ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ ຜົນຂອງກອງປະຊຸມສຸດຍອດ CLV CLMV ACMECS

 

PublishCLVclmvAcmecs1

PublishCLVclmvAcmecs2 PublishCLVclmvAcmecs3

 

ໃນຕອນເຊົ້າ ວັນທີ 23 ກຸມພາ 2021,ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC),ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ ຜົນຂອງກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 11, ກອງປະຊຸມສຸດຍອດ ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 10 ແລະ ກອງປະຊຸມສຸດຍອດ ຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ຄັ້ງທີ 9 ໃນຮູບແບບວີດີໂອທາງໄກ ພາຍໃຕ້ການເປັນປະທານ ຂອງ ທ່ານທອງຜ່ານ ສະຫວັນເພັດ,ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີຄະນະຜູ້ແທນ ຈາກ ບັນດາກະຊວງ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 60 ກ່ວາທ່ານ.

ໃນກອງປະຊຸມຄັ້ງນີ້, ທ່ານ ປະທານກອງປະຊຸມ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ ແລະ ບົດບາດ ຂອງ ສປປ ລາວ ທີ່ໄດ້ຮັບກຽດເປັນເຈົ້າພາບຈັດ ກອງປະຊຸມສຸດຍອດ CLV ຄັ້ງທີ 11 ແລະ ກອງປະຊຸມສຸດຍອດ CLMV ຄັ້ງທີ 10 ລວມທັງ ການເຂົ້າຮ່ວມກອງປະຊຸມສຸດຍອດ ACMECS ຄັ້ງທີ 9 ໃນວັນທີ 9 ທັນວາ 2020 ໃນຮູບແບບວີດີໂອທາງໄກ. ພ້ອມນີ້, ໄດ້ຮັບຟັງການນໍາສະເໜີໂດຍຫຍໍ້ ກ່ຽວກັບ ປະຫວັດຄວາມເປັນມາ ແລະ ໝາກຜົນການຮ່ວມມື ຂອງ ສປປ ລາວ ໃນຂອບການຮ່ວມມືCLV, CLMV ແລະACMECSໃນໄລຍະຜ່ານມາ ພ້ອມທັງ ໄດ້ປຶກສາຫາລື ກ່ຽວກັບ ທິດທາງການຜັນຂະຫຍາຍ ບັນດາເອກະສານທີ່ຖືກຮັບຮອງເອົາຢູ່ໃນກອງປະຊຸມສຸດຍອດດັ່ງກ່າວ ໂດຍສະເພາະ ຖະແຫຼງການຮ່ວມ ຂອງ ແຕ່ລະກອງປະຊຸມສຸດຍອດ, ແຜນພັດທະນາການທ່ອງທ່ຽວ ສໍາລັບ ເຂດສາມຫຼ່ຽມພັດທະນາ CLV (2020-2025) ແລະ ວິໄສທັດ ຮອດປີ 2030, ແຜນພັດທະນາອຸດສາຫະກໍາຢາງພາລາແບບຍືນຍົງ ໃນເຂດສາມຫຼ່ຽມພັດທະນາ CLV, ຂອບວຽກເພື່ອການພັດທະນາ CLMV (Framework for CLMV Development), ພາລະບົດບາດຂອງກອງທຶນພັດທະນາ ACMECS ແລະ ເອກະສານແນວຄວາມຄິດ ວ່າດ້ວຍ ກົນໄກການເຮັດວຽກຂອງຄະນະກໍາມະການປະສານງານ ACMECS ພາຍໃຕ້ແຜນແມ່ບົດ ACMECS. ນອກນັ້ນ,​ ກອງປະຊຸມ ຍັງ​ໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການດໍາເນີນວຽກງານໃນຕໍ່ໜ້າຂອງກະຊວງຂະແໜງການທີ່ກ່ຽວຂ້ອງ ໃນການສືບຕໍ່ປະຕິບັດບັນດາກິດຈະກໍາ ແລະ ໜ້າວຽກຕ່າງໆ ໃຫ້ສໍາເລັດຕາມຄາດໝາຍ ເປັນຕົ້ນ: ການທົບທວນຄືນ ການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍ ການພັດທະນາເສດຖະກິດ-ສັງຄົມເຂດສາມຫຼ່ຽມພັດທະນາ CLV ຮອດປີ 2020 ແລະ ຮ່າງສະບັບປັບປຸງໃໝ່ ຮອດປີ 2030ແລະ ການຈັດຕັ້ງປະຕິບັດແຜນເຊື່ອມຈອດເສດຖະກິດ CLV ຮອດປີ 2030, ການສ້າງແຜນປະຕິບັດງານ ເພື່ອຈັດຕັ້ງຜັນຂະຫຍາຍ ສັນຍາ ວ່າດ້ວຍ ການສົ່ງເສີມ ແລະ ອໍານວຍຄວາມສະດວກທາງດ້ານການຄ້າ ໃນເຂດສາມຫຼ່ຽມພັດທະນາ CLV, ການປະກອບສ່ວນ ຂອງ ສປປ ລາວ ເຂົ້າໃນກອງທຶນພັດທະນາ ACMECS, ການສ້າງແຜນປະຕິບັດງານໃນຂອບວຽກ ເພື່ອການພັດທະນາ CLMV ແລະ ໜ້າວຽກອື່ນໆ ແນໃສ່ສົ່ງເສີມການຮ່ວມມືໃນຂອບCLV, CLMV ແລະACMECS ໃຫ້ສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນຕໍ່ໜ້າ.

ກອງປະຊຸມຄັ້ງນີ້ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ໂດຍບັນລຸໄດ້ຕາມຈຸດປະສົງ ແລະ ເປົ້າໝາຍທີ່ກຳນົດໄວ້ ແລະ ຖືໄດ້ວ່າເປັນກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ເພາະເປັນເວທີທີ່ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນຕໍ່ສິ່ງທ້າທາຍຕ່າງໆ ໃນການຈັດຕັ້ງປະຕິບັດວຽກງານໃນຂອບການຮ່ວມມື CLV, CLMV ແລະACMECSໃນໄລຍະຜ່ານມາ ພ້ອມທັງ ໄດ້ຮ່ວມກັນກໍານົດທິດທາງການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງທີ່ລັດຖະບານ ຂອງ ປະເທດສະມາຊິກ
ໄດ້ຮັບຮອງເອົາແລ້ວນັ້ນ ໃຫ້ເປັນຮູບປະທໍາ ແລະ ມີປະສິດທິຜົນສູງກ່ວາເກົ່າໃນຕໍ່ໜ້າ
.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483939
ມື້ນີ້63
ມື້ວານ183
ອາທິດນີ້377
ເດືອນນີ້3244