ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລື ແລະ ເຜີຍແຜ່ຜົນການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສປປ ລາວ ລົງເລິກວຽກຂອບອາຊຽນ ແລະ ຂອບການຮ່ວມມືອະນຸພາກພື້ນ ໃຫ້ບັນດາແຂວງ ພາກກາງ ແລະ ພາກໃຕ້

202124-5-asean1

202124-5-asean2

202124-5-asean3

ໃນລະຫວ່າງວັນທີ 3-5 ກຸມພາ 2021, ທີ່ ຫ້ອງວ່າການ ແຂວງສະຫວັນນະເຂດ, ໄດ້ມີກອງປະຊຸມປຶກສາຫາລື ແລະ ເຜີຍແຜ່ຜົນການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສປປ ລາວ ລົງເລິກວຽກຂອບອາຊຽນ ແລະ ຂອບການຮ່ວມມືອະນຸພາກພື້ນສົກປີ 2019/2020 ແລະ ການຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງສະບັບເລກທີ 000014/ຕປທ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງພະແນກການຕ່າງປະເທດແຂວງ/ນະຄວນຫຼວງ ໃຫ້ 10 ແຂວງພາກກາງ ແລະ ພາກໃຕ້ ຄື: ນະຄອນຫຼວງວຽງຈັນ, ແຂວງ ວຽງຈັນ, ໄຊສົມບູນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ພາຍໃຕ້ການເປັນປະທານຂອງທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ. ພິເສດ, ທ່ານ ນາງ ຫຼິງທອງ ແສງຕາວັນ, ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງແຂວງສະຫວັນນະເຂດ ໄດ້ໃຫ້ກຽດກ່າວຄຳເຫັນຕ້ອນຮັບ ແລະ ໄດ້ແຈ້ງສະພາບຈຸດພິເສດ ກໍຄື ທ່າແຮງບົ່ມຊ້ອນ ແລະ ຍຸດທະສາດໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງສະຫວັນນະເຂດ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ຍັງມີບັນດາຫົວໜ້າພະແນກການຕ່າງປະເທດຂອງທັງ 10 ແຂວງພາກກາງ ແລະ ພາກໃຕ້; ນັກວິທະຍາກອນ ຈາກສູນກາງ (ກະຊວງອຸດສາຫະກຳ ແລະ ການຄ້າ; ກະຊວງຖະແຫຼ່ງຂາວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ກະຊວງການຕ່າງປະເທດ); ແລະ ພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ, ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ໄດ້ແຈ້ງຜົນການເຄື່ອນໄຫວວຽກງານອາຊຽນຂອງ ສປປ ລາວ ໃນໄລຍະ 1 ປີຜ່ານມາ (ປີ 2020) ພາຍໃຕ້ການເປັນປະທານໝູນວຽນອາຊຽນຂອງ ສສ. ຫວຽດນາມ; ໃນນີ້, ໄດ້ຕີລາຄາສູງຕໍ່ຄວາມ​ຄືບ​ໜ້າ​ໃນການສືບຕໍ່ສ້າງປະຊາຄົມອາຊຽນຮອດປີ 2025; ການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມ ແລະ ບູລິມະສິດການເປັນປະທານອາຊຽນຂອງຫວຽດນາມ; ການສົ່ງເສີມບົດບາດ ແລະ ຄວາມເປັນແກນກາງຂອງອາຊຽນ ໃນການພົວພັນຮ່ວມມືກັບພາຍນອກ ຕໍ່ໜ້າສະພາບການຂອງພາກພື້ນ ແລະ ສາກົນທີ່ຜັນແປໄປຢ່າງໄວວາ ແລະ ຄາດຕວງໄດ້ຍາກ ລວມທັງການຮ່ວມມືກັນເພື່ອຮັບມື ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ໄພພິບັດທາງທໍາມະຊາດ ແລະ ອື່ນໆ. ພ້ອມກັນນີ້, ທ່ານຍັງໄດ້ເຜີຍແຜ່ຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ແບບທາງໄກ ທີ່ຫາກໍ່ສຳເລັດລົງໃນລະຫວ່າງວັນທີ 12-15 ພະຈິກ 2020 ພາຍໃຕ້ການເປັນປະທານຂອງ ຫວຽດນາມ ແລະ ໄດ້ມອບໃຫ້ຂະແໜງການກ່ຽວຂ້ອງນຳໄປຜັນຂະຫຍາຍ ໂດຍສະເພາະກອງທຶນຕ້ານພະຍາດໂຄວິດ-19 ອາຊຽນ, ແຜນຟື້ນຟູຮອບດ້ານອາຊຽນ, ສັນຍາວ່າດ້ວຍຊ່ອງເດີນທາງພິເສດອາຊຽນ ແລະ ອື່ນໆ.

ໃນກອງປະຊຸມຄັ້ງນີ້, ທ່ານຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ ຍັງໄດ້ຂຶ້ນແລກປ່ຽນຄໍາຄິດຄຳເຫັນ ແລະ ຕີລາຄາສູງຕໍ່ຜົນການພົວພັນຮ່ວມມືລະຫວ່າງອາຊຽນກັບບັນດາຄູ່ຮ່ວມເຈລະຈາ ແລະ ຄູ່ຮ່ວມມືພາຍນອກສຳລັບສົກປີ 2020 ໂດຍສະເພາະການພົວພັນຮ່ວມມືອາຊຽນ-ຍີ່ປຸ່ນ ທີ່ມີມາຢ່າງຍາວນານແຕ່ປີ 1973. ໃນປີ 2003, ຍີ່ປຸ່ນໄດ້ຮັບການຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດຂອງ ອາຊຽນ. ປັດຈຸບັນ, ການພົວພັນຮ່ວມມືອາຊຽນ-ຍີ່ປຸ່ນ ແມ່ນໄດ້ຮັບການເສີມຂະຫຍາຍ ແລະ ຮັດແໜ້ນ ເຂົ້າສູ່ລວງເລິກ ໂດຍກວມເອົາທັງ 3 ເສົາຄຳ້ຂອງການສ້າງປະຊາຄົມອາຊຽນ (ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ) ແລະ ທຸກໆປີ ຈະມີການແລກປ່ຽນ, ພົບປະ ແລະ ຢ້ຽມຢາມເຊິ່ງກັນ ແລະ ກັນ ໃນທຸກລະດັບ ແຕ່ຂັ້ນສຸດຍອດລົງຮອດຂັ້ນວິຊາການ ແລະ ລະຫວ່າງປະຊາຊົນ ກັບ ປະຊາຊົນ. ນອກນັ້ນ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ກໍໄດ້ແລກປ່ຽນບົດຮຽນ ແລະ ແຈ້ງຜົນການເຄື່ອນໄຫວວຽກງານໃນບັນດາຂອບການຮ່ວມມືອະນຸພາກພື້ນ ແມ່ນຳ້ຂອງ ລວມທັງຜົນສຳເລັດ, ຂໍ້ສະດວກ/ຂໍ້ຫຍຸ້ງ ຍາກ, ສິ່ງທ້າທາຍ ແລະ ທິດທາງແຜນການໃນຕໍ່ໜ້າ ແນໃສ່ຍາດໄດ້ຜົນປະໂຫຍດສູງສຸດມາສູ່ ສປປ ລາວ. ພ້ອມນີ້,        ທ່ານ ເພັດວິໄລຈັນ ສຸວັນນະຣາດ, ຫົວໜ້າພະແນກປະສານງານ, ຫ້ອງການກະຊວງການຕ່າງປະເທດ ກໍໄດ້ຂຶ້ນແລກປ່ຽນ ແລະ ອະທິບາຍຊີ້ແຈງການຈັດຕັ້ງປະຕິບັດຂໍ້ຕົກລົງ ສະບັບເລກທີ 000014/ຕປທ, ລົງວັນທີ 02 ມັງກອນ 2019 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກຕ່າງປະເທດແຂວງ/ນະຄອນຫຼວງ, ແນໃສ່ເຮັດໃຫ້ຂອດປະສານງານ ແລະ ຄວາມເຂົ້າໃຈຂອງບັນດາພະແນກການທີ່ກ່ຽວຂ້ອງພາຍໃນແຂວງ ຕໍ່ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງພະແນກຕ່າງປະເທດແຂວງ ມີຄວາມທະລຸໂລ່ງ ແລະ ເປັນເອກະພາບກັນ. ໂອກາດນີ້, ທ່ານຫົວໜ້າເຈົ້າໜ້າທີ່ອາວຸໂສເສົາຄຳ້ປະຊາຄົມເສດຖະກິດອາຊຽນ ຈາກ ກະຊວງອຸດສາຫະກຳ ແລະ ການຄ້າ ກໍໄດ້ຂຶ້ນບັນຍາຍ ແລະ ຕີລາຄາສູງ ຕໍ່ຜົນການເຄື່ອນໄຫວວຽກງານເສົາຄ້ຳປະຊາຄົມເສດຖະກິດອາຊຽນ ໃນ 1 ປີຜ່ານມາ; ຈາກນັ້ນ, ເຈົ້າໜ້າທີ່ອາວຸໂສເສົາຄຳ້ປະຊາຄົມວັດທະນະທຳ-ສັງຄົມ ຈາກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍໄດ້ແຈ້ງຜົນການເຄື່ອນໄຫວຂອງປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ໃນສົກປີ 2020 ລວມທັງກຳນົດທິດທາງແຜນການບູລິມະສິດສຳລັບປີ 2021.

ໃນໂອກາດດຽວກັນນີ້, ບັນດາຜູ້ຕາງໜ້າຈາກ 10 ແຂວງພາກກາງ ແລະ ພາກໃຕ້ ກໍໄດ້ຂຶ້ນແຈ້ງສະພາບ ແລະ ສະເໜີແຜນຍຸດທະສາດ ການພັດທະນາເສດຖະກິດ-ສັງຄົມ ຂອງຕົນ, ລວມທັງສະເໜີຂໍ້ສະເໜີ ແລະ ທິດທາງແຜນການໃນການເຄື່ອນໄຫວວຽກງານການຕ່າງປະເທດ ລວມທັງວຽກຂອບອາຊຽນ. ໃນນີ້, ໄດ້ຍົກໃຫ້ເຫັນເຖິງຂໍ້ສະດວກ ແລະ ບົດບາດຄວາມສໍາຄັນຂອງພະແນກການຕ່າງປະເທດ ໃນການພົວພັນກັບບັນດາແຂວງ ກໍຄືປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ແລະ ການຊຸກຍູ້-ຍາດແຍ່ງການລົງທຶນຈາກຕ່າງປະເທດເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງບັນດາແຂວງ. ພ້ອມກັນນັ້ນ, ກໍໄດ້ສະເໜີບາງຂໍ້ສະເໜີແນະ ທີ່ເປັນບູລິມະສິດຂອງແຂວງຕົນ ເປັນຕົ້ນ: ການພັດທະນາຊັບພະຍາກອນມະນຸດທີ່ມີຄວາມຮູ້-ຄວາມສາມາດດ້ານພາສາຕ່າງປະເທດ, ການຂຽນໂຄງການ ແລະ ອື່ນໆ.

ໃນໂອກາດລົງມາເຄື່ອນໄຫວເຮັດວຽກ ຢູ່ແຂວງສະຫວັນນະເຂດ ຄັ້ງນີ້, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ນຳພາຄະນະທີ່ມາຈາກສູນກາງ ເຂົ້າຢ້ຽມຂ່ຳນັບ ທ່ານ ສັນຕິພາບ ພົມວິຫານ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງສະຫວັນນະເຂດ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485615
ມື້ນີ້120
ມື້ວານ196
ອາທິດນີ້651
ເດືອນນີ້4920