ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ທອງສະຫວັນ ພົມວິຫານ ຢ້ຽມຢາມໂຄງການຮ່ວມມື ລາວ-ໄທ ທີ່ ແຂວງຫຼວງພະບາງ ແລະ ແຂວງໄຊຍະບູລີ

202103LPB1

 

ທ່ານຮອງລັດຖະມົນຕີ ພົບປະກັບ ຮອງເລຂາພັກແຂວງໆຫຼວງພະບາງ

 

202103LPB2

 

ທ່ານຮອງລັດຖະມົນຕີ ໂອ້ລົມກັບພະແນກການຕ່າງປະເທດແຂວງຫຼວງພະບາງ

 

202103LPB3

 

ຢ້ຽມຢາມ ມະຫາວິທະຍາໄລ ສຸພານຸວົງ

 

202103LPB4

 

ກວດ​ກາ​ພື້ນທີ່ໆຈະກໍ່ສ້າງຂົວຂ້າມນໍ້າຂອງ (ຫຼວງພະບາງ-ຊຽງແມນ) ຢູ່ ເມືອງຈອມເພັດ

 

202103LPB5

 

ສຳຫຼວດທາງຫຼວງແຫ່ງຊາດ ເລກ​ທີ 4B

 

ເພື່ອເປັນການປະກອບສ່ວນເຂົ້າໃນການສ້າງບັນຍາກາດ ແລະ ສະພາບແວດລ້ອມອັນດີໃຫ້ແກ່ການພົວພັນ ແລະ ຮ່ວມມື ລະຫວ່າງ ລາວ-ໄທ ໃນໂອກາດສະເຫຼີມສະຫຼອງຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ (19 ທັນວາ 1950 - 19 ທັນວາ 2020) ໃນປີ 2020, ທັງເປັນການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຕ່າງໆ ລະຫວ່າງ ລາວ ແລະ ໄທ ໃຫ້ມີຄວາມຍືນຍົງ ແລະ ສໍາເລັດຕາມເປົ້າໝາຍ, ໃນລະຫວ່າງວັນທີ 10-16 ມີນາ 2021, ທ່ານ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ຮອງເລຂາຄະນະພັກກະຊວງຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຫຼວງພະບາງ ແລະ ແຂວງໄຊຍະບູລີ,ຊຶ່ງເປັນເຂດທີ່ມີໂຄງການຮ່ວມມືພົ້ນເດັ່ນ ລະ​ຫວ່າງ ສ​ປ​ປ ລາວ ແລະ ລາ​ຊະ​ອາ​ນາ​ຈັກໄທ.​

 

ໃນໂອກາດເຄື່ອນໄຫວເຮັດວຽກທີ່ ແຂວງຫຼວງພະບາງ, ຄະນະໄດ້ຢ້ຽມຢາມມະຫາວິທະຍາໄລ     ສຸພານຸວົງທີ່ໄດ້ຮັບໂຄງການຮ່ວມມືຈາກລັດຖະບານໄທ ໃນໄລຍະຜ່ານມາ ເປັນຕົ້ນແມ່ນ ໂຄງການພັດທະນາ ບຸກຄະລາກອນ, ໂຄງການພັດທະນາຫໍສະໝຸດ ແລະ ໂຄງການພັດທະນາຫຼັກສູດການປຸງແຕ່ງກະສິກຳ. ໂຄງການດັ່ງກ່າວ ແມ່ນໄດ້ຮັບການຈັດຕັ້ງປະຕິບັດຜ່ານກົນໄກການຮ່ວມມືດ້ານວິຊາການ ລາວ-ໄທ ໂດຍມີ ຈຸດປະສົງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ມະຫາວິທະຍາໄລສຸພານຸວົງ ໃນຖານະເປັນສະຖາບັນການ​ສຶກ​ສາ ເພື່ອກໍ່ສ້າງບຸກຄະລາກອນຮັບໃຊ້ສັງຄົມລາວ. ຈາກນັ້ນ, ຄະນະ ໄດ້ສືບຕໍ່ລົງຢ້ຽມ​ຢາມ ແລະ ກວດ​ກາ​ພື້ນທີ່ໆຈະກໍ່ສ້າງຂົວຂ້າມນໍ້າຂອງ (ຫຼວງພະບາງ-ຊຽງແມນ) ຢູ່ ເມືອງຈອມເພັດ, ຊຶ່ງເປັນໂຄງການທີ່ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກສໍານັກງານຮ່ວມມື ເພື່ອການພັດທະນາດ້ານເສດຖະກິດກັບປະເທດເພື່ອນບ້ານ (NEDA) ປະເທດໄທ ໃນການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນໃນ​ການກໍ່​ສ້າງ ເພື່ອກ້າວໄປສູ່ການກໍ່ສ້າງຂົວດັ່ງ​ກ່າວ ໃນໄວໆນີ້. ຄະ​ນະ ຍັງໄດ້ເດີນທາງໄປສຳຫຼວດທາງຫຼວງແຫ່ງຊາດ ເລກ​ທີ 4B ​ເລີ່ມແຕ່ ເມືອງຈອມເພັດ, ແຂວງຫຼວງພະບາງ ເຖິງ ເມືອງຫົງສາ, ແຂວງໄຊຍະບູລີ, ​ຊຶ່ງໄດ້ຮັບການສະໜັບສະໜູນເງິນກູ້ຈາກລັດຖະບານໄທ ອີກດ້ວຍ. ໃນໂອກາດຢ້ຽມຢາມແຂວງຫຼວງພະບາງຄັ້ງນີ້, ທ່ານຮອງລັດຖະມົນຕີ ແລະ ຄະນະ ຍັງໄດ້ພົບປະກັບ ທ່ານ ວົງສະຫວັນ ເທບພະຈັນ, ຮອງເລຂາພັກແຂວງໆຫຼວງພະບາງ ແລະ ໄດ້ໂອ້ລົມກັບ ພະແນກການຕ່າງປະເທດແຂວງດັ່ງກ່າວ ເພື່ອແລກປ່ຽນບົດຮຽນໃນການເຄື່ອນໄຫວວຽກງານຕ່າງປະເທດ ໃຫ້ມີປະສິດທິພາບສູງ ແລະ ສອດຄ່ອງກັບສະພາບການພາຍໃນປະເທດ, ພາກພື້ນ ແລະ ສາກົນ ອີກດ້ວຍ.

 

ນອກຈາກນັ້ນ, ທ່ານຮອງລັດຖະມົນຕີ ຍັງໄດ້ເປັນປະທານກອງປະຊຸມເຜີຍແຜ່ກົດ​ໝາຍ​ວ່າ​ດ້ວຍ​ຊັ້ນ​ນັກ​ການ​ທູດ​ ທີ່​ຫາກໍ່​ໄດ້​ປະ​ກາດ​ໃຊ້, ​ໄດ້ທົບທວນຄືນ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດນິຕິກຳຕ່າງໆ ຂອງຂະແໜງການຕ່າງປະເທດ ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງ 8 ແຂວງພາກເໜືອ ເຂົ້າ​ຮ່ວມ​ຫຼາຍກວ່າ 100 ທ່ານ ເພື່ອຍົກສູງຄວາມ​ຮັບ​ຜິດ​ຊອບໃນການຈັດຕັ້ງປະຕິ​ບັດ​ບັນ​ດາ​ນິ​ຕິ​ກຳ​ດັ່ງ​ກ່າວ ໃຫ້ມີປະສິດຕິພາບ ແລະ ປະສິດຕິຜົນສູງຂຶ້ນ ທັງລວມສູນ ແລະ ເປັນເອກະພາບ.

 

202103LPB6

 

ກອງປະຊຸມເຜີຍແຜ່ກົດ​ໝາຍ​ວ່າ​ດ້ວຍ​ຊັ້ນ​ນັກ​ການ​ທູດ

 

ພາຍຫຼັງສຳເລັດການເຄື່ອນໄຫວຢູ່ແຂວງຫຼວງພະບາງ, ຄະນະ ໄດ້ສືບຕໍ່ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊຍະບູລີ, ໂດຍໄດ້ພົບປະກັບ ທ່ານ ພົງສະຫວັນ ສິດທະວົງ, ເລຂາພັກແຂວງ, ເຈົ້າແຂວງໄຊຍະບູລີ; ໄດ້ຈັດ​ກອງ​ປະ​ຊຸມໂອ້ລົມ​ພະ​ນັກ​ງານພະແນກການຕ່າງປະເທດ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງ ແຂວງໄຊຍະບູລີ ​ແລະ ​ມີ​ຜູ້​ເຂົ້າ​ຮ່ວມຫຼາຍກວ່າ 100 ທ່ານ ເພື່ອແລກປ່ຽນບົດຮຽນໃນການເຄື່ອນໄຫວວຽກງານຕ່າງປະເທດ​ ໃຫ້​ມີປະສິດທິພາບ ແລະ ສອດຄ່ອງກັບສະພາບການ​ໃນ​ປັດ​ຈຸ​ບັນ. ພ້ອມທັງໄດ້ເນັ້ນໃຫ້ຍົກສູງຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການຂອງພະນັກງານ ໃນການເຄື່ອນໄຫວວຽກ​ງານ​ດັ່ງ​ກ່າວ ຕາມການມອບໝາຍຂອງຂັ້ນເທິງ. ຫຼັງຈາກນັ້ນ, ຄະນະ ໄດ້ລົງຢ້ຽມຢາມພົບປະຄູອາຈານ ແລະ ນ້ອງນັກຮຽນ ທີ່ ໂຮງຮຽນປະຖົມບ້ານສີເມືອງ (ໂຮງຮຽນມິດຕະພາບລາວ-ໄທ ຫຼັງທີ 11), ຊຶ່ງໄດ້ຮັບການຊ່ວຍເຫຼືອຈາກສະມາຄົມ ລາວ-ໄທ, ໄທ-ລາວ ເພື່ອມິດຕະພາບ ໃນການສ້າງອາຄານຮຽນ ຈຳນວນ 2 ຫຼັງ, ຫ້ອງການຄູ 1 ຫຼັງ ແລະ ຫ້ອງນໍ້າ. ພ້ອມນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ນຳພາຄະນະຢ້ຽມຢາມ ແລະ ໃຫ້ກຳລັງໃຈການປະຕິບັດວຽກງານຂອງເຈົ້າໜ້າທີ່ ຢູ່ ດ່ານສາກົນເມືອງນໍ້າເງິນ, ແຂວງໄຊຍະບູລີ (ດ່ານຊາຍແດນ ລະຫວ່າງ ແຂວງໄຊຍະບູລີ, ສປປ ລາວ ແລະ ຈັງຫວັດນ່ານ, ປະເທດໄທ) ໂດຍສະເພາະ ການຈັດຕັ້ງປະຕິບັດວຽກງານ ໃນສະພາບການລະບາດຂອງພະຍາດໂຄວິດ-19. ໃນໂອກາດເຄື່ອນໄຫວ​ຄັ້ງ​ນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ນໍາພາຄະນະ ຢ້ຽມຢາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງງານຢູ່ໂຄງການລົງທຶນຂະໜາດໃຫຍ່ຂອງໄທ ຢູ່ແຂວງໄຊຍະບູລີ ອີກດ້ວຍ ເປັນຕົ້ນແມ່ນ ໂຮງໄຟຟ້າຫົງສາລິກໄນ ແລະ ເຂື່ອນໄຟຟ້າພະລັງງານນໍ້າຂອງໄຊຍະບູລີ, ຊຶ່ງທ່ານຮອງລັດຖະມົນຕີ ໄດ້ເນັ້ນຢໍ້າເຖິງການຈັດຕັ້ງປະຕິບັດໂຄງການດັ່ງ​ກ່າວ ໃຫ້ເປັນກາຍ​ເປັນ​ໂຄງ​ການ​ຕົວ​ແບບ, ຮັບ​ປະ​ກັນ​ໃຫ້ມີຄວາມຍືນຍົງ, ເປັນມິດຕໍ່ສິ່ງແວດລ້ອມ, ຕິດພັນກັບສັງຄົມ ແລະ ສ້າງວຽກເຮັດງານທໍາໃຫ້ປະ​ຊາ​ຊົນທ້ອງຖິ່ນ ນັບມື້ນັບຫຼາຍຂຶ້ນ.

 

202103Xaya1

 

ທ່ານຮອງລັດຖະມົນຕີ ໂອ້ລົມກັບພະແນກການຕ່າງປະເທດແຂວງໄຊຍະບູລີ

 

202103Xaya2

 

 

ຢ້ຽມຢາມພົບປະຄູອາຈານ ແລະ ນ້ອງນັກຮຽນ ທີ່ ໂຮງຮຽນປະຖົມບ້ານສີເມືອງ (ໂຮງຮຽນມິດຕະພາບລາວ-ໄທ ຫຼັງທີ 11)

 

202103Xaya3

 

ຢ້ຽມຢາມດ່ານສາກົນເມືອງນໍ້າເງິນ, ແຂວງໄຊຍະບູລີ

 

202103Xaya4

 

ຢ້ຽມຢາມໂຮງໄຟຟ້າຫົງສາລິກໄນ

 

202103Xaya5

 

ຢ້ຽມຢາມເຂື່ອນໄຟຟ້າພະລັງງານນໍ້າຂອງໄຊຍະບູລີ

 

ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ທັງສອງແຂວງ ໃນຄັ້ງນີ້ ໄດ້ຮັບຜົນສໍາເລັດຢ່າງຈົບງາມ ແລະ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ກໍຄື ຊ່ວຍສົ່ງເສີມການພົວພັນຮ່ວມມືອັນດີງາມ ຖານປະເທດບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ບູຮານນະການ ລະຫວ່າງສອງປະເທດ ລາວ ແລະ ໄທ ໃຫ້ມີຄວາມແໜ້ນເເຟ້ນ ແລະ ຂະຫຍາຍຕົວຍິ່ງໆຂື້ນໃນອະນາຄົດ ທັງສ້າງໄດ້ຄວາມໃກ້ຊິດຕິດແທດ ລະຫວ່າງສູນກາງ ກໍຄື ກະຊວງການຕ່າງປະເທດ ແລະ ທ້ອງຖິ່ນອີກດ້ວຍ.

 

 

 

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484728
ມື້ນີ້39
ມື້ວານ205
ອາທິດນີ້1166
ເດືອນນີ້4033