ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລືລະດັບເຈົ້າໜ້າທີ່ອາວຸໂສອາຊຽນ-ສະຫະລັດ ຄັ້ງທີ 34 (ແບບທາງໄກ)

 202156-asean-us-som-meeting1

202156-asean-us-som-meeting2

202156-asean-us-som-meeting3

 

ໃນຕອນເຊົ້າຂອງວັນທີ 6 ພຶດສະພາ 2021 ທີ່ ກະຊວງການຕ່າງປະເທດ, ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ນຳພາຄະນະ ແລະ ເປັນປະທານຮ່ວມກອງປະຊຸມປືກສາຫາລື ລະດັບເຈົ້າໜ້າທີ່ອາວຸໂສ ອາຊຽນ-ສະຫະລັດ ຄັ້ງທີ 34 ແບບທາງໄກ (ໃນນາມປະເທດປະສານງານການພົວພັນຮ່ວມມື ອາຊຽນ-ສະຫະລັດ) ຮ່ວມກັບ ທ່ານ ອາຕູລ ເກຊັບ (Atul Keshap),ຮອງຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຂອງ ສະຫະລັດ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຍັງມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ ແລະ ພະນັກງານວິຊາການ ທີ່ກ່ຽວຂ້ອງຈຳນວນໜຶ່ງ.

ກອງປະຊຸມ ໄດ້ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດການຮ່ວມມືອາຊຽນ-ສະຫະລັດ ໃນໄລຍະໜຶ່ງປີຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມສຸດຍອດອາຊຽນ-ສະຫະລັດ ຄັ້ງທີ 8 ໃນປີ 2020; ການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນ-ສະຫະລັດ ໄລຍະປີ 2021-2025 ແລະ ການຈັດຕັ້ງປະຕິບັດຜົນກອງປະຊຸມລັດຖະມົນຕີສາທາລະນະສຸກ ອາຊຽນ-ສະຫະລັດ ໃນເດືອນເມສາ 2020.

ສຳລັບທິດທາງໃນຕໍ່ໜ້າ, ກອງປະຊຸມ ໄດ້ເຫັນດີຈະສືບຕໍ່ຮ່ວມມືກັນໃນບາງຂະແໜງການບູລິມະສິດເຊັ່ນ: ການຄວບຄຸມ, ຮັບມື ແລະ ແກ້ໄຂການແຜ່ລະບາດ ພະຍາດໂຄວິດ-19 ດ້ວຍການແລກປ່ຽນຂໍ້ມູນ-ຂ່າວສານ ແລະ ບົດຮຽນທີ່ດີນຳກັນ ລວມທັງ ການຄົ້ນຄວ້າ ແລະ ພັດທະນາ ແລະ ການຜະລິດຮ່ວມກັນຢາປົວພະຍາດ ກໍ່ຄືຢາວັກແຊັງຕ້ານໂຄວິດ-19; ການສະໜອງ ແລະ ການເຂົ້າເຖິງຢາວັກແຊັງຕ້ານໂຄວິດ-19 ຢ່າງເທົ່າທຽມກັນ ຜ່ານໂຄງການຢາວັກແຊັງສາກົນຫຼາຍຝ່າຍ ຫຼື ໂຄແວັກ; ການຟື້ນຟູຮອບດ້ານເສດຖະກິດ ຫຼັງການແຜ່ລະບາດ ໂຄວິດ-19 ສິ້ນສຸດລົງ; ການຫັນເປັນເສດຖະກິດດີຈີຕອນ; ການພັດທະນາແບບຍືນຍົງ ໂດຍສະເພາະການສະໜັບສະໜູນເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ; ການເຊື່ອມຈອດອາຊຽນ; ການພັດທະນາຊັບພະຍາກອນມະນຸດ; ແລະ ການຮັດແຄບຄວາມແຕກໂຕນດ້ານການພັດທະນາໃນອາຊຽນ.

ໃນໂອກາດນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ: ບັນຫາຄວາມໝັ້ນຄົງ ແລະ ການຮ່ວມມືທາງທະເລ;ບັນຫາການກໍ່ການຮ້າຍຂ້າມຊາດ; ບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະ ອື່ນໆ. ໃນກອງປະຊຸມຄັ້ງນີ້,ທ່ານ ຮອງລັດຖະມົນຕີ ບຸນເຫຼືອ ພັນດານຸວົງ ໄດ້ເນັ້ນຢ້ຳເຖິງ ຄວາມສຳຄັນຂອງການຮັດແຄບຄວາມແຕກໂຕກດ້ານການພັດທະນາພາຍໃນອາຊຽນ ແລະ ການເຊື່ອມຈອດອາຊຽນ ໂດຍສະເໜີໃຫ້ ສະຫະລັດສືບຕໍ່ຊ່ວຍເຫຼືອອາຊຽນ ໃນການຈັດຕັ້ງປະຕິບັດ ແຜນປະຕິບັດງານ ຂໍ້ລິເລີ່ມ ວ່າດ້ວຍການເຊື່ອມໂຍງອາຊຽນ ສະບັບທີ 4 ຫຼື ແຜນໄອເອໄອ ສະບັບທີ 4 ໄລຍະ 2021-2025 ແລະ ແຜນແມ່ບົດການເຊື່ອມຈອດອາຊຽນ ຮອດປີ 2025 ລວມທັງການຫັນໄປສູ່ເສດຖະກິດດີຈີຕອນ.

ນອກຈາກນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບ ການກະກຽມທາງດ້ານພິທີການ ແລະ ພະລາທິການໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສະຫະລັດ ສະໄໝພິເສດ ທີ່ຈະຈັດຂຶ້ນໃນເດືອນພຶດສະພາ 2021; ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສະຫະລັດ ແລະ ກອງປະຊຸມສຸດຍອດອາຊຽນ-ສະຫະລັດ ຄັ້ງທີ 9 ຊຶ່ງຄາດວ່າຈະຈັດຂຶ້ນໃນເດືອນສິງຫາ ແລະ ເດືອນຕຸລາ 2021 ຕາມລໍາດັບ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485710
ມື້ນີ້9
ມື້ວານ206
ອາທິດນີ້746
ເດືອນນີ້5015