ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລື ອາຊຽນ-ອົດສະຕາລີ ຄັ້ງທີ 33 (ແບບທາງໄກ)

 

20210317-AAC-1

20210317-AAC-2

20210317-AAC-3

 

ໃນວັນທີ 17 ມີນາ 2021, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະ ເຂົ້າຮ່ວມກອງປະຊຸມປຶກສາຫາລື ອາຊຽນ-ອົດສະຕາລີ ຄັ້ງທີ 33 ແບບທາງໄກ ທີ່ ກະຊວງການຕ່າງປະເທດ ພາຍໃຕ້ການເປັນປະທານຮ່ວມ ຂອງ ມາເລເຊຍ ແລະ ອົດສະຕາລີ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ຍັງມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ ແລະ ວິຊາການກ່ຽວຂ້ອງຈຳນວນນຶ່ງ.

ກອງປະຊຸມໄດ້ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດການຮ່ວມມື ອາຊຽນ-ອົດສະຕາລີ ໃນໄລຍະຜ່ານມາ, ເຊິ່ງສະແດງອອກໃນການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມື ອາຊຽນ-ອົດສະຕາລີ ໄລຍະ 2020-2024 ໂດຍກວມເອົາທັງສາມເສົາຄ້ຳການສ້າງປະຊາຄົມອາຊຽນ: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ. ພ້ອມນີ້, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ເປັນເອກະພາບກັນ ຕໍ່ທິດທາງແຜນການຮ່ວມມື ອາຊຽນ-ອົດສະຕາລີ ໃນຕໍ່ໜ້າ ໂດຍສະເພາະ ຈະສຸມໃສ່ບາງຂົງເຂດບູລິມະສິດຄື: ການແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19; ການເຊື່ອມຈອດອາຊຽນ; ການຈັດຕັ້ງປະຕິບັດສັນຍາເຂດການຄ້າເສລີ ອາຊຽນ-ອົດສະຕາລີ-ນິວຊີແລນ ຫຼື AANZFTA ແລະ ສັນຍາການຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ ຫຼື RCEP; ການຫັນໄປສູ່ເສດຖະກິດດິຈິຕອນ; ການຮັດແຄບຄວາມແຕກໂຕນດ້ານການພັດທະນາ; ການສຶກສາ (ການສະໜອງທຶນສຶກສາທັງໄລຍະສັ້ນ ແລະ ໄລຍະຍາວ); ການໄປມາຫາສູ່ລະຫວ່າງປະຊາຊົນກັບປະຊາຊົນ ລວມທັງ ການທ່ອງທ່ຽວ; ບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະ ສິ່ງແວດລ້ອມ; ການຮ່ວມມືຂອບອະນຸພາກພື້ນແມ່ນໍ້າຂອງ; ແລະ ອື່ນໆ.

ໃນກອງປະຊຸມຄັ້ງນີ້, ທ່ານ ຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອຂອງ ລັດຖະບານ ອົດສະຕາລີ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການຊ່ວຍເຫຼືອຢາວັກແຊັງ ຕ້ານພະຍາດໂຄວິດ-19 ທັງໃນຂອບສອງຝ່າຍ ແລະ ຂອບຫຼາຍຝ່າຍ ຜ່ານໂຄງການຢາວັກແຊັງສາກົນ ໂຄແວັກ (COVAX) ແລະ ການພັດທະນາຊັບພະຍາກອນມະນຸດ ດ້ວຍການສະໜອງທຶນສຶກສາໄລຍະຍາວ ແລະ ໄລຍະສັ້ນ. ພ້ອມນີ້, ໄດ້ສະເໜີໃຫ້ສືບຕໍ່ຊ່ວຍເຫຼືອ ໃນວຽກງານການຮັດແຄບຄວາມແຕກໂຕນດ້ານການພັດທະນາ; ການເຊື່ອມຈອດອາຊຽນ; ການຫັນໄປສູ່ເສດຖະກິດດິຈິຕອນ; ແລະ ການພັດທະນາຕົວເມືອງອັດສະລິຍະ.

ນອກຈາກນີ້, ກອງປະຊຸມຄັ້ງນີ້ ຍັງໄດ້ແລກປ່ຽນຄວາມຄິດເຫັນ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ: ການສົ່ງເສີມລະບົບການຄ້າຫຼາຍຝ່າຍ; ໂຄງສ້າງພາກພື້ນທີ່ອາຊຽນເປັນຜູ້ນຳພາ; ເອກະສານແນວຄວາມຄິດ ອາຊຽນ ວ່າດ້ວຍ ອິນໂດ-ປາຊີຟິກ; ການຮ່ວມມືທາງທະເລ; ແລະ ບັນຫາອື່ນໆ.

ທ້າຍສຸດ, ກອງປະຊຸມໄດ້ປຶກສາຫາລື ການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ອົດສະຕາລີ ແບບທາງໄກ ທີ່ຈະມີຂຶ້ນ ໃນເດືອນສິງຫາ 2021 ແລະ ກອງປະຊຸມສຸດຍອດຜູ້ນໍາ ອາຊຽນ-ອົດສະຕາລີ ຄັ້ງທໍາອິດ ໃນເດືອນຕຸລາ ປີນີ້ ພາຍໃຕ້ການເປັນປະທານ ຂອງ ບຣູໄນ.

---------//--------

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485330
ມື້ນີ້31
ມື້ວານ227
ອາທິດນີ້366
ເດືອນນີ້4635