ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມທົບທວນປະຈໍາປີ 2021 ຂອງ ຈຸດປະສານງານແຫ່ງຊາດ ແລະ ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ

 

PhoxaySemina1

PhoxaySemina2

 

ໃນລະຫວ່າງວັນທີ 23-24 ທັນວາ 2021, ທີ່ ນະຄອນຫຼວງພະບາງ, ກະຊວງການຕ່າງປະເທດ, ໃນນາມ ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ກອງເລຂາຄະນະຊີ້ນຳລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດຳເນີນງານ ສປຊ ສຳລັບປະເທດດ້ອຍພັດທະນາ ໄດ້ຈັດ ກອງປະຊຸມທົບທວນປະຈໍາປີ 2021 ຂອງຈຸດປະສານງານແຫ່ງຊາດ ເພື່ອຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ ພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ໂດຍມີຜູ້ຕາງໜ້າຈາກບັນດາຈຸດປະສານງານປະຈໍາແຕ່ລະກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ 50 ທ່ານ.

ຈຸດປະສົງຫຼັກຂອງກອງປະຊຸມ ແມ່ນເພື່ອສະຫຼຸບ ຕີລາຄາຄືນຜົນສໍາເລັດ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດ ປພຍ ໃນສົກປີ 2021ທີ່ຜ່ານມາ, ໂດຍສະເພາະແມ່ນ ການຖອດຖອນບົດຮຽນ, ແລກປ່ຽນປະສົບການ ໃນການຈັດຕັ້ງປະຕິບັດ ປພຍ ຂອງແຕ່ລະຂະແໜງການ ຄຽງຄູ່ກັບການວາງແຜນງານ, ທິດທາງ ແລະ ຄາດໝາຍວຽກງານ ປພຍ ສໍາລັບປີ 2022, ໃນສະພາບເງື່ອນໄຂການສືບຕໍ່ລະບາດຂອງພະຍາດໂຄວິດ-19. ພ້ອມກັນນັ້ນ, ກອງປະຊຸມ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບຂະບວນການສ້າງຍຸດທະສາດເພື່ອກະກຽມໃຫ້ແກ່ການຫຼຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາຂອງ ສປປ ລາວ ພາຍໃນປີ 2026.

ໃນໂອກາດນີ້, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດໄດ້ຢໍ້າຄືນຄວາມສໍາຄັນຂອງການສືບຕໍ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຄຽງຄູ່ກັບແນວທາງ, ນະໂຍບາຍ ແລະ ບູລິມະສິດການພັດທະນາຂອງຊາດ ກໍ່ຄື ການເຊື່ອມສານ ແລະ ຈັດຕັ້ງປະຕິບັດ ປພຍ ໃຫ້ສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປິ ຄັ້ງທີື IX, ວິໄສທັດຮອດປີ 2030 ແລະ ຍຸດທະສາດການເຕີບໂຕສີຂຽວ. ພ້ອມທັງໄດ້ເນັ້ນໜັກຕື່ມອີກວ່າ ຕະຫຼອດໄລຍະເວລາເກືອບ 2 ປີ ແລ້ວ ທີ່ຍັງສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ໂດຍສະເພາະແມ່ນ ຜົນກະທົບຂອງ ພະຍາດໂຄວິດ-19 ທີ່ນັບມື້ຍັງສືບຕໍ່ເພີ່ມທະວີຄວາມຮຸນແຮງຫຼາຍຂື້ນກວ່າເກົ່າ,ເຊິ່ງໄດ້ສ້າງອຸປະສັກອັນໃຫຍ່ຫຼວງ ແລະ ເປັນໄພຂົ່ມຂູ່ຮ້າຍແຮງຕໍ່ການດໍາລົງຊີວິດ ກໍ່ຄືຕໍ່ການພັດທະນາຢ່າງຫຼີກລ່ຽງບໍ່ໄດ້ ແລະ ຍັງເປັນສິ່ງບັ່ນທອນຄວາມພະຍາຍາມໃນການພັດທະນາເສດຖະກິດ-ສັງຄົມຂອງພວກເຮົາ. ເຖິງວ່າໃນຊຸມປີຜ່ານມາ ລັດຖະບານ ໄດ້ຕັ້ງໜ້າຈັດຕັ້ງປະຕິບັດ ປພຍ ແລະ ສາມາດບັນລຸໄດ້ຄວາມຄືບໜ້າຫຼາຍດ້ານກໍ່ຕາມ. ເພື່ອຜ່ານຜ່າຂໍ້ຫຍຸ້ງຍາກດັ່ງກ່າວ, ທ່ານໄດ້ເນັ້ນໜັກວຽກງານທີ່ເປັນບູລິມະສິດ ກໍຄື ວຽກງານຮັບມື ແລະ ຟື້ນຟູຈາກຜົນກະທົບຂອງພະຍາດໂຄວິດ-19 ເພື່ອແນໃສ່ເຮັດໃຫ້ ການຈັດຕັ້ງປະຕິບັດວາລະການພັດທະນາຕ່າງໆ ໂດຍສະເພາະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ໃຫ້ໄດ້ຮັບຜົນສຳເລັດ ແລະ ສ້າງເງື່ອນໄຂ ແລະ ພື້ນຖານຕ່າງໆໃຫ້ແກ່ການກະກຽມ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ໃນປີ 2026.

ກອງປະຊຸມໃນຄັ້ງນີ້ໄດ້ຮັບຟັງການສະເໜີ ແລະ ປຶກສາຫາລືໃນຫົວຂໍ້ສໍາຄັນຕ່າງໆເຊັ່ນ: ການຈັດຕັ້ງປະຕິບັດ ປພຍ ໃນປີ 2021 ແລະ ແຜນງານ ປະຈໍາປີ 2022, ວຽກງານສະຖິຕິແລະ ຖານຂໍ້ມູນ SDG Open Platform, ວຽກແຜນການ ກໍຄື ຍຸດທະສາດດ້ານການເງິນ ແລະ ຂອບການຕິດຕາມ ແລະ ປະເມີນຜົນຂອງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IXແລະ ຂະບວນການສ້າງຍຸດທະສາດຂ້າມຜ່ານເພື່ອການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ. ໃນນັ້ນ, ຜູ້ເຂົ້າຮ່ວມໄດ້ຊົມເຊີຍຕໍ່ບັນດາຜົນງານການຈັດຕັ້ງປະຕິບັດ ປພຍ, ໂດຍສະເພາະແມ່ນ ການສົ່ງບົດລາຍງານແຫ່ງຊາດແບບສະ ໝັກໃຈ ສະບັບທີ 2 ຂອງ ສປປ ລາວ, ເຊິ່ງມີຄວາມໝາຍຄວາມສໍາຄັນ ໃນການທົບທວນຄືນຄວາມຄືບໜ້າ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດ ປພຍ ໃນຊຸມປີຜ່ານມາ ແລະ ການວາງແນວທາງນະໂຍບາຍ ແລະ ວາງຄາດ ໝາຍການບັນລຸ ປພຍ ໃນຕໍ່ໜ້າ. ໄປຄຽງຄູ່ກັນນັ້ນ, ບັນດາຜູ້ເຂົ້າຮ່ວມ ຍັງໄດ້ແລກປ່ຽນຄໍາເຫັນກ່ຽວກັບການຈັດຕັ້ງປະຕິບັດ ປພຍ ໃນຂະແໜງການຂອງຕົນລວມທັງຂົງເຂດວຽກງານທີ່ເປັນບູລິມະສິດ ໃນການກະກຽມໃຫ້ແກ່ການຫຼຸດພົ້ນອອກຈາກ LDC ໂດຍສະເພາະແມ່ນການສ້າງຍຸດທະສາດຂ້າມຜ່ານ. ເນື່ອງຈາກ ສະພາບການທີ່ມີຄວາມທ້າທາຍຫຼາຍດ້ານ ໂດຍສະເພາະແມ່ນວິກິດການທາງດ້ານສາທາລະນະສຸກໃນທົ່ວໂລກ ລວມໄປເຖິງຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນ ແລະ ບັນຫາອື່ນໆ, ຈຶ່ງຮຽກຮ້ອງໃຫ້ມີການສ້າງຍຸດທະສາດຂ້າມຜ່ານ ທີ່ມີລັກສະນະຮອບດ້ານແນໃສ່ເພື່ອກໍານົດຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນໄລຍະຂ້າມຜ່ານ ແລະ ພາຍຫຼັງການຫຼຸດພົ້ນເພື່ອຮັບປະກັນວ່າ ສປປ ລາວ ສາມາດຫຼຸດພົ້ນອອກຈາກ LDC ຢ່າງມີຄຸນນະພາບ ແລະ ຍືນຍົງ, ພ້ອມທັງກໍານົດທິດທາງການຮ່ວມມືລະຫວ່າງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ໂດຍສະເພາະແມ່ນມາດຕະການຊ່ວຍເຫຼືອຕ່າງໆຂອງສາກົນໃຫ້ແກ່ ສປປ ລາວ, ທັງດ້ານການສ້າງຄວາມອາດສາມາດ ແລະ ທຶນຮອນຕ່າງໆເພື່ອສະໜອງໃຫ້ແກ່ການພັດທະນາໃນອະນາຄົດ.

ຂໍ້ມູນຂ່າວສານກ່ຽວກັບ ການຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ ສາມາດດາວໂຫຼດດ້ວຍ ແອ້ບພລິເຄຊັນມືຖື ເປົ້າໝາຍການພັດທະນາແບບຍືນຍົງ ຫຼື SDGs in Lao PDR ຜ່ານMobile Application Store ຫຼື Play Store ໄດ້ ຫຼື ຜ່ານການສະແກນລະຫັດຄີວອາ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485770
ມື້ນີ້69
ມື້ວານ206
ອາທິດນີ້806
ເດືອນນີ້5075