ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຳມະນາ ວ່າດ້ວຍ: “ການຮ່ວມມືພາກພື້ນ ແລະ ສາກົນ ທ່າມກາງສະພາບການແຜ່ລະບາດໂຄວິດ-19”

10-12-22  4

10-12-22  3

10-12-22  1

 

        ໃນວັນທີ 10 ມັງກອນ 2022, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາ ວ່າດ້ວຍ: ການຮ່ວມມືພາກພື້ນ ແລະ ສາກົນ ທ່າມກາງສະພາບການແຜ່ລະບາດໂຄວິດ-19 ໃນຮູບແບບທາງໄກ ແລະ ເຊິ່ງໜ້າ ໂດຍໄດ້ຮັບການສະໜັບ ສະໜູນຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.

ກອງປະຊຸມສຳມະນາຄັ້ງນີ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍໄດ້ມີຜູ້ເຂົ້າຮ່ວມຈາກບັນດາກະຊວງ/ຂະແໜງການພາຍໃນ ແລະ ຈາກບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (ສປ ຈີນ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ) ຫຼາຍກວ່າ 50 ທ່ານ. ຈຸດປະສົງຂອງ ກອງປະຊຸມຄັ້ງນີ້ແມ່ນເພືື່ອພົບປະ, ແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານ ກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍຂອງການຮ່ວມມືພາກພື້ນ ແລະ ສາກົນ ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍແນ່ໃສ່ທິດທາງແຜນການຟື້ນຟູເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ພ້ອມທັງ ເປັນການສືບຕໍ່ຮັດແໜ້ນການຮ່ວມມືລະຫວ່າງບັນດາປະເທດສະມາຊິກ ໃນໄລຍະທີ່ປະເຊີນໜ້າກັບຄວາມຫຍຸ້ງຍາກໃນການໄປມາຫາສູ່ກັນ ໂດຍມີຜູ້ເຂົ້າຮ່ວມບັນຍາຍຈາກ 6 ປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ມາຮ່ວມແລກປ່ຽນບົດຮຽນນໍາກັນ. ພ້ອມດຽວກັນ, ຍັງເປັນການເປີດໂອກາດໃຫ້ບັນດາພະນັກງານໜຸ່ມນ້ອຍໄດ້ເພີ່ມທະວີຄວາມອາດສາມາດດ້ານເຕັກນິກວິຊາການ ໂດຍຜ່ານການຮັບຟັງການບັນຍາຍຂອງຜູ້ຕາງໜ້າຈາກບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງກ່ຽວກັບສະພາບການຮັບມື ແລະ ພັດທະນາເສດຖະກິດ-ສັງຄົມ ໃນໄລຍະການແຜ່ລະບາດຂອງໂຄວິດ-19 ແລະ ແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ.

          ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີ, ມີການແລກປ່ຽນຄໍາຄິດເຫັນ, ຂໍ້ມູນຂ່າວສານ ແລະ ການປຶກສາຫາລື ແບບກົງໄປກົງມາ ແລະ ມີຄວາມອຸດົມສົມບູນທາງດ້ານເນື້ອໃນ ໂດຍສະເພາະ ສິ່ງທ້າທາຍ ແລະ ກາລະໂອກາດ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນແມ່ນການສູນເສຍຊີວິດ ແລະ ສັບສິນ ຂອງປະຊາຊົນທັງພາກພື້ນ ແລະ ສາກົນ, ແຕ່ຄ່ຽງຄູ່ກັບບັນຫາສິ່ງທ້າທາຍຕ່າງໆນັ້ນ ການຮ່ວມມືພາກພື້ນ ແລະ ສາກົນ ຍັງໄດ້ຊອກຫາຊ່ອງທາງທີ່ເປັນກາລະໂອກາດ ເຊັ່ນ: ການປັບປຸງ ແລະ ການພັດທະນາດ້ານລະບົບຂົນສົ່ງພາຍໃນ ແລະ ຕ່າງປະເທດ ເພື່ອອຳນວຍຄວາມສະດວກດ້ານຂົນສົ່ງສິນຄ້າໄດ້ຢ່າງວ່ອງໄວ ແລະ ກວ້າງຂວາງ, ວຽກງານສາທາລະນະສຸກ ແລະ ການສຶກສາ ໄດ້ຮັບການພັດທະນາຢ່າງວ່ອງໄວ ໂດຍການໜູນໃຊ້ເຕັກໂນໂລຊີທີ່ທັນສະໄໝ; ພ້ອມທັງການຟື້ນຟູລະບົບນິເວດ ແລະ ລະບົບຊັ້ນບັນຍາກາດທົ່ວໂລກ ໄດ້ຫຼາຍຂຶ້ນກວ່າເກົ່າ ເນື່ອງຈາກການຫລຸດຜ່ອນມົນລະຜິດຈາກໂຮງງານທຸກໆປະເທດ. ນອກຈາກນີ້, ກອງປະຊຸມສຳມະນາ ຍັງໄດ້ແລກປ່ຽນກ່ຽວກັບທິດທາງຈຸດສຸມໃນການຮ່ວມມືພາກພື້ນ ແລະ ສາກົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງພາກພື້ນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຢ່າງມີປະສິດທິຜົນໃນອານາຄົດ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485692
ມື້ນີ້197
ມື້ວານ196
ອາທິດນີ້728
ເດືອນນີ້4997