້ ພ້ອມຄະນະເຂົ້າຮ່ວມທັງໝົດປະມານ 30 ທ່ານ.

ກຸ່ມບັນດາປະເທດດ້ອຍພັດທະນາ ໄດ້ຖືກກໍານົດຂື້ນໂດຍອົງການ ສປຊ ໃນປີ 1971, ຊຶ່ງປັດຈຸບັນມີທັງໝົດ 47 ປະເທດລວມທັງ ສປປ ລາວ. ໃນການປະເມີນຂອງອົງການ ສປຊ ໃນ ປີ 2018, ເປັນເທື່ອທໍາອິດທີ່ ສປປ ລາວ ສາມາດບັນລຸ 2 ໃນ 3 ມາດຕາເກນຂອງ ສປຊ ໃນການຫລຸດພົ້ນອອກຈາກສະຖານະພາບ LDCs, ຊຶ່ງໃນຄັ້ງນັ້ນ ອົງການ ສປຊ ໄດ້ປະເມີນດັດສະນີລາຍໄດ້ແຫ່ງຊາດສະເລ່ຍຕໍ່ຫົວຄົນ (GNI) ຂອງ ສປປ ລາວ ສາມາດບັນລຸໄດ້ 1,996 ໂດລາ/ຄົນ (ມາດຕາເກນຕໍ່າສຸດ 1,230 ໂດລາ/ຄົນ); ດັດຊະນີຊັບສິນມະນຸດ (HAI) ຢູ່ໃນລະດັບ 77.2 ຄະແນນ (ມາດຕາເກນຕໍ່າສຸດ 66). ມີພຽງດັດຊະນີຄວາມບອບບາງທາງດ້ານເສດຖະກິດ (EVI) ທີ່ຍັງບໍ່ທັນບັນລຸ, ສປປ ລາວ ຢູ່ໃນລະດັບ 33.7, ຊຶ່ງມາດຕາເກນ ສປຊ ຕ້ອງຢູ່ໃນລະດັບ 32 ຫຼື ຕໍ່ກວ່າ. ເຖິງຢ່າງໃດກໍ່ຕາມໃນການປະເມີນຮອບວຽນທີ 2 ຂອງອົງການ ສປຊ ໃນປີ 2021, ຖ້າຫາກ ສປປ ລາວ ຍັງສາມາດບັນລຸໄດ້ 2 ໃນ 3 ມາດຕາເກນດັ່ງກ່າວ ຫຼື ບັນລຸເງື່ອນໄຂທັງໝົດ, ສປປ ລາວ ກໍ່ຈະຖືກສະເໜີໃຫ້ອອກຈາກບັນຊີປະເທດດ້ອຍພັດທະນາໄດ້ພາຍໃນປີ 2024.

ໂດຍສືບຕໍ່ການປະເມີນຂອງອົງການ ສປຊ ຄັ້ງຜ່ານມາ ແລະ ເພື່ອກະກຽມຄວາມພ້ອມໃຫ້ແກ່ການປະເມີນໃນຮອບທີ 2 ເຊິງຈະມີຂຶ້ນໃນຕົ້ນປີ 2021, ກອງປະຊຸມຄັ້ງນີ້ຈຶ່ງເປັນໂອກາດສຳຄັນເພື່ອປຶກສາຫາລືກ່ຽວກັບການກະກຽມຄວາມພ້ອມ ແລະ ຊອກຮູ້ສິ່ງທ້າທາຍໃນກໍລະນີທີ່ ສປປ ລາວ ສາມາດບັນລຸເງື່ອນໄຂຫຼຸດພົ້ນອອກຈາກສະຖານະພາບ ດ້ອຍພັດທະນາ ແລະ ເພື່ອກຳນົດທິດທາງ, ສ້າງແຜນການຮ່ວມມືກັບອົງການ ສປຊ ໂດຍສະເພາະແມ່ນການສ້າງຍຸດທະສາດໄລຍະຂ້າມຜ່ານແລະ ພາຍຫຼັງຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວ. ຊຶ່ງຍຸດທະສາດດັ່ງກ່າວແມ່ນເພື່ອຮັບໃຊ້ໃນການລະດົມຂົນຂວາຍການຊ່ວຍເຫຼືອຈາກຄູ່ຮ່ວມພັດທະນາທັງໃນພາກພື້ນ ແລະ ສາກົນ ເພື່ອສືບຕໍ່ໃຫ້ການຮ່ວມມືຊ່ວຍເຫຼືອ ສປປ ລາວ ແນ່ໃສ່ຮັບປະກັນໃຫ້ ສປປ ລາວ ສາມາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໄດ້ຢ່າງໂລ່ງລ່ຽນ ແລະ ຍືນຍົງ, ສອດຄ່ອງກັບບັນດາບຸລິມະສິດການພັດທະນາແຫ່ງຊາດ, ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງອົງການ ສປຊ ຕາມທິດຍືນຍົງ ແລະ ສີຂຽວ.

ໃນກອງປະຊຸມດັ່ງກ່າວ, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ກ່າວເນັ້ນໜັກເຖິງຄວາມໝາຍໝັ້ນຂອງພັກ ແລະ ລັດຖະບານເຮົາໃນການນຳເອົາ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ ໂດຍໄດ້ກຳນົດແນວທາງ ແລະ ນະໂຍບາຍຢ່າງຈະແຈ້ງ ຊຶ່ງໄດ້ຜັນຂະຫຍາຍເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020), ຕະຫຼອດໄລຍະການຈັດຕັ້ງແຜນດັ່ງກ່າວສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ເປັນຕົ້ນການເຕີບໂຕທາງດ້ານເສດຖະກິດລາວຢູ່ໃນລະດັບ 6-7% ຕໍ່ປີ ແລະ ອັດຕາຄວາມທຸກຍາກຂອງປະຊາຊົນ ໄດ້ຫຼຸດລົງຈາກ 46% ໃນປີ 1992 ມາຢູ່ໃນລະດັບ 18% ໃນປັດຈຸບັນ. ຄຽງຄູ່ກັບຜົນສໍາເລັດດັ່ງກ່າວ, ກໍ່ຍັງມີຫຼາຍບັນຫາ ແລະ ສິ່ງທ້າທາຍ ສໍາລັບ ສປປ ລາວ ໂດຍສະເພາະຜົນກະທົບຈາກການລະບາດຂອງເຊື້ອພະຍາດ ໂຄວິດ-19 ຊຶ່ງໄດ້ສ້າງຜົນກະທົບອັນໜັກໜ່ວງໃນການພັດທະນາເສດຖະກິດ-ສັງຄົມຂອງລາວເຮົາໃນປັດຈຸບັນ ເຮັດໃຫ້ອັດຕາການຂະຫຍາຍຕົວຂອງເສດຖະກິດໄດ້ຫົດຕົວລົງ ຖ້າທຽບໃສ່ແຜນການ. ກອງປະຊຸມໃນຄັ້ງນີ້ໄດ້ດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ ແລະ ໄດ້ຕາມຈຸດປະສົງລະດັບຄາດໝາຍ ໂດຍສາມາດກຳນົດທິດທາງພື້ນຖານການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ ສປຊ ໃນຕໍ່ໍ່ໜ້າໃນການຮັບມື ແລະ ຜ່ານຜ່າກັບສິ່ງທ້າທາຍຕ່າງໆໃນໄລຍະຂ້າມຜ່ານ ແລະ ພາຍຫຼັງຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484516
ມື້ນີ້32
ມື້ວານ188
ອາທິດນີ້954
ເດືອນນີ້3821