ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປ ຈີນ ມອບຢາວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 3 ແສນໂດສ ໃຫ້ແກ່ ສປປ ລາວ

 

Donate3000001 Donate3000002

 

ພິທີມອບ-ຮັບ ຢາວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 300.000 ໂດສ ແລະ ເຂັມສັກຢາຈຳນວນໜຶ່ງ ໂດຍການຊ່ວຍເຫຼືອລ້າຈາກລັດຖະບານ ແຫ່ງ ສປ ຈີນ ໃຫ້ແກ່ ສປປ ລາວ, ໄດ້ຈັດຂຶ້ນໃນວັນທີ 27 ເມສາ 2021, ທີ່ ກະຊວງສາທາລະນະສຸກ. ຕາງໜ້າລັດຖະບານຈີນມອບໂດຍ ສະຫາຍ ຈ່ຽງ ຈາຍຕຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ຕາງໜ້າລັດຖະບານລາວ ຮັບໂດຍ ສະຫາຍ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວເຊິ່ງມີລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງສອງຝ່າຍ ລາວ-ຈີນ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ຕາງໜ້າໃຫ້ພັກ-ລັດຖະບານ ແລະ ປະຊາຊົນລາວ ກ່າວສະແດງຄວາມຂອບໃຈເປັນຢ່າງສູງຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ, ໂດຍຜ່ານສະຫາຍ ຈ່ຽງ ຈາຍຕຸ່ງ, ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ທີ່ເວລາໃດກໍ່ໄດ້ສະແດງຄວາມເປັນຫ່ວງເປັນໃຍ ແລະ ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແກ່ລັດຖະບານ ກໍ່ຄື ປະຊາຊົນລາວ, ຊຶ່ງສະແດງໃຫ້ເຫັນເຖິງນໍ້າໃຈເອື້ອເຟື້ອເພື່ອແຜ່ ຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນລາວ ແລະ ເປັນການຢືນຢັນເຖິງການເປັນເພື່ອນມິດສະຫາຍ ອ້າຍນ້ອງ ທີ່ເປັນມູນເຊື້ອ, ສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ເຂົ້າສູ່ລວງເລິກ ຢ່າງບໍ່ຢຸດຢັ້ງ. ນອກຈາກນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ຍັງໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອອັນສະເໝີຕົ້ນສະເໝີປາຍ ແລະ ທັນການ ບໍ່ວ່າຈະເປັນທາງດ້ານອຸປະກອນການເເພດ, ໜ້າກາກອະນາໄມ, ນໍ້າຢາກວດເຊື້ອພະຍາດ, ໂດຍສະເພາະ ຢາວັກຊິນເພື່ອປ້ອງກັນພະຍາດໂຄວິດ-19 ໄລຍະຜ່ານມາ. ຢາວັກຊີນທີ່ ສປ ຈີນ ໃຫ້ການຊ່ວຍເຫລືອ ສປປ ລາວ ແມ່ນມີປະສິດທິພາບ ແລະ ຄວາມປອດໄພສູງ, ຊຶ່ງລັດຖະບານ ສປປ ລາວ ໄດ້ນຳໄປສັກໃຫ້ແກ່ພະນັກງານປະຈຳດ່ານ, ແພດຫມໍ, ເຈົ້າໜ້າທີ່ຢູ່ດ່ານໜ້າ ແລະ ພໍ່ແມ່ປະຊາຊົນລາວ ລວມທັງ ທູຕານຸທູດຕ່າງປະເທດ ແລະ ຄົນຕ່າງປະເທດທີ່ດຳລົງຊີວິດຢູ່ ສປປ ລາວ. ການຊ່ວຍເຫຼືອເພີ່ມເຕີມໃໝ່ໃນຄັ້ງນີ້, ຈະເປັນການປະກອບສ່ວນອັນສຳຄັນ ໃຫ້ແກ່ລັດຖະບານລາວ ໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ທີ່ພວມຄຸກຄາມປະຊາຊົນລາວໃນຂອບເຂດທົ່ວປະເທດຢ່າງຮ້າຍແຮງ.

ໃນໂອກາດດຽວກັນ, ສະຫາຍ ຈ່ຽງ ຈາຍຕຸ່ງ ໄດ້ສະແດງຄວາມຍິນດີໃນການຊ່ວຍເຫຼືອຄັ້ງນີ້ ຊຶ່ງບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບສູງຂອງ ສປ ຈີນ ແຕ່ຍັງໄດ້ສ່ອງແສງໃຫ້ເຫັນເຖິງທາດແທ້ຂອງຄູ່ຮ່ວມຊະຕາກໍາລາວ-ຈີນ ໃນການຊ່ວຍໜູນກັນອີກດ້ວຍ. ສປ ຈີນ ຍິນດີຄຽງຄູ່ກັບຝ່າຍ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມຊະຕາກໍາທາງດ້ານສາທາລານະສຸກຂອງມວນມະນຸດ ເພື່ອນໍາເອົາຜົນປະໂຫຍດສູ່ປະຊາຊົນທົ່ວໂລກ. ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອມອບວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ລວມ 4 ຄັ້ງ ມີຫຼາຍກວ່າ 1,4ລ້ານໂດສ ເຊິ່ງຄັ້ງທີ 1 ມອບໃນທ້າຍປີ 2020 ຈຳນວນ 3.000 ໂດສ, ຄັ້ງທີສອງ 3 ແສນໂດສ, ຄັ້ງທີສາມ 8 ແສນໂດສ ແລະ ຄັ້ງນີ້ແມ່ນ 3 ແສນໂດສ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484706
ມື້ນີ້17
ມື້ວານ205
ອາທິດນີ້1144
ເດືອນນີ້4011