ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ທູດອົດສະຕຣາລີ ປະຈໍາ ສປປ ລາວ

2021222-australia1

2021222-australia2

ໃນຕອນເຊົ້າຂອງ ວັນທີ 22 ກຸມພາ 2021 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂພຣ ແຄລີ (Paul Kelly), ເນື່ອງໃນໂອກາດຖືກແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ຄົນໃໝ່.

ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ໂພຣ      ແຄລີ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ແລະໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ຫວັງວ່າທ່ານເອກອັກຄະລັດຖະທູດຄົນໃໝ່        ຈະສືບຕໍ່ຊຸກຍູ້ ແລະປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມີິດດຕະພາບ ແລະ ການຮ່ວມມືທີ່ມີປະສິດທິພາບລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ໃຫ້ແຕກດອກອອກຜົນຍິ່ງຂື້ນ, ປະກອບສ່ວນເຂົ່້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ພິເສດ, ໃນປີ 2022 ທີ່ຈະມາເຖິງນີ້, ສປປ ລາວ ແລະ ອົດສະຕຣາລີ ຈະຮ່ວມກັນຈັດກິດຈະກຳຕ່າງໆເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 70 ປີໃຫ້ມີຄວາມໝາຍຍິ່ງຂື້ນ.

ທ່ານ ສະເຫຼິມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ໂດຍຜ່ານທ່ານເອກອັກຄະລັດຖະທູດໄປຍັງ ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນຫຼາຍຂະແໜງການຢ່າງຕໍ່ເນື່ອງ, ເປັນຕົ້ນແມ່ນ ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ການຄ້າ-ການລົງທຶນ, ກະສິກໍາ,    ການພັດທະນາຊົນນະບົດ ແລະ ອື່ນໆ, ຊື່ງຈັດຢູ່ໃນອັນດັບຕົ້ນໆຂອງປະເທດທີ່ໃຫ້ການຊ່ວຍເຫຼືອເພື່ອການພັດທະນາ (ODA)ໃຫ້ແກ່ ສປປ ລາວ. ພ້ອມກັນນີ້, ຍັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂຜົນກະທົບຂອງການລະບາດຂອງພະຍາດໂຄວິດ-19, ຊິຶ່ງມີມູນຄ່າຫຼາຍກວ່າ 20 ລ້ານໂດລາອົດສະຕຣາລີ.

ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ປືກສາຫາລືກ່ຽວກັບການຮ່ວມມືໃນພາກພື້ນ ແລະ ສາກົນ ທີ່ ສອງຝ່າຍມີຄວາມສົນໃຈ ເປັນຕົ້ນແມ່ນ ການຮ່ວມມືໃນຂອບອາຊຽນ, ອະນຸພາກພື້ນແມ່ນໍ້າຂອງ, ອົງການສະຫະປະຊາຊາດ ແລະ ອື່ນໆ ໂດຍສະເພາະ ການເປັນປະເທດຜູ້ປະສານງານ ອາຊຽນ-ອົດສະຕຣາລີ ຂອງສປປ ລາວແຕ່ປີ 2021 ຫາ 2024.

ສປປ ລາວ ແລະ ອົດສະຕຣາລີ ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 15 ມັງກອນ 1952.

 

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480225
ມື້ນີ້55
ມື້ວານ157
ອາທິດນີ້623
ເດືອນນີ້6456