ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງພິທີໂຮມຊຸມນຸມສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ

2021813-meeting2

2021813-meeting13

2021813-meeting1

 

    ໃນຕອນເຊົ້າຂອງວັນທີ 13 ສິງຫາ 2021, ທີ່ ກະຊວງການຕ່າງປະເທດ, ຄະນະພັກກະຊວງການຕ່າງປະເທດ ໄດ້ເຂົ້!ຮ່ວມຮັບຟັງ ແລະ ຮັບຊົມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ (15 ສິງຫາ 1991-15 ສິງຫາ 2021) ໂດຍການຖ່າຍທອດສົດຜ່ານທາງໂທລະພາບແຫ່ງຊາດລາວ, ເຊິ່ງມີບັນດາກົມ, ຮອງກົມ ແລະ ພະນັກງານພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ພິທີໂຮມຊຸມນຸມໃນຄັ້ງນີ້ ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IXແລະ ບັນດາມະຕິກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ຢ່າງເປັນຂະບວນການຟົດຟື້ນ, ແຂງແຮງ ແລະ ກ້ວາງຂວາງ ໃນຂອບເຂດທົ່ວປະເທດ. ຕະຫຼອດໄລຍະ 30 ປີ ທີ່ຜ່ານມາ ເຫັນວ່າ ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ໄດ້ຮ່ວມແຮງຮ່ວມໃຈ ແລະ ສາມັກຄີກັນ ເປັນປຶກແຜ່ນແໜ້ນໜາ, ສູ້ຊົນບຸກບືນເຂົ້າຮ່ວມຢ່າງພ້ອມພຽງ ໃນການເຄົາລົບ ແລະ ປະຕິບັດ ລັດຖະທໍາມະນູນ ແຫ່ງ ສປປ ລາວ, ສ້າງຜົນງານອັນພົ້ນເດັ່ນໃຫຍ່ຫຼວງຫຼາຍດ້ານ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ແຕ່ພ້ອມດຽວກັນນັ້ນ, ຍັງປະສົບກັບສິ່ງທ້າທາຍອັນໃຫຍ່ຫຼາຍຢ່າງ ແລະ ຍັງມີຈຸດອ່ອນຂໍ້ຄົງຄ້າງຈຳນວນໜຶ່ງ ຊຶ່ງພັກ ແລະ ລັດ ກໍຄືປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ພ້ອມກັນບຸກບືນສູ້ຊົນ ສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກ ແລະ ອຸປະສັກຕ່າງໆ ເພື່ອປັບປຸງ,ແກ້ໄຂ ເປັນກ້າວໆ, ສືບຕໍ່ຍຶດໝັ້ນພາລະກິດປ່ຽນແປງໃໝ່, ບູລະນະລະບອບປະຊາທິປະໄຕປະຊາຊົນ, ສ້າງລັດ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ ໃຫ້ເຂັ້ມແຂງຂຶ້ນເທື່ອລະກ້າວ.

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484353
ມື້ນີ້57
ມື້ວານ273
ອາທິດນີ້791
ເດືອນນີ້3658