ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຊຸດຝຶກອົບຮົມວຽກງານການຕ່າງປະເທດ ໃຫ້ແກ່ພະນັກງານພະແນກການຕ່າງປະເທດແຂວງ ແລະ ນະຄອນຫຼວງວຽງຈັນ

20210325ThPh1

 

20210325ThPh2

 

20210325ThPh3

 

20210325ThPh4

 

20210325ThPh5

 

ໃນວັນທີ 25 ມີນາ 2021, ທີ່ ສະຖາບັນການຕ່າງປະເທດ, ໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານການຕ່າງປະເທດ ໃຫ້ແກ່ພະນັກງານພະແນກການຕ່າງປະເທດແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມທັງບັນດາຫົວໜ້າກົມ, ຄະນະກົມ, ວິທະຍາກອນ ແລະ ນັກສຳມະນາກອນຂອງຊຸດຝຶກອົບຮົມທັງໝົດ ປະມານ 50 ທ່ານ. ຊຸດຝຶກອົບຮົມວຽກງານຕ່າງປະເທດ ແມ່ນໄດ້ດຳເນີນມາແຕ່ ວັນທີ 15 ມີນາ 2021 ເປັນຕົ້ນມາ, ເຊີ່ງມີຜູ້ເຂົ້າຮ່ວມຝຶກອົບຮົມ ທີ່ມາຈາກພະແນກການຕ່າງປະເທດແຂວງທົ່ວປະເທດ ທັງໝົດ 20 ທ່ານ, ຍິງ 03 ທ່ານ. ການຈັດຝຶກອົບຮົມໃນຄັ້ງນີ້ ເເມ່ນໜຶ່ງໃນກິດຈະກໍາທີ່ໄດ້ຮັບການສະໜັບສະໜູນຈາກມູນນິທິອາຊີ, ເພື່ອເປີດໂອກາດໃຫ້ແກ່ພະນັກງານທີ່ເຮັດວຽກໃນຂະແໜງການຕ່າງປະເທດ ໄດ້ຮຽນຮູ້ ແລະ ເຂົ້າໃຈເລິກເຊິ່ງ ກ່ຽວກັບ ເອກະສານຕ່າງໆທາງດ້ານວິຊາການ ໃນການເຄື່ອນໄຫວວຽກງານການຕ່າງປະເທດ ເພື່ອແນໃສ່ສ້າງຄວາມເຂົ້າໃຈທີ່ເປັນເອກະພາບ ໃນການຈັດຕັ້ງປະຕິບັດວຽກງານຂະແໜງການຕ່າງປະເທດ ລະຫວ່າງ ສູນກາງ ແລະ ທ້ອງຖີ່ນ ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.

 

ໃນພິທີ, ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ, ໄດ້ຂື້ນກ່າວສະຫຼຸບລາຍງານ ຜົນການຝຶກອົບຮົມຕະຫຼອດໄລຍະ 10 ມື້ ທີ່ຜ່ານມາ, ຊຶ່ງຜູ້ເຂົ້າຮ່ວມໄດ້ຮຽນຮູ້ວຽກງານວິຊາສະເພາະການຕ່າງປະເທດຫຼາຍດ້ານ ທີ່ຈໍາເປັນເຊັ່ນ: ນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດຖະບານ ໃນແຕ່ລະໄລຍະ, ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ, ນະໂຍບາຍການຄ້າ ແລະ ສິດທິພິເສດຕ່າງໆ ທີ່ ສປປ ລາວ ໄດ້ຮັບ, ແຜນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະໃໝ່, ສິດທິມະນຸດ, ການຕ້ານການຟອກເງິນ, ການຄ້າມະນຸດ, ວຽກງານຊາຍແດນ, ວຽກງານອາຊຽນ, ວຽກງານການຂ່າວ, ວຽກງານພິທີການ, ວຽກງານກົງສຸນ, ການເຄື່ອນໄຫວການທູດໃນຊ່ອງທາງຕ່າງໆ ເຊັ່ນ:​ ການທູດປະຊາຊົນ, ການທູດເສດຖະກິດ ແລະ ການເຈລະຈາການທູດ ແລະ ວຽກງານອື່ນໆ ທີ່ກ່ຽວຂ້ອງ. ແຕ່ລະຫົວຂໍ້ຂອງການຝຶກອົບຮົມ ແມ່ນໄດ້ເຊື້ອເຊີນເອົານັກວິທະຍາກອນ ຈາກຫຼາຍພາກສ່ວນມາຂຶ້ນຫ້ອງບັນຍາຍ ເປັນຕົ້ນ: ບັນດາທ່ານທູດອາວຸໂສບຳນານ, ກົມທີ່ກ່ຽວຂ້ອງຈາກກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ ແລະ ກົມກິດຈະການການເມືອງ ແລະ ກົມຕ່າງໆ ພາຍໃນກະຊວງການຕ່າງປະເທດ. ເຖິງວ່າຊຸດຝຶກອົບຮົມຄັ້ງນີ້ ຈະມີໄລຍະເວລາສັ້ນ ແຕ່ເນື້ອໃນໂຄງການຫຼັກສູດ ລ້ວນແລ້ວແຕ່ມີຄວາມສຳຄັນ ແລະ ໄດ້ກັ່ນຕອງເອົາບັນດາໜ້າວຽກທີ່ເປັນໝາກຫົວໃຈຂອງວຽກງານ ໃນຂະແໜງການຕ່າງປະເທດ, ເຊິ່ງເປັນການປະກອບອາວຸດທີ່ເເຫຼມຄົມໃຫ້ແກ່ພະນັກງານທ້ອງຖີ່ນ ນຳໄປໜູນໃຊ້ເຂົ້າໃນວຽກງານຕົວຈິງ.

 

ໃນຕອນທ້າຍຂອງພິທີ, ທ່ານ ທອງຜ່ານ ສະຫວັນເພັດ, ປະທານພິທີ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ຜູ້ເຂົ້າຮັບການຝຶກອົບຮົມ ເອົາໃຈໃສ່ ແລະ ສືບຕໍ່ນຳເອົາຄວາມຮູ້ທີ່ໄດ້ຈາກການຝຶກອົບຮົມຄັ້ງນີ້ ໄປປະຕິບັດ ແລະ ຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຂອງຕົນ ເພື່ອຍາດແຍ່ງເອົາການພົວພັນຮ່ວມມືກັບສາກົນ, ສະກັດກັ້ນ ແລະ ຕ້ານທຸກປະກົດການຫຍໍ້ທໍ້ທີ່ອາດເກີດຂຶ້ນ ເພື່ອພ້ອມກັນປະຕິບັດແນວທາງຂອງ ພັກປະຊາຊົນ ປະຕິວັດລາວ ໃຫ້ມີຜົນສຳເລັດຢ່າງຈົບງາມ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480281
ມື້ນີ້111
ມື້ວານ157
ອາທິດນີ້679
ເດືອນນີ້6512