ໃນວັນທີ 20 ສິງຫາ 2021, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ໂຄງການຝຶກອົບຮົມສໍາລັບພະນັກງານໜຸ່ມຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ພາຍໃຕ້ຫົວຂໍ້: “ການຮ່ວມມືພາກພື້ນ ແລະ ສາກົນ” ເຊິ່ງໄດ້ຮັບການສະໜັບສະໜູນຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ກອງປະຊຸມຄັ້ງນີ້ຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ພູວົງ ບຸນຊູ, ຮອງເຈົ້າແຂວງແຂວງວຽງຈັນ ໂດຍໄດ້ມີຜູ້ເຂົ້າຮ່ວມຈາກສູນກາງ ແລະ ບັນດາພະແນກ/ຂະແໜງການທີ່ກ່ຽວຂ້ອງຂອງແຂວງພາກກາງຄື: ນະຄອນ ຫຼວງວຽງຈັນ, ແຂວງວຽງຈັນ, ແຂວງບໍລິຄໍາໄຊ, ແຂວງຄຳມ່ວນ ແລະ ແຂວງໄຊສົມບູນ ຈຳນວນທັງໝົດ 50 ທ່ານ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພືື່ອເຜີຍແຜ່ຄວາມເຂົ້າໃຈກ່ຽວກັບບົດບາດຂອງ ສປປ ລາວ ໃນການຮ່ວມມືພາກພື້ນ ແລະ ສາກົນ ໂດຍສະເພາະ ກາລະໂອກາດ ແລະ ສິ່ງທ້າທາຍ ຂອງ ສປປ ລາວ ໃນເວທີການຮ່ວມມືລະຫວ່າງປະເທດແມ່ນໍ້າຂອງ ກັບຄູ່ຮ່ວມພັດທະນາ, ພ້ອມທັງສ້າງຂີດຄວາມສາມາດໃນການສະເໜີຂໍໂຄງການຊ່ວຍເຫຼືອ ແລະ ວິທີການບໍລິຫານຄຸ້ມຄອງໂຄງການຂອງກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ໃນນີ້, ກອງປະຊຸມ ກໍໄດ້ຮັບຟັງການບັນຍາຍຂອງ ຜູ້ຕາງໜ້າຈາກບັນດາແຂວງພາກກາງກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ທິດທາງໃນການດຶງດູດການຊ່ວຍເຫຼືອຈາກຕ່າງປະເທດໃນຕໍ່ໜ້າ.
ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີ, ມີການແລກປ່ຽນຄໍາຄິດເຫັນ, ຂໍ້ມູນຂ່າວສານ ແລະ ການປຶກສາຫາລືແບບກົງໄປກົງມາ ແລະ ມີຄວາມອຸດົມສົມບູນທາງດ້ານເນື້ອໃນ ຊຶ່ງໄດ້ຮັດແໜ້ນຄວາມເຂົ້າໃຈລະຫວ່າງບັນດາຂະແໜງການກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບທິດທາງຈຸດສຸມໃນການໝູນໃຊ້ທ່າແຮງການຮ່ວມມືກັບຕ່າງປະເທດເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງບັນດາແຂວງພາກກາງຢ່າງມີປະສິດທິຜົນໃນອານາຄົດ.
ໃນໂອກາດກັນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕາງໜ້າໃຫ້ຄະນະຈັດຕັ້ງກອງປະຊຸມໄດ້ມອບອຸປະກອນປ້ອງກັນເຊື້ອພະຍາດໂຄວິດຈຳນວນໜຶ່ງ (ຜ້າປິດປາກ ແລະ ເຈວລ້າງມື) ໃຫ້ແກ່ແຂວງວຽງຈັນ ເພື່ອປະກອບສ່ວນເນື້້ອໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງໂຄວິດ-19 ຢູ່ແຂວງດັ່ງກ່າວ.