ທີ່ ຫ້ອງວ່າການແຂວງ ຄຳມ່ວນ
ທີ່ ຫ້ອງວ່າການແຂວງ ບໍລິຄຳໄຊ
ທີ່ ຫ້ອງວ່າການແຂວງສະຫວັນນະເຂດ
ໃນລະຫວ່າງວັນທີ 8-11 ທັນວາ 2020, ທ່ານ ທອງສະຫວັນ ພົມວິຫານ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ແຂວງບັນດາແຂວງພາກກາງ ເຊັ່ນ ແຂວງ ບໍລິຄຳໄຊ, ແຂວງ ຄຳມ່ວນ ແລະ ແຂວງ ສະຫວັນນະເຂດຊຶ່ງໄດ້ຮັບການຕ້ອນຮັບຈາກການນຳບັນດາແຂວງດັ່ງກ່າວ ດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ.
ໃນໂອກາດນີ້, ທ່ານຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດໄດ້ໃຫ້ກຽດເຜີຍແຜ່ສະພາບການທີ່ພົ້ນເດັ່ນໃນພາກພື້ນ, ສາກົນ ແລະ ວຽກງານຊາຍແດນ, ໃຫ້ຄະນະພັກ-ຄະນະນໍາ, ພະນັກງານຫຼັກແຫຼ່ງ, ທະຫານ, ຕໍາຫຼວດ ອ້ອມຂ້າງແຂວງດັ່ງກ່າວ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ບັັນຫາດັ່ງກ່າວຢ່າງເລິກເຊິ່ງ, ໂດຍສະເພາະສະພາບການທີ່ພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ແມ່ນຍັງເປັນທ່າອ່ຽງລວມຢູ່ຕໍ່ກັບວຽກງານເສີມສ້າງສັນຕິພາບ, ການຮ່ວມມືເພື່ອການພັດທະນາ ແລະ ການເຊື່ອມໂຍງສາກົນ ຊຶ່ງມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 500 ກວ່າຄົນ. ສໍາລັບວຽກງານສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນກັບບັນດາປະເທດເພື່ອນບ້ານ ເຫັນວ່າ ມີຄວາມຄືບໜ້າຫຼາຍສົມຄວນ, ໂດຍສະເພາະໄດ້ສໍາເລັດການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນກັບ 3 ປະເທດ ຄື: ສສ. ຫວຽດນາມ ໄດ້ກໍ່ສ້າງຫຼັກ ໝາຍຮ່ວມກັນ ທັງໝົດ 1.002 ຫຼັກໝາຍ ໃນລວງຍາວຂອງເສັ້ນຊາຍແດນ 2.337 ກິໂລແມັດ; ສປ.ຈີນ ໄດ້ປັກຫຼັກໝາຍຮ່ວມກັນຈໍານວນ 102 ຫຼັກໝາຍໃນລວງຍາວຂອງເສັ້ນຊາຍແດນ 508 ກິໂລແມັດ ແລະ ສສ. ມຽນມາ ໄດ້ປັກຫຼັກ ໝາຍນໍາກັນທັງໝົດ 172 ຫຼັກໝາຍ ຢູ່ສອງຟາກແມ່ນໍ້າຂອງເບື້ອງລະ 86 ຫຼັກໝາຍ ໃນລວງຍາວຂອງເສັ້ນຊາຍແດນ 236 ກິໂລແມັດ. ສ່ວນຊາຍແດນ ສປປ ລາວ ກັບຣາຊາອານາຈັກກໍາປູເຈຍ ມາເຖິງປະຈຸບັນແມ່ນສໍາເລັດໄປແລ້ວຈໍານວນ 86% ຂອງເສັ້ນຊາຍແດນທັງໝົດປະມານ 535 ກິໂລແມັດ, ຊຶ່ງສາມາດປັກຫຼັກໝາຍຊາຍແດນຮ່ວມກັນໄດ້ທັງໝົດ 126 ຫຼັກໝາຍ ແລະ ຍັງມີຈຸດຄົງຄ້າງຈຳນວນໜຶ່ງ ທີ່ຈະສືບຕໍ່ຮ່ວມກັນແກ້ໄຂຕໍ່ໄປ. ສຳລັບຊາຍແດນ ສປປ ລາວ ກັບຣາຊາອານາຈັກໄທ ໄດ້ສໍາເລັດການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນໃນພູມີປະເທດຕົວຈິງສຳເລັດ 211 ຫຼັກ ໝາຍ ໃນລວງຍາວຂອງເສັ້ນຊາຍແດນ 676ກິໂລແມັດ ເທົ່າກັບ 93% ຂອງເສັ້ນຊາຍແດນທາງບົກ 735 ກິໂລແມັດ ຫຼືເທົ່າກັບ 37% ຂອງເສັ້ນຊາຍແດນທັງໝົດທີ່ມີລວງຍາວປະມານ 1.835 ກິໂລແມັດ. ໃນນີ້ ຍັງມີຈຸດຄົງຄ້າງຮ່ວມກັນ 14 ບໍລິເວນ, ຊຶ່ງຈະໄດ້ສືບຕໍ່ປຶກສາຫາລືຊອກຫາວິທີແກ້ໄຂຮ່ວມກັນ. ສໍາລັບຊາຍແດນທາງນໍ້າ ແມ່ນຍັງຢູ່ໃນການດໍາເນີນການຖ່າຍທອດເສັ້ນຊາຍແດນ ຈາກແຜນທີ່ຝຣັ່ງ-ສະຫຍາມ ປີ 1929-1931 ລົງໃສ່ແຜນທີ່ສະບັບໃໝ່ ປີ 2008 ມາດຕາສ່ວນ 1:25.000 ຕາມວິທີການທາງດ້ານເຕັກນິກຂອງແຕ່ລະຝ່າຍ.