ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນກອງປະຊຸມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ ຄັ້ງທີ V ລະຫວ່າງ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ

 

1-MZC 3504

2-MZC 3490

3-MZC 3499

 

ໃນວັນທີ 29 ຕຸລາ 2020 ທີ່ ກະຊວງການຕ່ງປະເທດ, ໄດ້ມີກອງ​ປະຊຸມ​ປຶກສາ​ຫາລື​ດ້ານ​ການ​ເມືອງ ແບບທາງໄກ ຂັ້ນຮອງລັດຖະມົນຕີ ຄັ້ງທີ V ລະຫວ່າງ​ກະຊວງ​ການຕ່າງປະ​ເທດ ລາວ ແລະ ຫວຽດນາມ, ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ຮອງລັດ​ຖະ​ມົນ​ຕີ​​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ສະຫາຍ ຫງວຽນ ກວັກ ຢຸງ, ຮອງລັດ​ຖະ​ມົນ​ຕີ​​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍບັນດາພະນັກງານຈາກກົມກອງທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ຖືວ່າເປັນກອງປະຊຸມປະຈຳປີ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ທີ່ໄດ້ຜັດປ່ຽນກັນຈັດມາແຕ່ປີ 2014 ແລະ ໃນປີນີ້ ແມ່ນຜຽນ ຂອງ ສສ ຫວຽດນາມ ເປັນເຈົ້າພາບ ແຕ່ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ສອງປະເທດ ຕ້ອງໄດ້ຈັດກອງປະຊຸມຜ່ານລະບົບທາງໄກ ເປັນຄັ້ງທຳອິດ.

ສອງຝ່າຍໄດ້ແລກປ່ຽນຄຳເຫັນ ຖອດຖອນບົດຮຽນຮ່ວມກັນຢ່າງກົງໄປກົງມາ ໃນຫຼາຍບັນຫາໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໂດຍສະເພາະ ໄດ້ທົບທວນຄືນ ການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຜົນການຢ້ຽມຢາມຂອງການນໍາຂັ້ນສູງ, ຖະແຫຼງການຮ່ວມ ແລະ ຂໍ້ຕົກລົງຂັ້ນສູງຕ່າງໆ ລະຫວ່າງສອງປະເທດ ກໍ່ຄືການຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ແນໃສ່ຍົກສູງກົນໄກການຮ່ວມມືລະຫວ່າງສອງກະຊວງກາຕ່າງປະເທດ ໃຫ້ນັບມື້ນັບມີປະສິດທິພາບສູງຂຶ້ນ. ນອກນີ້, ຍັງໄດ້ປຶກສາຫາລືກ່ຽວກັບການກະກຽມໃຫ້ແກ່ ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີ ກະຊວງການຕ່າງປະເທດ ຄັ້ງທີ VIIທີ່ຈະມີຂຶ້ນໃນເດືອນພະຈິກ 2020 ນີ້ ຢູ່ ສປປ ລາວ ແລະ ຮ່ວມກັນປັບປຸງຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງສອງກະຊວງ ໃນໄລຍະ 2021-2025 ເພື່ອໃຫ້ສາມາດລົງນາມໃນກອງປະຊຸມດັ່ງກ່າວ.

ໃນກອງປະຊຸມ ຄັ້ງນີ້ ສອງຝ່າຍ ຍັງໄດ້​ຮ່ວມ​ກັນແລກ​ປ່ຽນ​ຄຳ​ຄິດ​ຄຳ​ເຫັນ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ທັງສອງຝ່າຍ ມີຄວາມສົນໃຈ ໂດຍສະເພາະ ຜົນກະທົບຂອງພະຍາດໂຄວິດ-19 ກໍ່ຄືການຮ່ວມມືໃນຂອບອາຊຽນ ອະນຸພາກພື້ນ ແລະ ສະຫະປະຊາຊາດ.

ໃນໂອກາດນີ້, ຝ່າຍລາວໄດ້ສະແດງຄວາມຊົມເຊີຍ ບົດບາດການເປັນປະທານອາຊຽນ ຂອງ ສສ ຫວຽດນາມ ການເປັນສະມາຊິກບໍ່ຖາວອນ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໄລຍະ 2020-2021, ກໍ່ຄືຜົນສໍາເລັດໃນການຮັບມືກັບພະຍາດໂຄວິດ-19 ໃນປະຈຸບັນ. ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການເປັນເຈົ້າພາບຈັດກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 37 ໃນກາງເດືອນພະຈິກ ທີ່ຈະມາເຖິງນີ້ ຫວຽດນາມ ກໍ່ຈະເຮັດໄດ້ສໍາເລັດຜົນຢ່າງຈົບງາມ. ພ້ອມນີ້ ຝ່າຍລາວຍັງໄດ້ສະແດງຄວາມເຫັນໃຈ ຕໍ່ສະພາບການໄພພິບັດ ທີ່ຫວຽດນາມ ກຳລັງປະເຊີນຢູ່ ຈາກການຮັບມືກັບພະຍຸຫຼາຍລູກ ທີ່ພັດເຂົ້າພາກກາງຂອງຫວຽດນາມ ໃນເດືອນຕຸລານີ້. ພ້ອມທັງໄດ້ສະແດງຄວາມຂອບໃຈ ສະຫາຍ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ຕະຫຼອດມາ ໂດຍສະເພາະແມ່ນ ໃນການຕ້ານການແຜ່ລະບາດໂຄວິດ-19 ນີ້ ກໍ່ຄືໃນເວລາ ສປປ ລາວ ພົບໄພພິບັດທຳມະຊາດຕ່າງໆ.

ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດ ອັນສະໜິດສະໜົມ ຈິງໃຈ ແລະ ກົງໄປກົງມາ, ຊຶ່ງເປັນການສ່ອງແສງໃຫ້ເຫັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ./

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484432
ມື້ນີ້136
ມື້ວານ273
ອາທິດນີ້870
ເດືອນນີ້3737