ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມປະຈໍາປີລະດັບລັດຖະມົນຕີ ຄັ້ງທີ 45 ຂອງກຸ່ມ 77

 

20211129-G77

 

ໃນວັນທີ 30 ພະຈິກ 2021, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ​ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມປະຈໍາປີລະດັບລັດຖະມົນຕີ ຄັ້ງທີ 45 ຂອງກຸ່ມ 77 (the 45th Annual Meeting of Minister for Foreign Affairs of the Group of 77)ຜ່ານລະບົບທາງໄກ. ກອງປະຊຸມດັ່ງກ່າວ ​ແມ່ນ​ຈັດ​ຂື້ນ​ທຸກໆ​ປີ ທີ່ ສໍານັກງານໃຫຍ່ອົງການ ສປຊ, ນິວຢອກ, ສະຫະລັດອາເມລິກາ. ຈຸດປະສົງແມ່ນເພື່ອປຶກຫາສາລື ການສົ່ງເສີມຂອບການຮ່ວມມືຂອງກຸ່ມປະເທດກໍາລັງພັດທະນາ ໂດຍສະເພາະແມ່ນ ການຮັບມື ​ແລະ ການຟຶ້ນຟູ​ຜົນ​ກະທົບທາງດ້ານເສດຖະກິດ ຈາກ​ການແຜ່ລະບາດຂອງພະຍາດໂຄວິດ-19 ແນໄສ່ຊຸກຍູ້ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໃຫ້ໄດ້ຮັບຜົນສໍາເລັດ.

ໃນກອງປະຊຸມຄັ້ງນີ້, ທ່ານ ຮອງລັດຖະມົນຕີ ໄດ້​ປະ​ກອບ​ຄຳ​ເຫັນສະແດງຄວາມຊົມເຊີຍຕໍ່ກຸ່ມ 77 ທີ່ໄດ້ສືບຕໍ່ເຮັດໜ້າທີ່ອັນສໍາຄັນໃນໄລຍະຜ່ານມາກໍ່ຄືປັດຈຸບັນ ໃນສົ່ງເສີມການຮ່ວມມືດ້ານການພັດທະນາ ຂອງບັນດາປະເທດກໍາລັງພັດທະນາ ແລະ ຂອບການຮ່ວມມືໃຕ້ - ໃຕ້, ໂດຍສະເພາະແມ່ນການເຈລະຈາ ເພື່ອປົກປ້ອງ ແລະ ຊຸກຍູ້ຂອບການຮ່ວມມືຕ່າງໆ ໃນເວທີ ສປຊ ກໍ່ຄືເວທີສາກົນອື່ນໆ. ນອກ​ຈາກ​ນີ້, ຍັງໄດ້ຍົກໃຫ້ເຫັນວ່າ ສປປ ລາວ ແມ່ນໄດ້ສືບຕໍ່ສະໜັບສະໜູນຄວາມພະຍາມຂອງກຸ່ມ 77 ໃນການຂົນຂວາຍລະດົມທຶນເພື່ອຊ່ວຍເຫລືອເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດ ກໍ່ຄືການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ໃນບັນດາປະເທດກໍາລັງພັດທະນາ ພ້ອມທັງຊຸກຍູ້ ແລະ ສົ່ງເສີມການຮ່ວມມືສາກົນໃນການຕອບໂຕ້ ແລະ ຟຶ້ນຟູຜົນກະທົບດ້ານຕ່າງໆຈາກການແຜ່ລະບາດຂອງພະຍາດໂຄວິດ- 19 ໃນປັດຈຸບັນ. ພ້ອມດຽວກັນນັ້ນ, ສປປ ລາວ ກໍ​ໄດ້ຍົກ​ໃຫ້​ເຫັນ​​ເຖິງຄວາມສໍາຄັນຂອງຂອບການຮ່ວມມືໃຕ້ - ໃຕ້ ແລະ ການຮ່ວມມືຂອບສາມຝ່າຍ ເຊີ່ງເປັນການຮ່ວມມືທີ່ມີບົດບາດໃນ​ການ​ປະ​ກອບ​ສ່ວນ​ເຂົ້າ​ການ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ. ທ່ານ ຮອງລັັດຖະມົນຕີ, ໄດ້ຢໍ້າຄືນຄໍາໝາຍໝັ້ນຂອງ ສປປ ລາວ ໃນ​ສືບ​ຕໍ່ຮ່ວມມືກັບກຸ່ມ 77 ເພື່ອປະກອບສ່ວນຊຸກຍູ້ ສົ່ງເສີມການຮ່ວມມືໃນຂອບເວທີພາກພື້ນ ແລະ ສາກົນ ແນໄສ່ເຮັດໃຫ້ບັນລຸເປົ້າໝາຍດ້ານການພັດທະນາ, ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງປະເທດຕ່າງໆ ທີ່ມີຕໍ່ ສປປ ລາວ ​ໃນ​ໄລຍະ​ຜ່ານ​ມາ ​ເຊີ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຂັບເຄື່ອນວຽກງານການພັດທະນາຢູ່ ສປປ ລາວ ໃຫ້ຂະຫຍາຍຕົວຂຶ້ນເປັນກ້າວ.

ກອງປະຊຸມຄັ້ງນີ້, ໄດ້ຮັບຮອງເອົາຖະແຫລງການລະດັບລັດຖະມົນຕີ (Ministerial Declaration) ເຊີ່ງຖະແຫລງການດັ່ງກ່າວແມ່ນສະແດງໃຫ້ເຫັນເຖີງ ຄໍາໝາຍໝັ້ນຂອງກຸ່ມຕໍ່ວຽກງານການພັດທະນາ ໂດຍສະເພາະແມ່ນການເລັ່ງໃສ່ແກ້ໄຂບັນຫາ ແລະ ສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນໃນປັດຈຸບັນ ຈາກຜົນກະທົບທີ່ໜັກໜ່ວງຂອງພະຍາດ           ໂຄວິດ - 19 ແລະ ໄດ້ຮຽກຮ້ອງໃຫ້ບັນດາວົງຄະນາຍາດສາກົນ ສືບຕໍ່ໃຫ້ການຊ່ວຍເຫລືອທີ່ຈໍາເປັນ ເພື່ອແກ້ໄຂບັນຫາດັ່ງກ່າວເພື່ອເຮັດໃຫ້ບັນດາປະເທດກໍາລັງພັດທະນາ ສາມາດຜ່ານຜ່າວິກິດການໄປໄດ້ ແລະ ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນອະນາຄົດ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484515
ມື້ນີ້31
ມື້ວານ188
ອາທິດນີ້953
ເດືອນນີ້3820