ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການສະເຫຼີມສະຫຼອງວັນຟຣັງໂກໂຟນີສາກົນ 20 ມີນາ ປະຈໍາປີ 2021 ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ ແຂວງສະຫວັນນະເຂດ

 

20210406 Francophonie-1

20210406 Francophonie-2

20210406 Francophonie-3

 

ໃນວັນທີ 06 ເມສາ 2021, ທີ່ ແຂວງສະຫວັນນະເຂດ, ກະຊວງການຕ່າງປະເທດ ໂດຍຮ່ວມມືກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໄດ້ຈັດພິທີທາງການ ສະເຫຼີມສະຫຼອງວັນຟຣັງໂກໂຟນີສາກົນ 20 ມີນາ ຂຶ້ນຢ່າງເປັນທາງການ ທີ່ ຫ້ອງປະຊຸມໃຫຍ່ ຂອງມະຫາວິທະຍາໄລສະຫວັນນະເຂດ ​ໂດຍ​ພາຍ​ໃຕ້​ຫົວ​ຂໍ້: “ແມ່ຍິງຟຣັງໂກໂຟນີ ແມ່ຍິງທີ່ມີຄວາມເຂັ້ມແຂງ”, ຊຶ່ງການສະເຫຼີມສະຫຼອງໃນປີນີ້ແມ່ນເປັນປີຄົບຮອບ 51 ປີ ຂອງການສ້າງຕັ້ງອົງການຟຣັງໂກໂຟນີສາກົນ ແລະ ເປັນປີຄົບຮອບ 30 ປີ ແຫ່ງການເຂົ້າເປັນສະມາຊິກອົງການຟຣັງໂກໂຟນີສາກົນ ຂອງ ສປປ ລາວ. ພິທີ​ທາງ​ການດັ່ງກ່າວ ​​​ແມ່ນ​ດຳ​ເນີນ​ໄປໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ຮສ. ປອ. ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ​ແລະ ມີ​ການ​ເຂົ້າຮ່ວມ​​ເປັນກຽດຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ນາງ ຫຼິງທອງ ແສງຕາວັນ, ຮອງເຈົ້າ​ແຂວງ ​ແຂວງ​ສະຫວັນນະເຂດ. ພ້ອມດຽວກັນນັ້ນ, ກໍມີການເຂົ້າຮ່ວມຈາກທູຕານຸທູດບັນດາປະເທດທີ່​ນຳໃຊ້​ພາສາ​ຝຣັ່ງ ປະຈຳ ສປປ ລາວ, ທ່ານ ຫົວໜ້າຫ້ອງການມະຫາວິທະຍາໄລຟຣັງໂກໂຟນີ (AUF) ປະຈໍາ ສປປ ລາວ, ບັນດາພະແນກການຕ່າງໆອ້ອມຂ້າງແຂວງ, ພ້ອມດ້ວຍຄູອາຈານ ແລະ ນັກຮຽນ-ນັກສຶກສາທີ່ຮຽນພາສາຝຣັ່ງ ພາຍໃນແຂວງສະຫວັນນະເຂດ ເຂົ້າຮ່ວມ 200 ກ່ວາທ່ານ.

ໃນ​ໂອກາດດັ່ງກ່າວ, ທ່ານ ນາງ ຫຼິງທອງ ແສງຕາວັນ, ຮອງເຈົ້າແຂວງ ແຂວງສະຫວັນນະເຂດ, ​ໄດ້​ໃຫ້ກຽດກ່າວ​ຕ້ອນຮັບ ແລະ ສະແດງຄວາມດີໃຈ ຕໍ່ການມາຈັດພິທີທາງການສະເຫຼີມສະຫຼອງວັນຟຣັງໂກໂຟນີ ໃນປີນີ້ ຢູ່ແຂວງສະຫວັນນະເຂດ, ຊຶ່ງທ່ານໄດ້ລາຍງານ ແລະ ຍົກໃຫ້ເຫັນສະພາບຂອງການສຶກສາ ຢູ່ ພາຍໃນແຂວງສະຫວັນນະເຂດ ໂດຍສະເພາະ ຫຼັກສູດການຮຽນ-ການສອນພາສາຝຣັ່ງ ໃນບັນດາໂຮງຮຽນຕ່າງໆທີ່ມີຫຼັກສູດຫ້ອງຮຽນສອງພາສາລາວ-ຝຣັ່ງ. ໃນພິທີທາງການໃນຄັ້ງນີ້ ທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ​ປະທານໃນພິທີ ໄດ້​ໃຫ້ກຽດກ່າວ​ຄຳ​ເຫັນ ​ໂດຍ​ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງວັນຟຣັງ​ໂກ​ໂຟນີສາກົນ ແລະ ການຍົກສູງບົດບາດຂອງແມ່ຍິງຟຣັງໂກໂຟນີ ກໍຄືແມ່ຍິງລາວ ໃນການປະກອບສ່ວນເຂົ້າໃນວຽງານຕ່າງໆ ໂດຍສະເພາະໃນຂົງເຂດເສດຖະກິດ-ສັງຄົມ ແລະ ການສຶກສາ ແນໃສ່ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຮັບປະກັນຄວາມສະເໝີພາບ ຍິງ-ຊາຍ ຢູ່ໃນສັງຄົມ, ຊຶ່ງເປັນໜຶ່ງໃນວຽກງານບູລິມະສິດ ຂອງ ອົງການຟຣັງໂກໂຟນີສາກົນ ໃນໄລຍະປັດຈຸບັນ. ນອກຈາກນີ້, ທ່ານ ຍັງໄດ້ຍົກໃຫ້ເຫັນເຖິງຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ ຂອງ ສປປ ລາວ ໃນການປະກອບສ່ວນສົ່ງເສີມການນຳໃຊ້ພາສາຝຣັ່ງ ກໍຄືການສົ່ງເສີມການສຶກສາຫຼັກສູດຫ້ອງຮຽນສອງພາສາລາວ-ຝຣັ່ງ ທີ່ມີຢູ່ໃນ 04 ແຂວງ ຂອງ ສປປ ລາວ ຄື: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ.

ໃນໂອກາດດຽວກັນນີ້, ບັນດາຜູ້ເຂົ້າຮ່ວມໃນພິທີ ຍັງໄດ້ຮັບຊົມວີດີໂອການປະກອບຄຳເຫັນຂອງ ທ່ານ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ແລະ ເລຂາທິການໃຫຍ່ອົງການຟຣັງໂກໂຟນີສາກົນ ຕໍ່ກັບຫົວຂໍ້ຂອງການສະເຫຼີມສະຫຼອງວັນຟຣັງໂກໂຟນີສາກົນ ປະຈຳປີ 2021 ນີ້.

​ໃນ​ຕອນ​ທ້າຍ​ຂອງ​ພິທີ​ດັ່ງກ່າວ, ບັນດາຜູ້ເຂົ້າຮ່ວມ ໄດ້ຮ່ວມຊົມການສະແດງສິລະປະວັນນະຄະດີ ຂອງນ້ອງນັກຮຽນ-ນັກສຶກສາພາສາຝຣັ່ງ, ຕະຫຼອດເຖິງໄດ້ຢ້ຽມຊົມການວາງສະແດງຮູບພາບ ແລະ ຂໍ້ມູນຂ່າວສານ ກ່ຽວກັບການເຄື່ອນໄຫວກິດຈະກຳຕ່າງໆຂອງຄູອາຈານ ແລະ ນັກຮຽນ-ນັກສຶກສາພາສາຝຣັ່ງ ຂອງ​ແຂວງ​ສະຫວັນນະເຂດ ໃນຂອບວຽກງານຟຣັງໂກໂຟນີ. ພິທີທາງການ​ດັ່ງກ່າວ ​ໄດ້​ດຳ​ເນີນ​ໄປ ​ແລະ ອັດ​ລົງ​ດ້ວຍ​ຜົນສຳ​ເລັດ​ຢ່າງ​ຈົບງາມ.

--------------------------------------------------------------

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480418
ມື້ນີ້76
ມື້ວານ172
ອາທິດນີ້816
ເດືອນນີ້6649