ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (SOM) ແບບທາງໄກ

 

20210930 ASEAN SOM - 1

20210930 ASEAN SOM - 2

20210930 ASEAN SOM - 3

 

ໃນຕອນເຊົ້າຂອງວັນທີ 30 ກັນຍາ 2021, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (ASEAN Senior Officials’ Meeting - SOM) ໃນຮູບແບບທາງໄກ, ພາຍໃຕ້ການເປັນປະທານຂອງ ບຣູໄນ ດາຣູຊາລາມ.

ກອງປະຊຸມ ໄດ້ຮັບຊາບ ແລະ ຕີລາຄາສູງຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດກິດຈະກຳບູລິມະສິດພາຍໃຕ້ການເປັນປະທານອາຊຽນຂອງ ບຣູໄນ ດາຣູຊາລາມ ສໍາລັບປີ 2021ເປັນຕົ້ນແມ່ນການຮ່າງຖະແຫຼງການບັນດາ ເສຣິ ເບກາວັນ ວ່າດ້ວຍການຈັດຕັ້ງປະຕິບັດຂໍ້ລິເລີ່ມແບບຍຸດທະສາດ ແລະ ກວມລວມ ເພື່ອເຊື່ອມສານບັນດາຂອບການຮ່ວມມືອາຊຽນ ເພື່ອຮັບມືກັບໄພພິບັດ ແລະ ພາວະສຸກເສີນ (Bandar Seri Begawan Declaration on the Strategic and Holistic Initiative to Link ASEAN Responses to Emergencies and Disasters (ASEAN SHIELD) - ASEAN SHIELD); ຖະແຫຼງການຜູ້ນໍາອາຊຽນ ວ່າດ້ວຍການຍຶດຖືຫຼັກ ການຮ່ວມມືຫຼາຍຝ່າຍ (ASEAN Leaders’ Declaration on Upholding Multilateralism); ແລະ ຖະ ແຫຼງການຜູ້ນໍາອາຊຽນ ວ່າດ້ວຍການຮ່ວມມືເສດຖະກິດສີຟ້າ (ASEAN Leaders’ Declaration on the Blue Economy), ຊຶ່ງກອງປະຊຸມ ໄດ້ເຫັນດີຕໍ່ບັນດາຖະແຫຼງການດັ່ງກ່າວ ແລະ ນໍາສະເໜີໃຫ້ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 30 (ACC) ຮັບຮອງເອົາໃນຂັ້ນຕອນຕໍ່ໄປ.

ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ປຶກສາຫາລືການກະກຽມທັງທາງດ້ານເນື້ອໃນ ແລະ ພະລາທິການໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ (ASEAN Foreign Ministers’ Meeting), ກອງປະຊຸມສະ ພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 24(24th ASEAN Political-Security Community (APSC) Council Meeting), ແລະກອງປະຊຸມສະພາປະສານງານອາຊຽນຄັ້ງທີ 30 (30th ASEAN Coordinating Council (ACC) Meeting), ຊຶ່ງຈະຈັດຂຶ້ນໃນວັນທີ 4 ຕຸລາ 2021 ໃນຮູບແບບທາງໄກ ແລະ ການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ (38thand 39th ASEAN Summits and Related Summits) ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 26-28 ຕຸລາ 2021 ໃນຮູບແບບທາງໄກ. ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມືອາຊຽນ ກັບບັນດາຄູ່ເຈລະຈາອາຊຽນ. ໃນຕອນທ້າຍ, ກອງປະຊຸມໄດ້ຮັບຮອງເອົາຮ່າງອະນຸສັນຍາອາຊຽນ ກ່ຽວກັບການກຽມຄວາມພ້ອມ ແລະ ຮັບມືກັບເຫດສຸກເສີນທາງດ້ານນິວເຄລຍ ຫຼື ກໍາມັນຕະພາບລັງສີ (ASEAN Protocol for Preparedness and Response to a Nuclear or Radiological Emergency).

-----------------

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485809
ມື້ນີ້108
ມື້ວານ206
ອາທິດນີ້845
ເດືອນນີ້5114