ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສໍາມະນາທາງໄກ ກ່ຽວກັບ ການແລກປ່ຽນທາງດ້ານ ທຸລະກິດ ລະຫວ່າງ ແມ່ນໍ້າຂອງ-ຍີ່ປຸ່ນ ໃນຍຸກດິຈີຕອນ

 

Japan-mekong

japan-mekong 3

 

ວັນທີ 20 ຕຸລາ 2021 ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC). ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ແລະ ສະຖານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ທີ່ ນະຄອນຫລວງວຽງຈັນ ໄດ້ເປັນເຈົ້າພາບຮ່ວມ ໃນການຈັດກອງປະຊຸມສໍາມະນາທາງໄກ ພາຍໃຕ້ຫົວຂໍ້: "Japan-Mekong Business in the Digital Era", ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ທາເຄວາກະ ເຄອິໂຊະ, ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ສປປ ລາວ.

ກອງປະຊຸມສຳມະນາທາງໄກ "Japan-Mekong Business in the Digital Era" ແມ່ນຈັດຂື້ນເພື່ອສະເຫຼີມສະຫຼອງຂອບການຮ່ວມມື ແມ່ນໍ້າຂອງ-ຍີ່ປຸ່ນ ໃນປີ 2021 ເພື່ອຮັດແໜ້ນມິດຕະພາບ ແລະະ ຊຸກຍູ້ສົ່ງເສີມການພົວພັນຮ່ວມມືດ້ານເສດຖະກິດຂອງທັງສອງປະເທດໃຫ້ສູງຂຶ້ນກວ່າເກົ່າ. ກອງປະຊຸມສໍາມະນານີ້ ແມ່ນຈັດຂຶ້ນໃນຮູບແບບກອງປະຊຸມທາງໄກ ໂດຍໄດ້ເຊື້ອເຊີນຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນທີ່ມີຄວາມສົນໃຈ ທັງຈາກພາກລັດ, ເອກະຊົນ, ຄູອາຈານ ແລະ ນັກສຶກສາ. ພິເສດໃນກອງປະຊຸມນີ້ ແມ່ນໄດ້ເຊື້ອເຊີນ ທ່ານ ກາວາບາຕະ ທາຄາຊິ, ນັກເສດຖະສາດ ຍີ່ປຸ່ນ ທີ່ປະຈຳຢູ່ ສິງກະໂປ, ເຂົ້າຮ່ວມບັນຍາຍ ແລະ ນຳສະເໜີວິທີການຂອງ ຍີ່ປຸ່ນ ແລະ ຫຼາຍໆ ປະເທດ ທີ່ນໍາໃຊ້ລະບົບ E-Commerce ເຂົ້າໃນການສົ່ງເສີມເສດຖະກິດ. ນອກຈາກນັ້ນ, ໃນກອງປະຊຸມຍັງໄດ້ມີການປຶກສາຫາລື ກ່ຽວກັບ ການສ້າງກາລະໂອກາດທາງເສດຖະກິດ ສຳລັບນັກທຸລະກິດລາວ ພາຍຫຼັງການແຜ່ລະບາດຂອງພະຍາດ ໂຄວິດ-19.

ກອງປະຊຸມສຳມະນາໃນຄັ້ງນີ້ ເປັນກອງປະຊຸມທີ່ສຳຄັນ ໃນການຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ສົ່ງຜົນກະທົບໂດຍກົງ ຕໍ່ຫຼາຍຂະແໜງການໃນ ສປປ ລາວ ໂດຍສະເພາະ    ຂະແໜງການ E-Commerce ໃນປະຈຸບັນ. ກອງປະຊຸມສໍາມະນາດັ່ງກ່າວ ຍັງເປັນການຮັດແໜ້ນການພົວພັນ ລະຫວ່າງ ສອງຊາດ ລາວ-ຍີ່ປຸ່ນ ໃຫ້ມີຄວາມແໜ້ນແຟ້ນ ແລະ ສືບຕໍ່ຜັນຂະຫຍາຍແຜນຍຸດທະສາດການຮ່ວມມືໃນດ້ານຕ່າງໆ ເຊັ່ນ: ດ້ານເສດຖະກິດ, ການຄ້າ-ການລົງທຶນ ແລະ ດ້ານວັດທະນະທຳ-ສັງຄົມ ໃຫ້ປະກົດຜົນເປັນຈິງ ເພື່ອນຳເອົາຜົນປະໂຫຍດມາໃຫ້ປະຊາຊົນສອງຊາດ ລາວ-ຍີ່ປຸ່ນ.

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480273
ມື້ນີ້103
ມື້ວານ157
ອາທິດນີ້671
ເດືອນນີ້6504