ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກິລາບານເຕະມິດຕະພາບ ເພື່ອສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ຣັດເຊຍ ຄົບຮອບ 60 ປີ

 

20201014LaoRS

 

ໃນວັນທີ 13 ຕຸລາ 2020 ທີ່ຜ່ານມາ, ທີ່ເດີ່ນເຕະບານ ນິວອາລີນາ, ນະຄອນຫຼວງວຽງຈັນ ໄດ້ມີການຈັດກິດຈະກໍາແຂ່ງຂັນກິລາບານເຕະມິດຕະພາບ ລະຫວ່າງ ກະຊວງການຕ່າງປະເທດ, ສະຖານເອກອັກຄະລັດຖະທູດ ແຫ່ງ ສ. ຣັດເຊຍ ປະຈໍາ ສປປ ລາວ, ກະຊວງປ້ອງກັນປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເພື່ອສະເຫຼີມສະຫຼອງຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ​ ຣັດເຊຍ.

ເຂົ້າຮ່ວມເປັນກຽດໃນການແຂ່ງຂັນກິລາບານເຕະມິດພາບຄັ້ງນີ້ມີ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນ ຕີກະຊວງການຕ່າງປະເທດ; ທ່ານ ສົມດີ ບຸນຄຸ້ມ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ທ່ານ ວະລາດີເມຽ ກາລີນິນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະພັນ ຣັດເຊຍ ປະຈໍາ ສປປ ລາວ. ນອກຈາກນັ້ນ, ກໍ່ຍັງມີບັນດາຄະນະກົມ ແລະ ນັກກິລາຊາວໜຸ່ມຈາກ 4 ພາກສ່ວນ ລວມທັງພະນັກງານຂອງສະຖານ ທູດ ຣັດເຊຍ ເຂົ້າຮ່ວມຢ່າງພ້ອມພຽງ.

ການແຂ່ງຂັນໃນຮອບຄັດເລືອກ ໄດ້ແບ່ງອອກເປັນ 4 ທີມຊາຍຄື: ທີມກະຊວງການຕ່າງປະເທດ, ທີມສະຖານເອກອັກຄະລັດຖະທູດ ຣັດເຊຍ, ທີມກະຊວງປ້ອງກັນປະເທດ ແລະ ທີມຄະນະພົວພັນຕ່າງປະເທດສູນກາງພັກ. ການແຂ່ງຂັນກິລາຄັ້ງນີ້ ແມ່ນດໍາເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ, ມີຄວາມຟົດຟື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ, ຊຶ່ງຜົນການແຂ່ງຂັນແມ່ນ ທີມຂອງສະຖານເອກອັກຄະລັດຖະທູດ ຣັດເຊຍ ສາມາດເອົາຊະນະ ທີມຂອງກະຊວງການຕ່າງປະເທດ ໄປດ້ວຍຄະແນນ 5-4 ປະຕູ.

ພ້ອມດຽວກັນນີ້, ກະຊວງການຕ່າງປະເທດ ແລະ ສະຖານທູດ ຣັດເຊຍ ຍັງຈະໄດ້ສືບຕໍ່ຈັດປາຖະກະຖາຮ່ວມກັນໃນທ້າຍເດືອນຕຸລາ 2020 ທີ່ ສູນຮ່ວມມື ICTC ເພື່ອເປັນການລະນຶກເຖິງມູນເຊື້ອສາຍພົວພັນມິດຕະພາບ ລາວ ແລະ ຣັດເຊຍ ທີ່ໄດ້ສ້າງຕັ້ງສາຍພົວພັນການທູດນັບແຕ່ວັນທີ 7 ຕຸລາ 1960 - ວັນທີ 7 ຕຸລາ 2020.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485785
ມື້ນີ້84
ມື້ວານ206
ອາທິດນີ້821
ເດືອນນີ້5090