ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມລະດັບລັດຖະມົນຕີ ຂອງບັນດາປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດຈອດກັບທະເລ

LLDC

 

ໃນຕອນແລງຂອງວັນທີ 23 ກັນຍາ 2021, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ​ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີ ຂອງບັນດາປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດຈອດກັບທະເລ (The Annual Ministerial Meeting of the Landlocked Developing Countries)ຜ່ານລະບົບທາງໄກ, ພາຍໃຕ້ຫົວຂໍ້: Leaving No One behind: Sustainable Recovery from COVID-19 in LLDCs and accelerated implementation of the Vienna Programme of Action and the Special Roadmap. ກອງປະຊຸມດັ່ງກ່າວ ​ແມ່ນ​ຈັດ​ຂື້ນ​ທຸກໆ​ປີໃນໄລຍະກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ເພື່ອປຶກຫາສາລືແລກປ່ຽນວິໃສທັດ, ການຮັບມື ​ແລະ ການ​ແກ້​ໄຂ​ຜົນ​ກະທົບຈາກ​ການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອການຟຶ້ນຟູທີ່ຍືນຍົງ​ໃຫ້ຄຽງຄູ່ກັນກັບການຈັດຕັ້ງປະຕິບັດແຜນດໍາເນີນງານຂອງກຸ່ມປະເທດ LLDCs.

ໃນກອງປະຊຸມຄັ້ງນີ້, ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມເປັນຫ່ວງຕໍ່ຜົນ​ກະທົບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່​ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ເສດຖະກິດ-ສັງຄົມ ແລະ ຊີວິດຂອງມວນມະນຸດໃນທົ່ວໂລກ ໂດຍສະເພາະບັນດາປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດຈອດກັບທະເລ (LLDCs) ກໍ່ຍິ່ງໄດ້ຮັບຜົນກະທົບຢ່າງຮອບດ້ານ ໂດຍອີງໃສ່ສະພາບພູມສາດປະເທດທີ່ມີບໍ່ຊາຍແດນຕິດກັບທະເລນັ້ນ ​ແມ່ນ​ມີ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຟຶ້ນຟູ​ເສດຖະກິດ​ຂອງ​ຕົນ. ນອກຈາກນັ້ນ, ທ່ານ ຮອງລັດຖະມົນຕີ ກໍ່ໄດ້ນໍາສະເໜີຕໍ່ກອງປະຊຸມວ່າ ສປປ ລາວ ກໍ່ເປັນປະເທດໜື່ງທີ່ຢູ່ໃນສະຖານນະພາບປະເທດດ້ອຍພັດທະນາ (LDC) ແລະ ທັງ​ເປັນປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດຈອດກັບທະເລ (LLDC). ສະ​ນັ້ນ, ສປປ ລາວ ຈຶ່ງ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ໂດຍ​ສະ​ເພາະ​ແມ່ນ​ໃນ​ໄລຍະ​ການລະບາດ​ຂອງ​ໂຄ​ວິດ-19, ​ເຖິງ​ຢ່າ​ງ​ໃດ​ກໍ່ຕາມ ສປປ ລາວ ກໍ່ມີຄວາມພະຍາຍາມສ້າງ​ພື້ນ ຖານໃຫ້ກາຍເປັນປະເທດທີ່ເຊື່ອມຈອດກັບ​ພາກ​ພື້ນ ​ເພື່ອ​ໃຫ້ສາມາດ​ປະຕິບັດ​ໄດ້ແຜນບູລິມະສິດທີ່​ກຳນົດ​ໄວ້​​ໃນ​ແຜນງານວຽນ​ນາ​ສຳລັບ​ກຸ່ມ​ປະ​ເທດ​ກຳລັງ​ພັດທະນາ​ທີ່​ບໍ່​ມີ​ຊາຍ​​ແດນ​ຕິດ​ຈອດ​ກັບ​ທະ​ເລ (VPoA). ສິ່ງ​ສຳຄັນ​ພົ້ນ​ເດັ່ນອີກ​ອັນ​ໜື່ງ​ໃນ​ໄລຍະ​ໃກ້ໆ​ນີ້ ແມ່ນຈະ​ມີການປະກາດເປີດການນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ຢ່າງ​ເປັນ​ທາງ​ການ ພາຍໃຕ້ໂຄງການ ໜຶ່່ງແລວໜຶ່ງເສັ້ນທາງເຊິ່ງຈະກາຍເປັນຂີດໝາຍອັນສຳຄັນຂອງ ສປປ ລາວ ໃນການສ້າງພື້ນຖານໂຄງລ່າງອັນດີ ເພື່ອການເຊື່ອມຈອດທາງດ້ານເສດຖະກິດໃນພາກພື້ນ ແລະ ການຕິດຕໍ່ສື່ສານກັບປະເທດຕ່າງໆ. ພ້ອມດຽວກັນນີ້, ທ່ານ ຮອງລັດຖະມົນຕີ ຮຽກຮ້ອງໃຫ້ຄະນະຍາດສາກົນ ສະໜອງຢາວັກແຊັງໃຫ້ແກ່ປະເທດ LLDCs ເພື່ອຮັບ ປະກັນການເຂົ້າເຖິງຢາວັກແຊັງທີ່ເທົ່າທຽມ ແລະ ພຽງພໍ, ລວມທັງຮຽກຮ້ອງໃຫ້ບັນດາປະເທດທີ່ເປັນທາງຜ່ານ ໃຫ້ການຮ່ວມມືອຳນວຍຄວາມສະດວກດ້ານການຄ້າ ແລະ ເຊື່ອມໂຍງກັບພາກພື້ນໄດ້ຢ່າງມີປະສິດທິຜົນ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານ ຮອງລັັດຖະມົນຕີ ໄດ້ຢໍ້າຄືນຄໍາໝາຍໝັ້ນຂອງ ສປປ ລາວ ເພື່ອບັນລຸເປົ້າໝາຍຂອງແຜນດຳເນີນງານ VPoA ​ແລະ ຈະ​ສືບ​ຕໍ່ຮ່ວມມືກັບບັນດາປະເທດທາງຜ່ານ, ຄູ່ຮ່ວມພັດທະນາ, ອົງການເຄືອຂ່າຍ ສປຊ, ອົງການຈັັດຕັ້ງສາກົນ ແລະ ພາກເອກະຊົນອື່ນໆ ພ້ອມທັງສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງສາກົນທີ່ມີຕໍ່ ສປປ ລາວ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ຮ່ວມ​ມື​ຢ່າງ​ກວ້າງ​ຂວາງ​ອີກ​ໃນ​ຕໍ​່ໜ້າ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484248
ມື້ນີ້225
ມື້ວານ147
ອາທິດນີ້686
ເດືອນນີ້3553