ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີລົງນາມສັນຍາສອງຝ່າຍວ່າດ້ວຍແລກປ່ຽນທີ່ດິນ ແລະ ເຮືອນຂອງສໍານັກງານ ຜູ້ຕາງໜ້າສະຖານທູດ ລະຫວ່າງ ສປປ ລາວ-ສ.ກູບາ

 

 

 101221 2

 101221 1

 

101221 3

ລັດຖະບານ​ແຫ່ງ ສປປ ລາວ, ຕາງໜ້າ​ໂດຍ ທ່ານ ຕິ່ງ ສຸກ​ສັນ, ຮອງ​ເລຂາຄະນະບໍລິຫານພັກ, ຮອງລັດຖະມົນຕີ​ກະຊວງ​ກນ​ຕ່າງປະ​ເທດ ​ແລະ ຕາງໜ້າລັດຖະບານ ສ. ກູບາ, ທ່ານ ປາໂບຼ ອານໂຕນີໂອ ໂຣດີເກດສ ບີດານ(Pablo Antonio Rodriguez Vidal ), ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ສ. ກູບາ ປະຈຳ ສປປ ລາວ ​ໄດ້​ຮ່ວມ​ລົງ​ນາມສັນຍາ​ສອງ​ຝ່າຍ​ວ່າ​ດ້ວຍແລກປ່ຽນທີ່​ດິນ ​ແລະ ​ເຮືອນ​ຂອງ​ສໍານັກງານ​ຜູ້ຕາງໜ້າສະຖານທູດທີ່ມີສຳນັກງານຂອງແຕ່ລະຝ່າຍ ຕັ້ງຢູ່ ນະຄອນຫລວງວຽງຈັນ ແລະ ນະຄອນຫລວງ ລາຮາວານ.  

            ພິທີລົງ​ນາມ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ທັນວາ 2021 ທີ່ ສູນການຮ່ວມມືສາກົນແລະການຝຶກອົບຮົມ, ກະຊວງ​ການ​ຕ່າງປະ​ເທດ. ສປປ ລາວ ແລະ ສ.ກູບາ ເປັນປະເທດເພື່ອນມິດຍຸດທະສາດ ຊຶ່ງສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ​ແຕ່ວັນທີ 4 ພະຈິກ 1974 ໂດຍມີຫ້ອງການຕາງໜ້າແນວລາວຮັກຊາດປະຈຳຢູ່ ນະຄອນຫລວງ ລາຮາວານ ແລະ ໄດ້ຍົກລະດັບຂຶ້ນເປັນສະຖານທູດ ໃນ ປີ 1975 ຊຶ່ງມີສາຍພົວພັນ ຄົບຮອບ 47 ປີ. ພິທີ​ລົງ​ນາມ​​ດັ່ງກ່າວ ​ແມ່ນ​ຈັດ​ຂຶ້ນດ້ວຍຄວາມຕັ້ງໃຈຂອງສອງລັດຖະບານ ​ເພື່ອຢາກຮັດແໜ້ນສາຍພົວພັນມິດຕະພາບ ​ແລະ ຮັບປະກັນເງື່ອນໄຂເອື້ອອຳນວຍຄວາມສະດວກໃຫ້ແກ່ການພັກເຊົາ ​ແລະ ການປະຕິບັດໜ້າທີ່ສໍາລັບ​ພະນັກງານ​ການ​ທູດ​ຂອງ​ສອງ​ປະ​ເທດ ບົນພື້ນຖານການຕອບສະໜອງຊຶ່ງກັນ ແລະ ກັນ.

ທ່າ​ນ ຮອງເລຂາຄະນະບໍລິຫານງານພັກ, ຮອງ​ລັດຖະມົນຕີ ຕິ່ງ ສຸກ​ສັນ ​ໄດ້​ຕີ​ລາຄາ​ສູງ ​ແລະ ສະແດງຂອບ​ໃຈຢ່າງ​ຈິງ​ໃຈ​ຕໍ່ການ​ຮ່ວມ​ມື​ຂອງ​ລັດຖະບານ ສ.ກູ​ບາ ​​ໂດຍອີງ​ຕາມ​ແນວທາງການເສີມຂະຫຍາຍການພົວພັນ ແລະ ການຮ່ວມມືຂອງສອງຝ່າຍ ສປປ ລາວ ແລະ ສ.ກູບາ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານບົນພື້ນຖານອຸດົມການຂອງສັງຄົມນິຍົມ ແລະ ຍຶດໝັ້ນແນວທາງອັນສະເໝີຕົ້ນສະເໝີປາຍ ແລະ ສະໜັບສະໜູນຊ່ວຍເຫລືອຊຶ່ງກັນ ແລະ ກັນຢູ່ໃນເວທີພາກພື້ນ ແລະ ສາກົນ.

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485822
ມື້ນີ້121
ມື້ວານ206
ອາທິດນີ້858
ເດືອນນີ້5127