ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ທອງຜ່ານ ສະຫວັນເພັດ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (ແບບທາງໄກ)

20201109AseanSOM1

 

20201109AseanSOM2

 

20201109AseanSOM3

 

20201109AseanSOM4

 

ໃນຕອນເຊົ້າຂອງວັນທີ 09 ພະຈິກ 2020, ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (ASEAN Senior Officials Meeting) ແບບທາງໄກ ເພື່ອກະກຽມທັງທາງດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ກອງປະຊຸມລະດັບລັດຖະມົນຕີອາຊຽນ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ, ພາຍໃຕ້ການເປັນປະທານຂອງ ສສ. ຫວຽດນາມ.

 

ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ບັນດາບູລິມະສິດການເປັນປະທານອາຊຽນຂອງຫວຽດນາມ ສົກປີ 2020 ໂດຍສະເພາະຄວາມຄືບໜ້າໃນການຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19. ນອກຈາກນີ້, ກໍໄດ້ປຶກສາຫາລືການສືຕໍ່ຮ່ວມມືກັບບັນດາຄູ່ເຈລະຈາອາຊຽນ ແລະ ຄູ່ຮ່ວມມືພາຍນອກ ເປັນຕົ້ນ: ໄດ້ພິຈາລະນາຂໍ້ສະເໜີຂອງປະເທດຈຳນວນໜຶ່ງ ເພື່ອເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ ຫຼື TAC ແລະ ການສະເໜີເຂົ້າເປັນຄູ່ຮ່ວມມືທາງການຂອງອາຊຽນ.

 

ພ້ອມດຽວກັນນີ້, ກອງປະຊຸມ ຍັງໄດ້ສືບຕໍ່ປຶກສາຫາລືບັນດາຮ່າງເອກະສານຜົນກອງປະຊຸມ ເພື່ອນໍາສະເໜີໃຫ້ກອງປະຊຸມລັດຖະມົນຕີຕ່າງປະເທດຮັບຮອງ ກ່ອນຈະນໍາສະເໜີໃຫ້ກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ທີ່ຈະມີຂຶ້ນ ໃນລະຫວ່າງວັນທີ 12-15 ພະຈິກ 2020 ແບບທາງໄກ ພິຈາລະນາຮັບຮອງເອົາ.

 

ພິເສດ, ໃນກອງປະຊຸມຄັ້ງນີ້, ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ, ໃນນາມ ສປປ ລາວ ເປັນປະເທດປະສານງານການຮ່ວມມື ອາຊຽນ-ສະຫະລັດ ໄດ້ແຈ້ງຄວາມຄືບໜ້າຫຼ້າສຸດການກະກຽມທັງທາງດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ-ສະຫະລັດ ຄັ້ງທີ 8 ທີ່ຈະມີຂຶ້ນ ໃນວັນທີ 14 ພະຈິກ 2020 ແບບທາງໄກ.

 

ໃນຕອນບ່າຍຂອງມື້ດຽວກັນ, ທ່ານ ທອງຜ່ານ ສະຫວັນເພັດ ພ້ອມດ້ວຍຄະນະຜູ້ແທນ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມໜ່ວຍງານວິຊາການສະພາປະສານງານອາຊຽນ ວ່າດ້ວຍການຊ່ວຍເຫຼືອສຸກເສີນດ້ານສາທາລະນະສຸກ ຄັ້ງທີ 5 ແບບທາງໄກ (5th Meeting of ASEAN Coordinating Council Working Group on Public Health Emergencies) ພາຍໃຕ້ການເປັນປະທານຂອງ ຫວຽດນາມ ໂດຍມີບັນດາເຈົ້າໜ້າທີ່ອາວຸໂສອາຊຽນ, ເຈົ້າໜ້າທີ່ອາວຸໂສວັດທະນະທໍາ-ສັງຄົມ, ເສດຖະກິດ ແລະ ສາທາລະນະສຸກອາຊຽນ ແລະ ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ເຂົ້າຮ່ວມ.

 

ກອງປະຊຸມຄັ້ງນີ້ ໄດ້ຕີລາຄາສູງຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ວ່າດ້ວຍ ການຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະໄດ້ຮັບຮອງເອົາ: 1). ຮ່າງພາລະບົດບາດຂອງກອງທຶນອາຊຽນ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຄັງແຮຢາປົວພະຍາດ ແລະ ອຸປະກອນການແພດ ສໍາລັບພາວະສຸກເສີນດ້ານສາທາລະນະສຸກພາກພື້ນອາຊຽນ; 2). ຮ່າງແຜນຟື້ນຟູຮອບດ້ານອາຊຽນ ແລະ ແຜນຈັດຕັ້ງປະຕິບັດຫຼັງໂຄວິດ-19; 3). ຮ່າງແຜນວຽກຍຸດທະສາດອາຊຽນ ສໍາລັບພາວະສຸກເສີນດ້ານສາທາລະນະສຸກ; ແລະ 4). ຮ່າງຖະແຫລງການອາຊຽນ ວ່າດ້ວຍ ການສ້າງຕັ້ງແລວການເດີນທາງໃນອາຊຽນ. ພ້ອມນີ້, ກອງປະຊຸມ ກໍໄດ້ເຫັນດີຕໍ່ຮູບແບບ ແລະ ຂັ້ນຕອນໃນການສ້າງຕັ້ງສູນສາທາລະນະສຸກສຸກເສີນ ແລະ ພະຍາດລະບາດພາກພື້ນອາຊຽນ ໂດຍການສະໜັບສະໜູນຂອງຍີ່ປຸ່ນ ລວມທັງການປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ການຄັດເລືອກປະເທດເຈົ້າພາບ (host country) ຂອງສູນດັ່ງກ່າວ.

 

ຜົນຂອງການປຶກສາຫາລືຄັ້ງນີ້ ຈະນໍາສະເໜີຕໍ່ກອງ​ປະ​ຊຸມສະພາປະສານງານອາຊຽນ ຄັ້ງທີ 28 (28th ASEAN Coordinating Council Meeting) ພິຈາລະນາມີທິດຊີ້ນໍາ ກ່ອນນໍາສະເໜີຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ໃນວັນທີ 12 ພະຈິກ 2020 ນີ້ ເພື່ອຮັບຊາບ, ຮັບຮອງ ແລະ ປະກາດສ້າງຕັ້ງຢ່າງເປັນທາງການ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485657
ມື້ນີ້162
ມື້ວານ196
ອາທິດນີ້693
ເດືອນນີ້4962