ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມໃຫ່ຍປະຈຳປີ ຄັ້ງທີ 77 ຂອງ ຄະນະກຳມາທິການເສດຖະກິດ - ສັງຄົມ ປະຈຳພາກພື້ນອາຊີ - ປາຊີຟິກ (UNESCAP)

 

77-1

 

77-2

 

ໃນຕອນເຊົ້າຂອງວັນທີ 27 ເມສາ 2021, ທີ່ກະຊວງການຕ່າງປະເທດ ທ່ານບຸນເຫຼືອພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມໃຫ່ປະຈຳປີຄັ້ງທີ 77 ຂອງຄະນະກຳມາທິການເສດຖະກິດ - ສັງຄົມ ສປະຈຳພາພື້ນອາຊີ-ປາຊີຟິກ (UNESCAP)ຜ່ານລະບົບປະຊຸມທາງໄກ (Video Conference), ໂດຍການເປັນປະທານຂອງ ທ່ານ ມຸກຕາ ເລີແບດີ, (Mukhtar Tleuberdi), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດກາຊັກສະຖານ, ມີຄະນະຜູ້ແທນຈາກປະເທດສະມາຊິກ ແລະ ປະເທດສັງເກດການ, ອົງການເຄືອຂ່າຍປະຈຳພາກພື້ນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ດຳເນີນໄປພາຍໃຕ້ຫົວຂໍ້ ການຟື້ນຟູທຫຼັງຈາກວິກິດການໃຫ້ດີກ່ວາເກົ່າໂດຍຜ່ານການຮ່ວມມື​​ໃນພາກພື້ນອາຊີ ແລະ ປາຊີຟິກ (Building back better from crises through regional cooperation in Asia and the Pacific), ຊຶ່ງຈະດຳເນີນໄປຈົນຮອວັນທີ 29 ເມສາ 2021 ນີ້.

ໃນກອງປະຊຸມດັ່ງກ່າວ ເປັນກອງປະຊຸມປະຈຳປີ ເພື່ອປຶກສາຫາລືການຮ່ວມມືຂອງບັນດາປະເທດໃນພາກພື້ນ ອາຊີ-ປາຊີຟິກ ໃນວຽກງານການພັດທະນາເສດຖະກິດ-ສັງຄົມ. ອີງໃສ່ສະພາບການແຜ່ລະບາດຂອງ COVID-19, ໃນປີນີ້ ກອງປະຊຸມຈະໄດ້ສຸມໃສ່ ປຶກສາຫາລື ການຮ່ວມມືໃນການຮັບມືກັບການແຜ່ລະບາດຂອງພະຍາດ COVID-19 ແລະ ການຟື້ນຟູເສດຖະກິດ ພາຍຫຼັງການລະບາດ.  ນອກຈາກນີ້, ບັນດາຄະນະຜູ້ແທນຈະໄດ້ພ້ອມກັນ​​ທົບທວນຄືນການຈັດຕັ້ງປະຕິບັດບັນດາຄວາມໝາຍໝັ້ນຕ່າງໆຂອງສາກົນ, ເປັນຕົ້ນ ທົບທວນຄືນການຈັດຕັ້ງປະຕິບັດແຜນງານອິດສະຕັນບູນສຳລັບປະເທດດ້ອຍພັດທະນາ ເພື່ອປະເມີນຄວາມຄືບໜ້າ ແລະ ສິ່ງທ້າທາຍທີ່ ບັນດາປະເທດໃນພາກພື້ນກຳລັງປະເຊີນໜ້າ, ທົບທວນຄືນການຈັດຕັ້ງວາລະ 2030 ເພື່ອການພັດທະນາແບບຍືນຍົງໃນພາກພື້ອາຊີ - ປາຊີຟິກ. ນອກຈາກນັ້ນ, ກອງປະຊຸມຍັງຈະໄດ້ປຶກສາຫາລື ແລະ ຊອກຫາທາງອອກຮ່ວມກັນໃນການແກ້ໄຂຜົນກະທົບທາງດ້ານເສດຖະກິດ-ສັງຄົມໃຫ້ດີກວ່າເກົ່າ ພາຍຫຼັງການລະບາດຂອງເຊື້ອພະຍາດ ໂຄວິດ-19 ໄດ້ສິ້ນສຸດລົງ.

ໃນໂອກາດດັ່ງກ່າວ, ທ່ານ ບຸນເຫຼືອ ພັນດານຸວົງ ໃນນາມຫົວໜ້າຄະນະຜູ້ແທນ ສປ ລາວ ກໍ່ໄດ້ຂຶ້ນກ່າວຄຳເຫັນຕໍ່ກອງປະຊຸມ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຮ່ວມມືແບບຫຼາຍຝ່າຍ ໃນການຮັບມືກັບການແຜ່ລະບາດຂອງ COVID-19 ແລະ ການຟື້ນຟູເສດຖະກິດ. ທ່ານ ໄດ້ຢືນຢັນ ການສະໜັບສະໜູນຂອງ ສປປ ລາວ ຕໍ່ໂຄງການ COVAX Facilities ເພື່ອເຮັດໃຫ້ທຸກປະເທດສາມາດເຂົ້າເຖິງຢາວັກຊີນ ແລະ ໄດ້ຮຽກຮ້ອງ ໃຫ້ມີການຊ່ວຍເຫຼືອພິເສດຕໍ່ບັນດາປະເທດທີ່ມີຄວາມອ່ອນໄຫວສູງ, ໂດຍສະເພາະ ປະເທດດ້ອຍພັດທະນາ, ປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ ແລະ ປະເທດເກາະດອນນ້ອຍພັດທະນາ. ທ່ານໄດ້ເຫັນດີ ຕໍ່ 4 ຂົງເຂດການຮ່ວມມືທີ່ຈະຕ້ອງໄດ້ເພີ່ມຄວາມເອົາໃຈໃສ່ ທີ່ສະເໜີໂດຍກອງເລຂາ ESCAP: ການປົກປ້ອງສັງຄົມ, ການລົງທຶນເພື່ອການຟື້ນຟູເສດຖະກິດແບບຢືນຍົງ, ການຮັດແໜ້ນການເຊື່ອມຈອດ ເພື່ອຮັບປະກັນຕ່ອງໂສ້ການຕອບສະໜອງສິນຄ້າ ແລະ ການປົກປ້ອງສິ່ງແວດລ້ອມ. ທ່ານໄດ້ຢືນຢັນ ສປປ ລາວ ພ້ອມແລ້ວທີ່ຈະໃຫ້ການຮ່ວມມືກັບວົງຄະນາຍາດສາກົນ ໃນການຮັບມືກັບການແຜ່ລະບາດຂອງ COVID-19 ແລະ ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອຂອງປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າຕໍ່ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງວ່າ ຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອຕື່ມອີກ. .

ຄະກຳມາທິການ UNESCAP ແມ່ນອົງກອນພາກພື້ດ້ານການພັດທະນາຂອງອົງການ ສ, ເຊິ່ງຖືກກໍ່ຕັ້ງຂຶ້ນໃນປີ 1947 ໂດຍມີສຳນັກງານຕັ້ງຢູ່ບາງກອກ, ປະເທດໄທ, ມີສະມາຊິກ 53 ປະເທດ, ເປັນເວທີເພື່ອທົບທວນ ແລະ ປຶກສາຫາລືບັນຫາເສດຖະກິດ-ສັງຄົມຢູ່ໃນພາກພື້ນ, ມີບົດບາດໃນການສົ່ງເສີມການຮ່ວມມືດ້ານຕ່າງໆ ແລະ ມີໜ້າທີ່ລາຍງານຕໍ່ສະພາເສດຖະກິດ-ສັງຄົມ ສປຊ. ນອກນັ້ນ, ກອງເລຂາ UNESCAP ຍັງມີໜ້າທີ່ໃນການຊ່ວຍເຫຼືອດ້ານເຕັກນິກ-ວິຊາການໃຫ້ແກ່ປະເທສະມາຊິກ, ຊ່ວຍວາງແນວທາງນະໂຍບາຍ ແລະຈັດຕັ້ງປະຕິບັດບັນດາແຜນງານຕ່າງໆອີກດ້ວຍ.  

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480268
ມື້ນີ້98
ມື້ວານ157
ອາທິດນີ້666
ເດືອນນີ້6499